ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂດໄຊສົມບູນ ພັດທະນາ 40 ກວ່າພື້ນທີ່ ເຂດທ່ອງທ່ຽວ ທຳມະຊາດ ແລະວັດທະນະທຳ


ຮູບພາບແຂວງ ໄຊສົມບູນ ຖ່າຍຈາກ ດາວທຽມ
ຮູບພາບແຂວງ ໄຊສົມບູນ ຖ່າຍຈາກ ດາວທຽມ

ທາງການແຂວງໄຊສົມບູນ ຈະດຳເນີນການພັດທະນາ 40 ກວ່າພື້ນ ທີ່ໃຫ້ເປັນເຂດ ທ່ອງທ່ຽວທຳມະຊາດ ແລະວັດທະນະທຳ ສຳຫລັບ ຮອງຮັບບັນດານັກທ່ອງທ່ຽວ ທັງຈາກ ພາຍໃນ ແລະ ຈາກຕ່າງປະ ເທດ.

ທ່ານຈັນຖະໜອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ໄຊສົມ ບູນ ໄດ້ໃຫ້ການຢືນຢັນວ່າ ທາງການແຂວງໄຊສົມບູນ ໄດ້ວາງ ແຜນການທີ່ຈະພັດທະນາແຫລ່ງ ທ່ອງທ່ຽວ 40 ກວ່າແຫ່ງ ໃຫ້ເປັນແຫລ່ງທ່ອງທ່ຽວ ທຳມະຊາດ-ວັດທະນະທຳ ແລະ ປະວັດ ສາດ ສຳຫລັບຮອງຮັບແຜນການສົ່ງເສີມການທ່ອງທ່ຽວຂອງ ແຂວງ ນັບແຕ່ ປັດຈຸບັນເຖິງປີ 2020.

ໂດຍພາຍໃຕ້ແຜນການດັ່ງກ່າວນີ້ ທາງການແຂວງໄຊຊົມບູນ ກໍໄດ້ເລີ່ມດ້ວຍການດຳເນີນ ການເກັບກຳຂໍ້ມູນ ແລະສຶກສາຄວາມເປັນໄປໄດ້ຂອງການພັດທະນາເຂດພູເບ້ຍ ໃຫ້ເປັນ ເຂດທ່ອງທ່ຽວ ທຳມະຊາດທີ່ດີ ທີ່ສຸດແຫ່ງໜຶ່ງໃນລາວ ເພື່ອຮອງຮັບນັກທ່ອງທ່ຽວງທັງໃນ ລາວ ແລະຈາກຕ່າງປະເທດເປັນແຫ່ງທຳອິດ ໃນແຂວງເມື່ອບໍ່ນານມານີ້.

ສຳຫລັບການເກັບກຳຂໍ້ມູນທີ່ກຳລັງດຳເນີນການຢູ່ໃນເວລານີ້ ຍັງລວມໄປເຖິງການສຶກສາຄົ້ນ ຄວ້າທີ່ກ່ຽວກັບປະຫວັດຄວາມເປັນມາ ແລະສະພາບພື້ນທີ່ໃນເຂດພູເບ້ຍຢ່າງລະອຽດເພື່ອໃຊ້ ເປັນຂໍ້ມູນອັນສຳຄັນໃຫ້ແກ່ການວາງແຜນພັດທະນາ ທີ່ສອດຄ້ອງກັບສະພາບ ພື້ນທີ່ ໂດຍສະ ເພາະແມ່ນການທີ່ພູເບ້ຍເປັນພູສູງທີ່ສຸດໃນລາວ ທັງຍັງມີປ່າໄມ້ປົກຫຸ້ມ ຢ່າງໜາແໜ້ນ ອາ ກາດບໍລິສຸດ ແລະ ທິວທັດງົດງາມດ້ວຍນັ້ນ ຈຶ່ງເໝາະສົມຢ່າງທີ່ຈະພັດ ທະນາໃຫ້ເປັນສະ ຖານທີ່ພັກຕາກອາກາດສຳຫລັບນັກທ່ອງທ່ຽວ.

ຮູບພາບ ທິວທັດຂອງພູເບ້ຍ ຕັ້ງຢູ່ໃນແຂວງ ໄຊສົມບູນ
ຮູບພາບ ທິວທັດຂອງພູເບ້ຍ ຕັ້ງຢູ່ໃນແຂວງ ໄຊສົມບູນ

ແຕ່ຢ່າງໃດກໍຕາມ ທ່ານສົມບັດ ເຢຍລີເຮີ ເຈົ້າແຂວງ ແລະ ເລຂາ ພັກແຂວງໄຊສົມບູນ ກໍຍອມ ຮັບວ່າ ທາງການແຂວງໄຊສົມບູູນ ມີງົບປະມານຢ່າງຈຳກັດ ຈຶ່ງເຮັດໃຫ້ຈະຕ້ອງສົ່ງເສີມການລົງທຶນ ຂອງເອກະຊົນທັງໃນລາວ ແລະຈາກຕ່າງປະເທດເປັນຫລັກໂດຍ ສະເພາະແມ່ນການ ລົງທຶນກໍ່ສ້າງພື້ນຖານໂຄງລ່າງ ຊຶ່ງທາງການ ແຂວງໄຊສົມບູນ ກໍໄດ້ລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມກັບ ບໍລິສັດ Green Partner Holding ຈາກປະເທດ ຈີນ ເມື່ອບໍ່ນານ ມານີ້ໂດຍ ບໍລິສັດດັ່ງກ່າວຈະລົງທຶນໃຫ້ກ່ອນ ສ່ວນທາງການ ແຂວງໄຊສົມບູນ ຈະຕ້ອງຊຳລະຄືນໜີ້ທັງ ໝົດພາຍໃນ 15 ປີໂດຍ ສາມາດຈະຜ່ອນຊຳລະດ້ວຍ ການຫັກຈາກຜົນປະໂຫຍດໃນໂຄງການກໍ່ສ້າງເຂື່ອນທີ່ ບໍລິສັດ ລົງທຶນໃນລາວໄດ້ດ້ວຍ.

