ທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະບໍ່ແຮ່ຂອງ
ລາວ ຍອມຮັບວ່າ ການສຶກສາເພື່ອປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ຈາກການກໍ່ສ້າງເຂື່ອນໄຊຍະບູລີເທິງລໍາແມ່ນໍ້າຂອງ ທີ່ໄດ້ດໍາເນີນການສໍາເລັດແລ້ວ
ເມື່ອບໍ່ນານມານີ້ ໂດຍຊ່ຽວຊານຈາກສະວິດເຊີແລນ ແລະຝຣັ່ງເສດພົບວ່າ ການທີ່ຈະ
ເຮັດໃຫ້ເຂື່ອນໄຊຍະບູລີ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ໃນພື້ນທີ່ຕອນ ລ່າງໄດ້ຢ່າງມີປະສິດທິຜົນນັ້ນ ກໍຈໍາເປັນຢ່າງຍິ່ງທີ່ຈະຕ້ອງໃຊ້ເງິນທຶນເພີ້ມຂຶ້ນຈາກ
ແຜນການເດີມ.
ເງິນລົງທຶນທີ່ຈະຕ້ອງເພີ່ມຂື້ນດັ່ງກ່າວ ກໍ່ຈະເປັນການນໍາໄປໃຊ້ເຂົ້າໃນການກໍາຈັດຕະ
ກອນດິນ ເພື່ອບໍ່ໃຫ້ເກີດການທັບຖົມຂອງຕະກອນດິນ ທີ່ຈະເປັນສາເຫດເຮັດໃຫ້ເກີດ
ການຕື້ນເຂີນ ໃນເຂດຕອນລ່າງຂອງແມ່ນໍ້າຂອງ ແລະພ້ອມກັນນີ້ ເພື່ອເປັນການປ້ອງ
ກັນບໍ່ໃຫ້ເຂື່ອນໄປຂວາງກັ້ນເສັ້ນທາງສັນຈອນຂອງສັດນໍ້າອີກດ້ວຍນັ້ນ ກໍ່ເຮັດໃຫ້ຕ້ອງ
ມີີການເພີ້ມຊ່ອງທາງສັນຈອນຂອງສັດນໍ້າ ທີ່ຢູ່ຕອນເທິງ ແລະຕອນລ່າງຂອງເຂື່ອນໃຫ້
ຫຼາຍຂື້ນອີກດ້ວຍ.
ຊຶ່ງແນ່ນອນວ່າເງິນລົງທຶນ
ທີ່ຈະຕ້ອງເພີ່ມຂຶ້ນດັ່ງກ່າວ
ນີ້ ຍ່ອມຈະຕ້ອງຕົກເປັນ
ພາລະຂອງກຸ່ມລົງທຶນໃນ
ໂຄງການເຂື່ອນໄຊຍະບຸລີ
ຢູ່ແລ້ວ ໂດຍທາງການລາວ
ເຊື່ອໝັ້ນວ່າ ກຸ່ມລົງທຶນໃນ
ໂຄງການກໍ່ພ້ອມທີ່ຈະລົງທຶນ
ເພີ່ມຂື້ນຢູ່ແລ້ວ ພຽງແຕ່ວ່າຍັງຈະຕ້ອງມີການຕົກລົງກັນໃນລາຍລະອຽດເທົ່ານັ້ນດັ່ງທີ່
ທ່ານ ວິລະພົນ ໄດ້ໃຫ້ການ ຊີ້ແຈງວ່າ:
“ລັດຖະບານລາວກໍ່ໄດ້ຖາມບໍລິສັດຜູ້ທີ່ສິພັດທະນາວ່າ ຍິນດີເຮັດນໍາບໍ່ ເຂົາ
ກະວ່າ ຍິນດີເຮັດນໍາຫັ້ນແລ້ວ ເພາະວ່າໃນໄລຍະຍາວແລ້ວ ມັນກະສິດີສໍາລັບ
ໝົດທຸຝ່າຍ ຖືວ່າມັນເປັນເຂື່ອນທີ່ວ່າບໍ່ມີຜົນກະທົບຫຍັງໝົດ ແຕ່ວ່າມັນ
ມີ Cost ເພີ່ມຂຶ້ນ ອັນນີ້ຍັງສິໄດ້ຄຸຍກັນໃນລາຍລະອຽດ ລັດຖະບານລາວ ກະບໍ່ມີຄວາມຮູ້ຫຼາຍເທົ່າພວກຊ່ຽວຊານ ກະສິໄດ້ຟັງຄວາມເຂົາຫັ່ນແລ້ວ.”
ພ້ອມກັນນີ້ ທ່ານວີລະພົນ ຍັງໄດ້ໃຫ້ການຢືນຢັນວ່າ ທາງການລາວ ໄດ້ປະຕິບັດເງື່ອນ
ໄຂຕາມຂໍ້ຕົກລົງວ່າດ້ວຍການໃຊ້ປະໂຫຍດຈາກແມ່ນໍ້າຂອງ ຊຶ່ງເປັນຂໍ້ຕົກລົງຮ່ວມກັນ ລະຫວ່າງລັດຖະບານລາວ, ໄທ, ກໍາປູເຈຍ ແລະຫວຽດນາມ ໃນຖານະທີ່ເປັນປະເທດ
ສະມາຊິກໃນຄະນະກໍາມາທິການແມ່ນໍ້າຂອງ (MRC) ດ້ວຍກັນ ຢ່າງຄົບຖ້ວນແລ້ວ.
