ຊາວອາເມຣິກັນ 3 ຄົນທີ່ຖືກກັກຂັງຢ່າງບໍ່ຍຸຕິທຳຢູ່ໃນຣັດເຊຍ ພາໄດ້ກ້າວເຂົ້າມາເທິງດິນແດນສະຫະລັດອີກຄັ້ງໃນຕອນແລງຂອງວັນພະຫັດວານນີ້. ຜູ້ທີ່ກໍາລັງລໍຖ້າພວກເຂົາເຈົ້າຢູ່ນັ້ນ, ມີປະທານາທິບໍດີ ໂຈ ໄບເດັນ ແລະບັນດາຜູ້ຄົນທີ່ເຂົາເຈົ້າຮັກ. ເຈສຊິກ້າ ເຈີຣິດ (Jessica Jerreat) ນັກຂ່າວ VOA ມີລາຍງານ.
ໃນຊ່ວງເວລາທີ່ລໍຄອຍເປັນເວລາດົນນານ. ຊາວອາເມຣິກາ 3 ຄົນທີ່ຖືກັກຂັງໂດຍ ຣັດເຊຍ ໄດ້ຮັບການປ່ອຍໂຕໃນວັນພະຫັດວານນີ້ ໄດ້ເດີນທາງມາຮອດຖານທັບຮ່ວມ ແອນດຣູສ໌ (Andrews) ຢູ່ນອກນະຄອນຫຼວງວໍຊິງຕັນ.
ຢູ່ເທິງເດີ່ນເພື່ອຕ້ອນຮັບພວກເຂົາເຈົ້າມີ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮຮິສ, ແລະຄອບຄົວ ຂອງພວກເຂົາເຈົ້າ.
ຂໍ້ຕົກລົງຄັ້ງປະຫວັດສາດທີ່ປະກອບມີບັນດາພັນທະມິດຫຼາຍປະເທດ ໄດ້ຮັບປະກັນການປ່ອຍໂຕນັກໂທດການເມືອງ 16 ຄົນທີ່ຖືກກັກຂັງຢູ່ຣັດເຊຍ. ໃນນັ້ນ ແປດຄົນໄດ້ຮັບການຮ້ອງຂໍໂດຍວັງເຄຣັມລິນ.
ຮູບພາບທີ່ຖືກບັນທຶກໃນການເດີນທາງກັບບ້ານມີ, ນັກຂ່າວໜັງສືພິມ Wall Street Journal ທ່ານ ເອແວັນ ເກີສໂກວິຈ ແລະນັກຂ່າວວິທະຍຸ ຢູໂຣບເສລີ/ວິທະຍຸເສລີພາບ ທ່ານນາງ ອາລຊູ ເຄີມາເຊວາ (Alsu Kurmasheva) ພ້ອມດ້ວຍອະດີດທະຫານນາວິກະໂຍທິນຂອງສະຫະລັດ ທ່ານ ພອລ ວີແລນ (Paul Whelan) ຖືກຖ່າຍຮູບຢູ່ເທິງເຮືອບິນ, ແລະໄດ້ລົມໂທລະສັບກັບ ທ່ານ ໄບເດັນ.
ຫ້ອງການຂ່າວຂອງ ທ່ານ ເກີສໂກວິຈ ໄດ້ພາກັນສະແດງຄວາມມ່ວນຊື່ນດີໃຈ ອອກມາໃນຕອນເຊົ້າຂອງວັນສຸກມື້ນີ້ ກ່ຽວກັບ ຂ່າວການການເດີນທາງກັບບ້ານ ດ້ວຍຄວາມປອດໄພຂອງເພື່ອນຮ່ວມງານພວກເຂົາ.
ນັກຂ່າວປະຈໍານະຄອນຫຼວງມົສກູ ໃຊ້ເວລາເກືອບ 500 ມື້ຢູ່ໃນຄຸກຂອງ ຣັດເຊຍ.
ທ່ານ ເຈສັນ ຄອນຕີດ, ຈາກຕະຫຼາດຫຸ້ນດາວໂຈນ ກ່າວວ່າ:
“ເຈົ້າບໍ່ຮູ້ແທ້ໆວ່າມັນເປັນຄວາມຮູ້ສຶກແນວໃດ ຈົນກ່ວາເຈົ້າຈະມີການປ່ອຍໂຕ ເຫຼົ່ານີ້, ການປ່ອຍໂຕຂອງລາວທັງສອງ, ແຕ່ຍັງເປັນການປ່ອຍເກືອບທັງໝົດ ເພື່ອໃຫ້ລາວເປັນອິດສະຫຼະ. ແລະປະຊາຊົນຮັບຮູ້ວ່າ ວາວ! ແທ້ຈິງແລ້ວເຈົ້າ ຮູ້ສຶກວ່າຕື່ນຂຶ້ນມາ ແລະ ຖືກກັກຂັງ ພ້ອມທັງຮູ້ສຶກເສຍໃຈຕໍ່ສິ່ງທີ່ເກີດຂຶ້ນ.”