ໂດຍການພັດທະນາລະບົບພື້ນຖານໂຄງລ່າງ ໃນແຂວງໄຊສົມບູນແບ່ງເປັນ 2 ໄລຍະດ້ວຍ ກັນ ຄືໃນຊ່ວງປີ 2014-2015 ແລະໃນຊ່ວງປີ 2016-2020 ທີ່ດຳເນີນງານພາຍໃຕ້ແຜນຍຸດ ທະສາດ ແລະ ວິໄສທັດການພັດທະນາເສດຖະກິດ-ສັງຄົມ ເຊັ່ນການສຳຫລວດອອກແບບ ພັດທະນາ ແລະການລົງທຶນໃນຂົງເຂດການຜະລິດສິນຄ້າກະສິກຳການສຳຫລວດອອກ ແບບ ແລະລົງທຶນໃນການກໍ່ສ້າງຂົວ-ທາງ ສຳນັກງານຂອງລັດ ການກໍ່ສ້າງຕົວເມື່ອງໃໝ່ສະໜາມ ບິນ ລະບົບໄຟຟ້າ ແລະນ້ຳປະປາ ເປັນຕົ້ນ ໂດຍທີ່ ທາງຝ່າຍບໍລິສັດຂອງ ຈີນ ກໍຈະລົງທຶນ ເພື່ອສ້າງເຂື່ອນໄຟຟ້າຄຽງຄູ່ກັນໄປ.

ແຕ່ດ້ວຍເຫດທີ່ລັດຖະບານລາວ ບໍ່ມີງົບປະມານ ຈຶ່ງຕ້ອງໃຫ້ບໍລິສັດຈີນເປັນຜູ້ລົງທຶນໃຫ້ກ່ອນ ທັງໝົດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນແຂວງໄຊສົມບູນ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາບໍ່ທັນໄດ້ມີການກະກຽມບຸກຄະລາກອນພຽງພໍ ແລ້ວກະທຶນຮອນເພື່ອຈັດຕັ້ງ ປະຕິບັດ ແລະກໍບໍ່ທັນມີແບບສະບັບວ່າ ຈະເຮັດແນວໃດ ຈະໃຫ້ກຳນົດຄົນໃສ່ນີ້ ຊິໄດ້ ແຕ່ວ່າເອົາຄົນທີ່ຮູ້ຈັກເຮັດວຽກ ແຕ່ລະວຽກຫັ້ນ ມີບັນຫາ ເພາະວ່າລະດັບການສຶກສາ ຂອງຄົນເຮົານີ້ ກໍບໍ່ທັນສູງ ປະສົບການກໍບໍ່ທັນຫຼາຍ ຈັງຊັ້ນແລ້ວ ພວກເຮົາກະເຫັນວ່າ ຍັງມີຄວາມຫຍຸ້ງຍາກຢູ່.”

ນອກຈາກນີ້ ບໍລິສັດຈີນຍັງຈະພັດທະນາເມືອງລ່ອງແຈ້ງ ເມືອງອະນຸວົງ ແລະເມືອງຮົ່ມເປັນ ເຂດທ່ອງທ່ຽວວັດທະນະທຳ ແລະທຳມະຊາດ ໂດຍຈະສ້າງບ້ານພັກຕາກອາກາດ ທີ່ມີສິ່ງ ອຳນວຍຄວາມສະດວກຢ່າງຄົບຊຸດ ສຳຫລັບຮອງຮັບນັກທ່ອງທ່ຽວທີ່ມີຖານະດີ ຈາກຈີນ ໃຫ້ໄດ້ເຖິງ 20,000 ຄອບຄົວ ໃນແຕ່ລະປີອີກດ້ວຍ.

ທັງນີ້ລັດຖະບານລາວ ໄດ້ປະກາດສ້າງຕັ້ງແຂວງໄຊສົມບູນ ຢ່າງເປັນທາງການເມື່ອວັນທີ 31 ທັນວາ 2013 ໂດຍປະກອບດ້ວຍ 5 ເມືອງຄື ເມືອງຮົ່ມ ທ່າໂທມ ອະນຸວົງ ລ່ອງຊານ ລ່ອງແຈ້ງ ແລະມີປະຊາກອນທັງໝົດ 81,801 ຄົນໃນພື້ນທີ່ປົກຄອງ ກວ້າງກວ່າ 8,500 ກິໂລແມັດມົນທົນ.

XS
SM
MD
LG