ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຂື່ອນໄຟຟ້າໄຊຍະບູລີ ກໍ່ສ້າງຂຶ້ນ ດ້ວຍເທັກໂນໂລຈີ ຂັ້ນສູງ ທີ່ທັນສະໄໝ


ການກໍ່ສ້າງເຂື່ອນໄຟຟ້າໄຊຍະບູລີ ເທິງແນວແມ່ນ້ຳຂອງ ທີ່ໄດ້ເລີ້ມລົງມືກໍ່ສ້າງ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ.
ການກໍ່ສ້າງເຂື່ອນໄຟຟ້າໄຊຍະບູລີ ເທິງແນວແມ່ນ້ຳຂອງ ທີ່ໄດ້ເລີ້ມລົງມືກໍ່ສ້າງ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ.

ກຸ່ມຜູ້ລົງທຶນໃນໂຄງການເຂື່ອນໄຟຟ້າໄຊຍະບູລີ ຢືນຢັນວ່າ
ໄດ້ນຳໃຊ້ເທັກໂນໂລຈີຂັ້ນສູງ ທີ່ທັນສະໄໝເຂົ້າໃນການກໍ່ສ້າງ
ຈຶ່ງເຊື່ອໝັ້ນວ່າ ຈະສາມາດປ້ອງກັນ ບັນຫາຜົນກະທົບໄດ້ ໃນ
ທຸກໆດ້ານ.

ທ່ານອານຸພາບ ວົງລະຄອນ ຮອງກຳມະການຜູ້ຈັດການບໍລິສັດໄຊຍະບູລີ ພາວເວີ້ຈຳກັດ
ຖະແຫລງຢືນຢັນວ່າ ການກໍ່ສ້າງເຂື່ອນໄຟຟ້າໄຊຍະບູລີ ເທິງແນວແມ່ນ້ຳຂອງ ທີ່ໄດ້ເລີ້ມ
ລົງມືກໍ່ສ້າງນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ຈົນເຖິງປັດຈຸບັນ ໄດ້ນຳໃຊ້ເທັກໂນໂລຈີຂັ້ນສູງ
ທີ່ທັນສະໄໝ ຈຶ່ງເຊື່ອໝັ້ນວ່າ ຈະສາມາດປ້ອງກັນບັນຫາຜົນກະທົບໄດ້ ໃນທຸກໆດ້ານ
ໂດຍບໍ່ວ່າ ຈະເປັນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ສັດນ້ຳ ແລະຜົນກະທົບຕໍ່ສັງຄົມ
ກໍຕາມ.

ພາບແຕ້ມແບບຈຳລອງ ເຂື່ອນໄຟຟ້າພະລັງນ້ຳ ໄຊຍະບູລີ
ພາບແຕ້ມແບບຈຳລອງ ເຂື່ອນໄຟຟ້າພະລັງນ້ຳ ໄຊຍະບູລີ

ທັງນີ້ ໂດຍເຂື່ອນໄຟຟ້າໄຊຍະບູລີ ເປັນເຂື່ອນແບບນ້ຳໄຫລ
ຜ່ານ ບໍ່ມີການກັກເກັບນ້ຳແຕ່ຢ່າງໄດ ແລະໄດ້ມີການອອກ
ແບບປະຕູນ້ຳ ເພື່ອໃຫ້ປາສາມາດຂຶ້ນ-ລົງໄດ້ຢ່າງສະດວກ
ສະບາຍ ຕາມລະດູການ ທັງຍັງມີຊ່ອງທາງແລ່ນເຮືອກວ້າງ
12 ແມັດ ຍາວ 700 ແມັດ ທີ່ສາມາດຮັບເຮືອຂົນສົ່ງສິນຄ້າ
ຂະໜາດໃຫຍ່ໄດ້ເຖິງ 500 ໂຕນ ທີ່ໃນປັດຈຸບັນໄດ້ກໍ່ສ້າງ
ເສັດແລ້ວ.

