ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ໄຊ​ຍະ​ບູ​ລີ​ ໃກ້ຈະ​ເສັດ​ສົມ​ບູນ ​ແລ້ວ ພາຍ​ໃນ​ທ້າຍ​ປີ 2019 ນີ້


ເຂື່ອນ​ໄຊ​ຍະ​ບູ​ລີ
ເຂື່ອນ​ໄຊ​ຍະ​ບູ​ລີ

ການ​ກໍ່​ສ້າງ​ເຂື່ອນ​ໄຊ​ຍະ​ບູ​ລີ​ ໃກ້ຈະ​ເສັດ​ສົມ​ບູນ ໂດຍ​ບໍ​ລິ​ສັດ​ຜູ້​ລົງ​ທຶນ​ຢືນ​ຢັນ​ວ່າ
ໄດ້​ນຳ​ໃຊ້​ເທັກ​ນິກ​ທີ່​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ ແລະ​ພ້ອມ​ທີ່​ຈະ​ຜະ​ລິດ​ກະ​ແສ​ໄຟ​ຟ້າ
ສົ່ງ​ຂາຍ​ໃຫ້​ໄທໃນ​ເດືອນ​ທັນ​ວາ 2019 ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ເຣ​ວັດ ສຸ​ວັນ​ນະ​ກິ​ດຕິ ຮອງ​ປະ​ທານ​ກຳ​ມະ​ການ​ຜູ້​ຈັດ​ການ ບໍ​ລິ​ສັດ​ໄຊ​ຍະ​ບູ​ລີ​
ພາວ​ເວີ​ຣ໌ ຈຳ​ກັດ ໃຫ້​ການ​ຢືນ​ຢັນ ວ່າ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູ​ລີ ເທິງ​ແນວ
​ແມ່​ນ້ຳ​ຂອງ ໄດ້​ຄືບ​ໜ້າ​ຕາມ​ແຜນ​ການ​ທີ່​ໄດ້​ວາງ​ໄວ້​ໃນ​ທຸກ​ດ້ານ ຈຶ່ງ​ໝັ້ນ​ໃຈ​ວ່າ​
ການ​ກໍ່​ສ້າງ​ເຂື່ອນ​ຈະ​ເສັດສົມ​ບູນ​ແລະຜະ​ລິດ​ກະ​ແສ​ໄຟ​ຟ້າ​ເພື່ອ​ສົ່ງ​ຂາຍ​ໃຫ້ກັບ​
ການ​ໄຟ​ຟ້າ ຝ່າຍ​ຜະ​ລິດ​ແຫ່ງ​ປະ​ເທດ​ໄທ (EGAT) ໄດ້ພາຍ​ໃນ​ເດືອນ​ທັນ​ວາ
2019 ໄປ​ຈົນ​ເຖິງ​ປີ 2048 ຊຶ່ງ​ຈະ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ ໄດ້​ຮັບຜົນ​ຕອບ
​ແທນ​ເປັນ​ຄ່າ​ສຳ​ປະ​ທານ ແລະ​ສ່ວນ​ແບ່ງ​ຈາກ​ການ​ຖື​ຮຸ້ນຮ່ວມ​ທຶນ ໃນ​ໂຄງ​ການ​
ຄິດເປັນ​ມູນ​ຄ່າ​ສະ​ເລ່ຍ 135 ລ້ານໂດ​ລາ ຕໍ່​ປີ ໃນ​ຕະ​ຫຼອດ​ອາ​ຍຸສຳປະ​ທານ 29 ປີ.

ໂຄງການ​ເຂື່ອນ​ໄຟ​ຟ້າ​ໄຊ​ຍະ​ບູ​ລີ ຈະ​ສາ​ມາດ​ຜະ​ລິດ​ພະ​ລັງ​ງານ​ໄຟ​ຟ້າໄດ້ 1,285
ເມ​ກາ​ວັດ ໂດຍ​ໃນ​ນີ້ຈະ​ສົ່ງ​ຂາຍ​ໃຫ້​ກັບ​ການ​ໄຟ​ຟ້າ​ຝ່າຍ​ຜະ​ລິດ​ແຫ່ງ​ປະ​ເທດ​ໄທ
1,225 ເມ​ກາ​ວັດ ຫຼື​ຄິດ​ເປັນ​ພະ​ລັງ​ງານ​ໄຟ​ຟ້າ ສະ​ເລ່ຍ 6,929 ລ້ານ​ກິ​ໂລ​ວັດ/ໂມງ
ຕໍ່​ປີ ແລະ​ຄິດ​ເປັນ​ມູນ​ຄ່າ​ ການ​ສົ່ງ​ອອກ​ພະ​ລັງ​ງານ​ໄຟ​ຟ້າເຖິງ 15,000 ລ້ານ​ບາດ
ໃນ​ແຕ່​ລະ​ປີ ຫຼື​ຫຼາຍກວ່າ 435,000 ລ້ານບາດ ໃນ​ຕະ​ຫຼອດ​ໄລ​ຍະ 29 ປີ
ສ່ວນ​ກະ​ແສ​ໄຟ​ຟ້າ ທີ່​ເຫຼືອ​ອີກ​ໃນ​ປະ​ລິ​ມານ 60 ເມ​ກາ​ວັດ ນັ້ນ​ຈະ​ຂາຍ​ໃຫ້​ລັດ​ວິ​ສາ
ຫະ​ກິດໄຟ​ຟ້າລາວ (EDL)ເພື່ອ​ຕອບ​ສະ​ໜອງ​ການ​ຊົມ​ໃຊ້ ພາຍ​ໃນປະ​ເທດລາວ.