ເຫດການທີ່ຄ້າຍຄືກັນ ມີການສະແດງຄວາມຍິນດີຢູ່ທີ່ຫ້ອງການຂ່າວ RFE/RL ຂອງ ທ່ານນາງ ເຄີມາເຊວາ ໃນນະຄອນປຣາກ (Prague). ສາມີຂອງນາງ, ຜູ້ທີ່ເຮັດວຽກຢູ່ໃນເຄືອຂ່າຍ, ໄດ້ກ່າວເຖິງຄວາມເຈັບປວດເປັນເວລາຫຼາຍເດືອນ ຂອງຄອບຄົວ.
ທ່ານ ພາເວລ ບູໂຕຣິນ (Pavel Butorin), ສາມີຂອງ ທ່ານນາງ ເຄີມາເຊວາ ກ່າວວ່າ:
“ຂະນະນີ້, ພວກເຮົາເຕັມໄປດ້ວຍອາລົມທີ່ຖ້ວມລົ້ນ. ພວກເຮົາຍັງຄົງພະຍາ ຍາມປະມວນເບິ່ງວ່າ ແມ່ນຫຍັງທີ່ເກີດຂຶ້ນກັບພວກເຮົາແທ້ໆໃນມື້ນີ້. ຢູ່ໃນທໍານຽບຂາວ, ເຊິ່ງໄດ້ຍິນສຽງຂອງ ອາລຊູ ຢູ່ໃນຫ້ອງການປະທານາທິບໍດີ ທາງຂ້າງປະທານາທິບໍດີ ໂຈ ໄບເດັນ. ນັ້ນແມ່ນສິ່ງທີ່ພິເສດຫຼາຍ. ແຕ່ມັນເປັນປີແຫ່ງຄວາມຫຍຸ້ງຍາກຢ່າງບໍ່ໜ້າເຊື່ອສຳລັບພວກເຮົາ.”
ຈາກການພົບປະກັນຄືນໃໝ່ຂອງພວກເຂົາເຈົ້າພາຍໃຕ້ການສັງເກດເບິ່ງຂອງສື່ມວນຊົນ, ຄອບຄົວຂອງພວກເຂົາເຈົ້າຄາດວ່າ ຈະເດີນທາງໄປຍັງສະຖານທີ່ແຫ່ງນຶ່ງໃນລັດເທັກຊັສ ເພື່ອຮັບການສະໜັບສະໜູນ ແລະຄວາມເປັນສ່ວນຕົວ ໃນຂະນະທີ່ພວກເຂົາເຈົ້າປັບໂຕ ສໍາລັບການກັບຄືນມາຂອງພວກເຂົາ.
ອ່ານບົດລາຍງານລຸ່ມນີ້ເປັນພາສາອັງກິດ
Three Americans unjustly detained in Russia stepped foot on U.S. soil again late Thursday. Waiting for them, President Joe Biden and their loved ones. VOA’s Jessica Jerreat reports.
A moment long awaited for. Three Americans released Thursday from Russian detention arriving at Joint Base Andrews just outside Washington.
On the tarmac to greet them: U.S. President Joe Biden, Vice President Kamala Harris. And their families.
An historic deal involving several allies secured the release of 16 political prisoners held in Russia. Their price: eight individuals requested by the Kremlin.
Photos documented the journey home: Wall Street Journal correspondent Evan Gershkovich and Radio Free Europe/ Radio Liberty reporter Alsu Kurmasheva with former U.S. Marine Paul Whelan pictured on a plane, and speaking with Biden on the phone.
Gershkovich’s newsroom erupted in cheers earlier in the day at news of their colleague’s safe return.
The Moscow correspondent had spent close to 500 days in a Russian prison.
Jason Conti, Dow Jones.
"You don't really realize how emotional it all is until you have this release, both his release, but also this almost physical release almost, to see him free. And people realize, wow you have actually been feeling worked up and pent up and upset over what has been going on.”
Similar scenes greeted Kurmasheva’s newsroom at RFE/RL in Prague. Her husband, who works at the network, spoke of the family’s months-long ordeal.
Pavel Butorin, Kurmasheva’s Husband.
“Right now, we’re overwhelmed with emotions. We’re still trying to process what actually happened to us today. Being in the White House, hearing Alsu’s voice in the Oval Office next to President Biden. That was something very special. But it’s been an incredibly difficult year for us.”
From their reunion under the media gaze, the families are expected to travel on to a facility in Texas to receive support – and privacy -- while they adjust to their return.
ຟໍຣັມສະແດງຄວາມຄິດເຫັນ