ນັກຮຽນຫລາຍພັນຄົນຢູ່ອອສເຕຣເລຍ ແລະນີວຊີແລນໄດ້ພາກັນລົງໄປໂຮມຊຸມນຸມຢູ່ຕາມຖະໜົນສາຍຕ່າງໆໃນວັນສຸກມື້ນີ້ ຊຶ່ງລິເລີ້ມວັນປະທ້ວງສາກົນຕໍ່ຕ້ານ ສະພາບການ ທີ່ບໍ່ມີການກະທຳໃດໆ ຕໍ່ການປ່ຽນແປງຂອງດິນຟ້າອາກາດ.
ພວກຈັດຕັ້ງການປະທ້ວງດັ່ງກ່າວ ຄາດຫວັງວ່າ ຈະມີຊາວໜຸ່ມຫລາຍກວ່ານຶ່ງລ້ານຄົນ ຈາກຢ່າງໜ້ອຍ 120 ປະເທດ ເຂົ້າຮ່ວມໃນການປະທ້ວງດັ່ງກ່າວນີ້.
ພວກປະທ້ວງກຳລັງຮຽກຮ້ອງໃຫ້ພວກນັກການເມືອງ ແລະຜູ້ນຳທາງທຸລະກິດທັງຫລາຍ ເອົາມາດຕະການຢ່າງວ່ອງໄວເພື່ອເຮັດໃຫ້ສະພາບອາກາດຮ້ອນເອົ້າ ຫລື global warming ຍ້ອນການປ່ອຍອາຍແກັສເຮືອນແກ້ວທີ່ທຳລາຍໜ່ວຍໂລກ ອອກມານັ້ນ ໃຫ້ຊ້າລົງ.
ພວກປະທ້ວງຂອງນັກຮຽນຢູ່ນະຄອນ ແຟຣັງເຟີດທ໌ (Frankfurt) ໃນເຢຍຣະມັນໄດ້ພາກັນເດີນຂະບວນຢູ່ສຳນັກງານຂອງທະນາຄານກາງຢູໂຣບຫລື ECB ເພື່ອຮຽກຮ້ອງໃຫ້ທະນາຄານດັ່ງກ່າວ ຍຸຕິການໃຫ້ທຶນແກ່ອຸດສາຫະກຳເຊື້ອເພີງທີ່ຜະລິດຈາກຊາກພືດ ແລະສັດ.
ອີງຕາມພວກນັກວິທະຍາສາດດ້ານສະພາບແວດລ້ອມແລ້ວ, ອາຍແກັສເຮືອນແກ້ວ ທີ່ເກີດມາຈາກການເຜົາໄໝ້ເຊື້ອເພີງທີ່ຜະລິດຈາກຊາກພືດແລະສັດພາ ໃຫ້ເກີດໄພແຫ້ງແລ້ງແລະກະແສຄື້ນຄວາມຮ້ອນຊຶ່ງເຮັດໃຫ້ຊັ້ນນ້ຳແຂງເປື່ອຍ, ເຮັດໃຫ້ລະດັບນ້ຳທະເລຍື່ງຂຶ້ນ, ແລະເຮັດໃຫ້ມີໄພນ້ຳຖ້ວມທີ່ສ້າງຜົນເສຍຫາຍ ຮ້າຍແຮງ.
ການປະທ້ວງທີ່ມີຢູ່ທົ່ວໂລກ ແມ່ນໄດ້ຮັບແຮງບັນດານໃຈຈາກນາງ ເກຣດຕາ ທັນເບີກ (Greta Thunberg), ນັກເຄື່ອນໄຫວຊາວສະວີເດັນອາຍຸ 16 ປີ ຜູ້ ທີ່ໄດ້ເລີ້ມການປະທ້ວງດ້ານດິນຟ້າອາກາດພຽງຜູ້ດຽວ ຢູ່ນອກຫ້ອງການສະພາຂອງສະວີເດັນ ໃນເດືອນສິງຫາຜ່ານມາ. ນັບແຕ່ນັ້ນມາ ຂະບວນການເຄື່ອນໄຫວປະທ້ວງຂອງນາງທີ່ຊື່ວ່າ "ວັນສຸກເພື່ອອະນາຄົດ” ຫລື “The Fridays for Future" ກໍໄດ້ຂະຫຍາຍຕົວອອກ ຢ່າງວ່ອງໄວ.
Thousands of school students in Australia and New Zealand took to the streets Friday initiating an international day of protests against the lack of action against climate change.
Organizers expect that more than a million young people in at least 120 counties will participate in protests.
Protesters are demanding that politicians and business leaders to take swift measures to slow global warming due to greenhouse gas emissions which are damaging planet earth.
The school protesters in Frankfurt, Germany marched on the headquarters of the European Central Bank (ECB) to demand it stop financing the fossil fuel industry.
According to environmental scientists, greenhouse gases from burning fossil fuels have caused droughts and heatwaves, melting of glaciers, rising sea levels and devastating floods.
The worldwide protests are inspired by Greta Thunberg, a 16-year-old Swedish activist, who began a singlehanded climate protest outside the Swedish parliament in August. Since then, her school strike movement "The Fridays for Future" has grown exponentially.
Global carbon emissions reached a record high last year, despite warnings from the United Nations-backed Intergovernmental Panel on Climate Change in October that gas emissions have to be curbed over the next 12 years to stabilize the climate.