ໂຄງການກໍ່​ສ້າງ​ເຂື່ອນ​ໄຊ​ຍະ​ບູ​ລີ ມີ​ມູນ​ຄ່າ​ການ​ລົງ​ທຶນ​ຮວມ​ເຖິງ 4,000 ລ້ານ ໂດ​ລາ
ໂດຍ​ເປັນ​ການ​ຮ່ວມ​ທຶນລະ​ຫວ່າງ 4 ບໍ​ລິ​ສັດ ຈາກ​ປະ​ເທດ​ໄທ​ຍ ຄື​ກຸ່ມ​ບໍ​ລິ​ສັດ ຊ.
ການ​ຊ່າງ​ຈຳ​ກັດ ມະ​ຫາ​ຊົນ, ບໍ​ລິ​ສັດ ນະ​ທີ ຊິນ​ເນີ​ຈີຈຳ​ກັດ, ບໍ​ລິສັດຜະ​ລິດ
ໄຟ​ຟ້າ ​ຈຳ​ກັດມະ​ຫາ​ຊົນ ແລະບໍ​ລິສັດ ພີ​ທີ ຄອນ​ສ​ຕ​ຣັກ​ຊັນ ແອນ​ອີ​ຣີ​ເກ​ຊັນ
ຈຳ​ກັດ ໂດຍ​ຖື​ຮຸ້ນ​ລົງ​ທຶນ​ ໃນ​ສັດ​ສ່ວນ 57.5 ເປີ​ເຊັນ, 25 ເປີ​ເຊັນ, 12.5 ເປີ​ເຊັນ
ແລະ 5 ເປີ​ເຊັນ ຕາມ​ລຳ​ດັບ.

​ການ​ກໍ່​ສ້າງ​ເຂື່ອນ​ໄຊ​ຍະ​ບູ​ລີ ໄດ້​ນຳ​ໃ​ຊ້​ເທັກ​ນິກ​ທັນ​ສະ​ໄໝ ແລະ​ໄດ້​ມາດ​ຕະ​ຖານ​
ສາ​ກົນ ຈຶ່ງ​ເປັນໂຄງ​ການ​ນຶ່ງ​ທີ່​ໄດ້​ມີ​ການ​ປ້ອງ​ກັນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ
ແລະ​ສັດ​ນ້ຳ ໃນ​ແມ່​ນ້ຳ​ຂອງໄດ້​ດີ​ທີ່​ສຸດ ໃນ​ໂລກ​ດັ່ງ​ທີ່ ທ່ານ​ເຣ​ວັດ ສຸ​ວັນ​ນະ​ກິດ​ຕິ ໄດ້​ໃຫ້
​ການ​ຢືນ​ຢັນ​ວ່າ“ເວ​ລາ​ນີ້​ເຮົາ​ສາ​ມາດ​ເວົ້າ​ໄດ້​ເຕັມ​ທີ່​ວ່າ ທາງ​ປາຜ່ານ​ຂອງ​ໂຮງ​ໄຟ​ຟ້າ​
ໄຊ​ຍະ​ບູ​ລີ ນີ້ ​ດີ​ທີ່​ສຸດ ​ໃນ​ໂລກເຮົາຈະ​ມີ​ຊ່ອງ​ຫຼາຍ​ຊ່ອງ ໃຫ້​ປາ​ເລືອກ​ຜ່ານ​ໄດ້​ຕາມ
​ຄວາມ​ພໍ​ໃຈ​ ແລ້ວກໍ​ອີກ​ຢ່າງ​ນຶ່ງກໍ​ຄື​ທີ່​ນີ້ ຈະ​ເປັນ​ແຫ່ງ​ທຳ​ອິດ ຂອງ​ເອ​ເຊຍ​ທີ່​ມີ ລິ​ຟ
ສຳ​ລັບ​ຍົກ​ປາໂດຍ​ເຮົາ​ປ້ຳ​ນ້ຳ​ເຂົ້າ​ໄປລໍ້​ປາ​ໃຫ້​ເຂົ້າ​ມາ ໃນ​ລະ​ບົບ​ຂອງ​ໂຮງ​ໄຟ​ຟ້າ
ແລ້ວກໍ​ຊັກ​ນຳ​ ຜ່ານ​ເຂົ້າ​ມາ ຈົນ​ກະ​ທັ້ງ​ເຖິງ​ຈຸດ​ຮວມ​ປາ ພໍ​ເຖິງ​ຈຸດ​ຮວມ​ນີ້ ເຮົາ​ກໍ​
ຈະ​ມີ​ລິຟຍົກ​ປາ​ຂຶ້ນໄປ​ແລ້ວ ກໍ​ປ່ອຍ​ອອກ​ທາງ​ຄອງດ້ານ​ເໜືອ​ນ້ຳ​ໃຫ້​ປາ​ລອຍ​
ອອກ​ໄປ​ໄດ້.”

