ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ເຈາະລົງໄປເຖິງ ທະເລສາບນໍ້າຈືດ ຢູ່ພື້ນ ຂົ້ວໂລກໃຕ້


ພວກນັກສໍາຫຼວດຣັດເຊຍ ທີ່ສະຖານີສໍາຫຼວດ Vostok ທີ່ຂົ້ວໂລກໃຕ້
ພວກນັກສໍາຫຼວດຣັດເຊຍ ທີ່ສະຖານີສໍາຫຼວດ Vostok ທີ່ຂົ້ວໂລກໃຕ້

ພວກ​ນັກວິທະຍາສາດຣັດ​ເຊຍ​ທີ​ມນຶ່ງ ກໍາລັງ​ຂຸດ​ເຈາະ​ເລິກເຂົ້າ​ໄປ​ໃນ​ດານ​ນໍ້າກ້ອນ​ເຂດ​ຂົ້ວ​
ໂລກ​ໃຕ້​ຫຼື Antarctic ​ຊຶ່ງ​ໄດ້​ເຈາະ​ໄປເຖິງ​ໜ້າ​ທະ​ເລ​ສາບ​ນໍ້າ​ຈືດ​ຂະໜາດ​ໃຫຍ່ ທີ່​ບໍ່​ເຄີຍ​ໄດ້
ຖືກ​ລົບ​ກວນມາ​ໄດ້​ຫຼາຍກວ່າ 15 ລ້ານ​ປີ​ແລ້ວ.

ທະ​ເລ​ສາບນີ້​ໄດ້​ຖືກຕັ້ງ​ຊື່​ໃຫ້ວ່າ ທະ​ເລ​ສາບ Vostok ຕາມ​ຊື່ສ​ະຖາ​ນີຄົ້ນຄວ້າຂອງຣັດ​ເຊຍ
ທີ່​ຕັ້ງ​ຢູ່ຂ້າງ​ເທິງທະ​ເລ​ສາບ​ດັ່ງກ່າວ​ນັ້ນ. ທະ​ເລ​ສາບ​ທີ່​ວ່າ​ນີ້ມີ​ຄວາມ​ເລິກ​ເກືອບ​ສີ່​ກິ​ໂລ​ແມັດ
ຢູ່​ໃຕ້ນໍ້າກ້ອນທີ່​ສ່ວນ​ໃຫຍ່ປົກ​ຄຸມ​ສ່ວນ ​ໃຫຍ່​ຂອງຂົ້ວ​ໂລກ​ໃຕ້​ນັ້ນ. ທະ​ເລ​ສາບ​ທີ່​ຢູ່​ກ້ອງ​ນໍ້າ
ກ້ອນ​ແຫ່ງນີ້ມີ​ພື້ນ​ທີ່​ປະ ມານ 10,000 ກິ​ໂລ​ແມດ​ມົນທົນ. ຣັດ​ເຊຍ​ໄດ້​ເລິ່ມ​ໂຄງການ​ການ​
ຂຸດ​ເຈາະຫາ​ທະ​ເລ​ສາບນໍ້າ​ຈືດ​ທີ່​ລັບ​ລີ້ແຫ່ງ​ນີ້ ໃນ​ຊຸມ​ປີ 1990 ຫຼັງຈາກຄົ້ນ​ພົບ​ຫຼັກຖານ​ວ່າ
ມີແທ້​ໃນ​ຊຸມ​ປີ 1970.

ພວກ​ນັກ​ວິທະຍາສາດແມ່ນ​ມີ​ຄວາມ​ສົນ​ໃຈ​ຢ່າງ​ແຮງ​ໃນ​ທະ​ເລ​ສາບ Vos-tok ນີ້ແລະ​ທະ​ເລ​
ສາບ​ອື່ນໆຫລາຍ​ກວ່າ 300 ​ແຫ່ງ​ທີ່ລີ້​ຊ່ອນ​ຢູ່​ໃຕ້​ດານ​ນໍ້າກ້ອນຂອງຂົ້ວ​ໂລກ​ໃຕ້ ​ເພາະວ່າ
ມັນ​ອາດ​ມີ​ສິ່ງ​ທີ່​ມີ​ຊີວິດ​ນ້ອຍໆ ທີ່​ຖືກ​ໂດດດ່ຽວ​ຢ່າງສິ້ນ​ເຊີງຈາກ​ສະພາບ​ແວດ​ລ້ອມ​ຂອງ​ໂລກ
ມາ​ໄດ້​ຫຼາຍລ້ານ​ປີ ​ແລ້ວນັ້ນ.

ການ​ຄົ້ນ​ພົບ​ສິ່ງ​ທີ່​ມີ​ຊີວິດດຶກ​ດຳ​ບັນ​ນີ້ ອາດ​ສາມາດ​ນໍາ​ໄປ​ສູ່​ຄວາມ​ກ້າວໜ້າອັນ​ຍິ່ງ​ໃຫຍ່ ໃນ
ການຮຽນຮູ້​ກ່ຽວ​ກັບຕົ້ນຕໍ​ຂອງ​ສິ່ງ​ມີ​ຊີວິດ​ຢູ່ໃນ​ໂລກ ​ແລະ​ຢູ່ຕາມ ​ສະພາບ​ແວດ​ລ້ອມ​ຕ່າງໆ
ທີ່​ປົກ​ຄຸມ​ໄປ​ດ້ວຍ​ດານ​ນໍ້າກ້ອນ ​ໃນ​ທົ່ວ​ລະບົບ​ສຸລິຍະ​ຈັກກະວານ​ຂອງ​ພວກ​ເຮົາ ຊຶ່ງ​ໂຮມ​ທັງ
ດານ​ນໍ້າກ້ອນຂອງເທິງ​ດາວພະ​ອັງຄານ ດວງ​ຈັນ Europa ຂອງ​ດາວ​ພະຫັດ ແລະ​ດວງ​ຈັນ
Titan ຂອງດາວພະ​ເສົາ.

ນັກວິທະຍາສາດ​ຄົນ​ນຶ່ງ​ກ່າວ​ວ່າການ​ຂຸດ​ເຈາະ​ຫາທະ​ເລ​ສາບໃນຍຸກ​ກ່ອນ​ປະວັດ​ສາດ​ດັ່ງກ່າວ
ຄ້າຍໆ​ກັບ​ວ່າ​ພວກ​ເຮົາ​ຄົ້ນ​ພົບ​ດາວ​ນົບພະ​ເຄາະ​ອີກ ດວງ​ນຶ່ງຢູ່​ເທິງ​ໜ່ວຍ​ໂລກກໍ​ວ່າ​ໄດ້.

XS
SM
MD
LG