ນອກຈາກນັ້ນ ໂຄງການເຂື່ອນໄຊຍະບູລີ ຍັງມີແຜນການ
ປ້ອງກັນ ການກັດເຊາະຂອງຕາຝັ່ງແມ່ນ້ຳຂອງ ແລະການຮັກສາຄຸນນະພາບຂອງນ້ຳ ຢ່າງ
ເໝາະສົມ ດ້ວຍການຮັກສາທັງລະດັບນ້ຳ ແລະປະລິມານນ້ຳໃຫ້ຄົງທີ່ ຈຶ່ງບໍ່ມີຜົນກະທົບຕໍ່
ການປ່ຽນແປງຂອງກະແສນ້ຳບໍລິເວນທ້າຍເຂື່ອນແຕ່ຢ່າງໃດ ຊຶ່ງສອດຄ້ອງກັບການຖະ
ແຫລງຂອງ ທ່ານສຸລິວົງ ດາລາວົງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີລາວ
ໄດ້ໃຫ້ການຢືນຢັນວ່າ:

“ໃນເບື້ອງຕົ້ນນີ້ ຫຼາຍໆພາກສ່ວນມີຄວາມເປັນຫ່ວງວ່າ ເຂື່ອນໄຟຟ້ານ້ຳຕົກ ໄຊຍະບູລີ
ນີ້ ຈະເຮັດໃຫ້ເສຍລະບົບນິເວດຕ່າງໆ ມັນຈະກະທົບປາ ກະທົບນ້ຳໃສ ນ້ຳຂຸ້ນ ກະທົບ
ການເດີນເຮືອ ຄວາມເປັນຫ່ວງເຫຼົ່ານີ້ ພວກຂ້າພະເຈົ້າໄດ້ເກັບກຳໝົດ ເທົ່າທີ່ຂ້າພະເຈົ້າ
ກຳໄດ້ນີ້ ມີ 270 ກວ່າບັນຫາ ໄດ້ນຳເອົາ 270 ກວ່າບັນຫານີ້ ມາວິໄຈ ໂດຍນັກຊ່ຽວຊານ
ທີ່ມີຊື່ສຽງຂອງໂລກ ຈົນມາຮອດດຽວນີ້ໜິ ນັກຊ່ຽວຊານ ກໍໄດ້ຂະໜານນາມເຂື່ອນໄຟຟ້າ
ນ້ຳຕົກໄຊຍະບູລີນີ້ວ່າ ເປັນເຂື່ອນ Transparent ຫຼືວ່າແປຄວາມເຮົານີ້ວ່າ ໂປ່ງໃສ.”

ໂດຍໃນປັດຈຸບັນນີ້ ການກໍ່ສ້າງເຂື່ອນໄຊຍະບູລີ ໄດ້ຄືບໜ້າໄປແລ້ວ 60 ເປີເຊັນ ຂອງແຜນ
ການທັງໝົດໂດຍຫຼ້າສຸດ ກໍໄດ້ເຮັດການກໍ່ສ້າງຕົວເຂື່ອນຝັ່ງເບື້ອງຂວາ ແລະກຳລັງດຳເນີນ
ການກໍ່ສ້າງເຮືອນຈັກ ແລະຕົວເຂື່ອນຝັ່ງເບື້ອງຊ້າຍ ເປັນໄປຕາມແຜນການທີ່ວາງໄວ້ ຈຶ່ງ
ໝັ້ນໃຈວ່າ ເຂື່ອນໄຊຍະບູລີ ຈະສຳເລັດທັງ 100 ເປີເຊັນ ໃນເດືອນຕຸລາ 2019 ແລະເລີ້ມ
ສົ່ງກະແສໄຟຟ້າຂາຍໃຫ້ໄທ ໃນທ້າຍປີ 2019 ເປັນເວລາ 29 ປີ.