ຊຶ່ງກໍ່ຄື ການປຶກສາຫາລືຮ່ວມກັບປະເທດພາຄີໃນ MRC ເປັນເວລາບໍ່ໜ້ອຍກວ່າ 6
ເດືອນກ່ອນທີ່ຈະລົງມືກໍ່ສ້າງເຂື່ອນໄຊຍະບູລີ ໂດຍທາງການລາວກໍ່ໄດ້ປະຕິບັດຕາມ
ເງື່ອນໄຂດັ່ງກ່າວຢ່າງຄົບຖ້ວນ ນັບຕັ້ງແຕ່ ເດືອນເມສາ 2011 ເປັນຕົ້ນມາແລ້ວ ຫາກ
ແຕ່ວ່າ ດ້ວຍເຫດທີ່ປະເທດພາຄີໃນ MRC ດ້ວຍກັນ ຍັງຄົງມີຄວາມກັງວົນໃຈກ່ຽວກັບ
ບັນຫາຜົນກະທົບ ທີ່ຈະເກີດຂຶ້ນຈາກການກໍ່ສ້າງເຂື່ອນໄຊຍະບູລີເທິງລໍາແມ່ນໍ້າຂອງ
ດັ່ງກ່າວ ຈຶ່ງເຮັດໃຫ້ທາງການລາວ ໄດ້ວ່າຈ້າງຊ່ຽວຊານທັງຈາກສະວິດເຊີແລນ ແລະ
ຝຣັ່ງເສດ ເພື່ອທໍາການສຶກສາຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດຢ່າງຮອບ
ດ້ານ ບົນພື້ນຖານຂອງການດໍາເນີນງານໃນທຸກຂັ້ນຕອນຢ່າງໂປ່ງໃສ.
ແຕ່ຢ່າງໃດກໍຕາມ ບັນຫາ
ໂຄງການເຂື່ອນໄຊຍະບູລີ
ໃນເວລານີ້ກໍບໍ່ໄດ້ມີພຽງແຕ່
ບັນຫາຄວາມກັງວົນໃຈຂອງ
ປະເທດພາຄີໃນ MRC ດ້ວຍ
ກັນເທົ່ານັ້ນຫາກຍັງຕອງປະ
ເຊີນກັບການຖືກຄັດຄ້ານ
ຈາກອົງການອານຸລັກສະ
ພາບແວດລ້ອມທຳມະຊາດ
ອີກດ້ວຍ. ໂດຍຫລ້າສຸດເຄືອ
ຂ່າຍປະຊາຊົນໄທເພື່ອການ
ອານຸລັກຊັບພະຍາກອນທຳ
ມະຊາດໃນແມ່ນໍ້າຂອງ ໄດ້
ລວມຕົວກັນຢູ່ຕໍ່ໜ້າສໍານັກງານໃຫຍ່ຂອງທະນາຄານໄທພານິດ ແລະສໍານັກງານໃຫຍ່
ຂອງກຸ່ມບໍລິສັດ ຊ. ການຊ່າງ ທີ່ຕັ້ງຢູ່ໃນບາງກອກ ເພື່ອຍື່ນຈົດໝາຍ ທີ່ສະແດງເຖິງ
ການຄັດຄ້ານຕໍ່ແຜນການກໍ່ສ້າງເຂື່ອນໄຊຍະບູລີເທິງລໍາແມ່ນໍ້າຂອງໃນເຂດປະເທດລາວ.
ໃນໂອກາດດຽວກັນເຄືອຂ່າຍປະຊາຊົນໄທ ກໍຍັງອອກຖະແຫລງການຢືນຢັນອີກດ້ວຍວ່າ
ຈະດໍາເນີນການຟ້ອງຮ້ອງຕໍ່ສານປົກຄອງຂອງໄທອີກດ້ວຍ. ເນື່ອງຈາກວ່າ ເຄືອຂ່າຍປະ
ຊາຊົນໄທຖືວ່າ ການລົງນາມໃນສັນຍາຊື້ຂາຍພະລັງງານໄຟຟ້າຈາກເຂື່ອນໄຊຍະບູລີລະ
ຫວ່າງລາວກັບໄທນັ້ນ ໄດ້ຈັດທໍາຂຶ້ນໂດຍບໍ່ໄດ້ເປີດເຜີຍຂໍ້ມູນ-ຂ່າວສານແກ່ປະຊາຊົນໄທ
ໃນວົງກວ້າງແຕ່ຢ່າງໃດ ຈຶ່ງຂັດຕໍ່ກົດໝາຍລັດຖະທໍາມະນູນການປົກຄອງຂອງໄທນັ້ນເອງ.