ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ຂໍ້ມູນ ຈາກດາວທຽມ NASA ຊ່ອຍໃນການວັດແທກ ແຜ່ນນໍ້າກ້ອນທີ່ເປື່ອຍຂອງໂລກ


ເຮືອຫາປາລຳນຶ່ງ ຢູ່ໃນເຂດໜ້ານໍ້າ ທີ່ເຕັມໄປດ້ວຍນໍ້າກ້ອນ ທີ່ແຕກອອກມາຈາກແຜ່ນນໍ້າກ້ອນຂະໜາດໃຫຍ່ ໃກ້ໆເມືອງ Ilulissa ຂອງ Greenland (18 ກໍລະກົດ 2011)

ພວກ​ນັກຄົ້ນຄວ້າ​ຂອງ​ສະຫະລັດ​ກ່າວ​ວ່າ ການ​ວັດ​ແທກ​ເທື່ອ​ທຳ​ອິດກ່ຽວ​ກັບ​ແຜ່ນ​ນໍ້າກ້ອນ​ທີ່​
ເປື່ອຍ​ຂອງ​ໂລກ ​ໂດຍ​ໃຊ້​ຂໍ້​ມູນ​ຈາກ​ດາວ​ທຽມ​ ຂອງ​ອົງການ​ອະວະ​ກາດຂອງ​ສະຫະລັດ​ ຫຼື
NASA ສະ​ແດງ​ໃຫ້​ເຫັນ​ວ່າ ການ​ເປື່ອຍ​ຂອງ​ແຜ່ນນໍ້າ​ກ້ອນ​ ພາ​ໃຫ້​ລະດັບ​ນໍ້າ​ທະ​ເລ​ສູງ​ຂຶ້ນ
12 ມິນລີ​ແມັດ ​ແຕ່​ປີ 2003 ຫາ​ປີ 2010.

ພວກ​ນັກວິທະຍາສາດ​ທີ່​ມະຫາວິທະຍາ​ໄລ​ໂຄ​ໂລຣາ​ໂດ​ທີ່​ເມືອງ Boulder ​ເປັນຜູ້​ທຳ​ການ
ວັດ​ແທກດ້ວຍ​ຂໍ້​ມູນ​ທີ່​ເກັບ​ກຳ​ໂດຍ​ດາວ​ທຽມ GRACE ຊຶ່ງ​ເປັນ​ດາວທຽມ​ແຝດ​ຂອງ​ອົງການ
ອະວະກາດ​ສະຫະລັດ. ພວກ​ນັກວິທະຍາສາດເວົ້າວ່າ ​ຜົນຂອງ​ການ​ວັດ​ແທກ ​ສະ​ແດງ​ໃຫ້​
ເຫັນ​ວ່າ ​ໂລກ​ຂອງ​ເຮົາ​ໄດ້​ສູນ​ເສຍ​ແຜ່ນ​ນໍ້າ​ກ້ອນໜັກກວ່າ 4 ພັນ 300 ຕື້​ໂຕນ ທີ່​ປົກ​ຄຸມ
ເຂດ Greenland ຂົ້ວ​ໂລກ​ໃຕ້ແລະ​ຂົ້ວໂລກ​ເໜືອ ​ໃນ​ໄລຍະ 7 ປີ​ທີ່​ກວມ​ເອົາ​ການ​ສຶກສາ
ດັ່ງກ່າວ.

ພວກ​ນັກວິທະຍາສາດ​ເວົ້າວ່າ ການ​ພົບ​ເຫັນ​ໃໝ່​ນີ້ຈະ​ຊ່ອຍ​ໃຫ້​ຄຳ​ຕອບ​ຕໍ່​ຄຳ​ຖາມທີ່​ສຳຄັນໆ​
ຕ່າງໆ ກ່ຽວ​ກັບ​ລະດັບ​ນໍ້າ​ທະ​ເລ​ທີ່​ສູງ​ຂຶ້ນຕະຫຼອດທັງ​ເຂດທີ່​ມີ​ອາກາດໜາວ​ຂອງ​ໂລກ​ຕອບ​
ຮັບ​ແບບ​ໃດ​ຕໍ່​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ພວກ​ນັກຄົ້ນຄວ້າ​ຂອງ​ມະຫາວິທະຍາ​ໄລ​ໂຄ​ໂລຣາ​ໂດ​ກ່າວ​ວ່າ ສ່ວນ​ດີ​ໃນ​ການ​ໃຊ້​ການ​ວັດ
ແທກ​ຈາກ​ດາວ​ທຽມ​ກໍ​ຄື ພວກ​ເຂົາ​ເຈົ້າສາມາດ​ເບິ່ງ​ເຫັນ​ມວນ​ສານທັງໝົດ​ ທີ່ຢູ່​ໃນ​ແຜ່ນ​ນໍ້າ
ກ້ອນ. ການ​ກະ​ປະມານ​ທີ່​ເຄີຍ​ເຮັດ​ກັນ​ມານັ້ນ ​ແມ່ນ​ໃຊ້​ການວັດ​ແທກ​ທາງ​ພາກພື້ນດິນ ຊຶ່ງ​
ເປັນພາກສ່ວນ​ນ້ອຍໆ​ຂອງ​ແຜ່ນ​ນໍ້າ​ກ້ອນ​ຂອງ​ໂລກ​ທໍ່ນັ້ນ.

ການ​ສຶກສາພາຍ​ໃຕ້​ການ​ນຳພາ​ຂອງມະຫາວິທະຍາ​ໄລ​ໂຄ​ໂລຣາ​ໂດທີ່​ເມືອງ Boulder ​ໄດ້
ມີ​ການ​ພິມ​ເຜີຍ​ແຜ່​ໂດຍ​ວາລະສານ Nature.

XS
SM
MD
LG