ໂຄງການເຂື່ອນໄຟຟ້າໄຊຍະບູລີ ຈະສາມາດຜະລິດພະລັງງານໄຟຟ້າໄດ້ 1,285 ເມກາວັດ
ໂດຍໃນນີ້ ຈະສົ່ງຂາຍໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ 1,225 ເມກາວັດ ຫຼື
ຄິດເປັນພະລົງງານໄຟຟ້າສະເລ່ຍ 6,929 ລ້ານກິໂລວັດ/ໂມງຕໍ່ປີ ແລະຄິດເປັນມູນຄ່າ
ການສົ່ງອອກພະລັງງານໄຟຟ້າ 15,000 ລ້ານບາດ ໃນແຕ່ລະປີ ຫຼືຫຼາຍກວ່າ 435,000
ລ້ານບາດໃນຕະຫຼອດລະຍະ 29 ປີ ສ່ວນທີ່ເຫຼືອອີກ 60 ເມກາວັດນັ້ນ ຈະນຳໃຊ້ພາຍໃນ
ປະເທດລາວ.

ໂຄງການກໍ່ສ້າງເຂື່ອງໄຊຍະບູລີ ມີມູນຄ່າການລົງທຶນລວມເຖິງ 3,800 ລ້ານໂດລາ ໂດຍ
ເປັນການຮ່ວມທຶນລະຫວ່າງ 4 ບໍລິສັດຈາກໄທ ກໍຄື ກຸ່ມບໍລິສັດ ຊ.ການຊ່າງ ຈຳກັດ
(ມະຫາຊົນ), ບໍລິສັດ ນະທີ ຊິນເນີຈີ ຈຳກັດ, ບໍລິສັດຜະລິດໄຟຟ້າຈຳກັດ (ມະຫາຊົນ)
ແລະ ບໍລິສັດ ພີທີ ຄອນສຣັກຊັ້ນ ແອນ ອີຣິເກຊັ້ນ ໂດຍຖືຮຸ້ນລົງທຶນໃນສັດສ່ວນ 57.5
ເປີເຊັນ, 25 ເປີເຊັນ, 12.5 ເປີເຊັນ ແລະ 5 ເປີເຊັນ ຕາມລຳດັບ.

ໂດຍໃນປັດຈຸບັນ ປະເທດລາວມີແຫລ່ງຜະລິດໄຟຟ້າດ້ວຍພະລັງງານນ້ຳ 37 ແຫ່ງ ແລະ
ໂຮງຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນ ຈາກຖ່ານລິກໄນຕ໌ 1 ແຫ່ງ ມີກຳລັງຕິດຕັ້ງ
ລວມ 6,264.8 ເມກາວັດ ທີ່ສາມາດຜະລິດພະລັງງານໄຟຟ້າໄດ້ 33,315 ລ້ານ ກິິໂລວັດ
/ໂມງຕໍ່ປີ ເພີ້ມຂຶ້ນເຖິງ 200 ເທົ່າທຽບໃສ່ປີ 1975 ແລະ ຖ້າຫາກວ່າ ສາມາດບັນລຸເປົ້າໝາຍ
ໃນປີ 2020 ໄດ້ຈິງກໍຈະເຮັດໃຫ້ລາວມີແຫລ່ງຜະລິດໄຟຟ້າ 57 ແຫ່ງ ທີ່ມີກຳລັງຕິດຕັ້ງ ລວມ
9,764.8 ເມກາວັດ ແລະຜະລິດໄຟຟ້າໄດ້ເຖິງ 63,315 ລ້ານກິໂລວັດ/ໂມງຕໍ່ປີ.

ທັງນີ້ ໂດຍລັດຖະບານລາວ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈ ຮ່ວມກັບບັນດາເອກະຊົນ
ລາວ ແລະຕ່າງຊາດກ່ຽວກັບການພັດທະນາແຫລ່ງພະລັງງານໄຟຟ້າໄປແລ້ວເຖິງ 357
ໂຄງການ ມີກຳລັງຕິດຕັ້ງລວມເຖິງ 26,147 ເມກາວັດ ຄິດເປັນກຳລັງການຜະລິດກະແສ
ໄຟຟ້າລວມເຖິງ 115,118 ລ້ານກິໂລວັດ/ໂມງ.

XS
SM
MD
LG