​ເເຕ່​ຢ່າງ​ໃດກໍ​ຕາມ ໂຄງ​ການ​ເຂື່ອນ​ໄຊ​ຍະ​ບູ​ລີ ກໍ​ຖືກ​ຄັດ​ຄ້ານ ຈາກ​ເຄືອ​ຂ່າຍ​ອົງ​ການ
​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ທຳ​ມະ​ຊາດ​ຢ່າງກວ້າງ​ຂວາງ ເນື່ອງ​ຈາກ​ໂຄງ​ການ​ທີ່​ກໍ່​ສ້າງ
ເທິງ​ແນວ​ແມ່​ນ້ຳ​ຂອງ ຈຶ່ງ​ເຮັດ​ໃຫ້​ມີຄວາມ​ຢ້ານ​ກົວວ່າ ຈະສົ່ງ​ຜົນ​ກະ​ທົບ​ທັງ​ຕໍ່ສັດ​ນ້ຳ​
ແລະ​ດິນ​ຕະ​ກອນທີ່ເປັນ​ທັງ​ແຫຼ່ງ​ອາ​ຫານຂອງ​ສັດ​ນ້ຳ ແລະ​ເປັນ​ປຸຍທີ່
​ອຸ​ດົມ​ສົມ​ບູນ​ສຳ​ລັບ​ການ​ປູກ​ພືດ​ສະ​ບຽງ​ອາ​ຫານ ໃນລຸ່ມ​ແມ່​ນ້ຳ​ຂອງ​ດ້ວຍ.

ທາງດ້າ​ນ ທ່ານ​ອາ​ນຸ​ພາບ ວົງ​ລະ​ຄອນ ຮອງ​ກຳ​ມະ​ການຜູ້​ຈັດ​ການບໍ​ລິ​ສັດ​ໄຊ​ຍະ​ບູ​ລີ
​ພາວ​ເວີ​ຣ໌ ຈຳ​ກັດໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ເຂື່ອນ​ໄຟ​ຟ້າ​ໄຊ​ຍະ​ບູ​ລີ ເປັນ​ເຂື່ອນ​ແບບ​
ນ້ຳ​ໄຫຼ​ຜ່ານ​ທີ່​ບໍ່​ມີ​ການ​ກັກ​ເກັບ​ນ້ຳ ແຕ່​ຢ່າງ​ໃດ ແລະ​ມີ​ປະ​ຕູ​ນ້ຳເພື່ອ​ໃຫ້​ປາ ສາ​ມາດ
​ຂຶ້ນ​-ລົງ ໄດ້​ຢ່າງ​ສະ​ດວກ ອີກ​ທັງ​ຍັງ ​ມີ​ຊ່ອງ​ທາງແລ່ນ​ເຮືອກວ້າງ 12 ແມັດ ຍາວ
700 ແມັດ ທີ່​ສາ​ມາດ​ຮັບ​ຮອງ​ເຮືອ​ຂົນ​ສົ່ງ​ສິນ​ຄ້າ​ຂະ​ໜາດ​ລະ​ຫວ່າງ​ນ້ຳ​ໜັກ ໄດ້​ເຖິງ
500 ໂຕນ.

ທັງນີ້ ໂດຍ​ພາຍ​ໃນ​ປີ 2021 ລາວ​ຈະ​ມີ​ແຫຼ່ງ​ຜະ​ລິດ​ພະ​ລັງ​ງານ​ໄຟ​ຟ້າ​ເຖິງ 100
ໂຄງ​ການທີ່​ມີ​ກຳ​ລັງ​ຕິດ​ຕັ້ງຮວມ​ຫຼາຍກວ່າ 13,000 ເມ​ກາ​ວັດ ທີ່​ສາ​ມາດ​ຜະ​ລິດ
​ກະ​ແສ​ໄຟ​ຟ້າ ໄດ້ 67,000 ລ້ານ​ກິ​ໂລ​ວັດ/ໂມງ/ປີ ໃນ​ນີ້​ແບ່ງ​ເປັນ​ແຫຼ່ງ​ຜະ​ລິດ​ພະ​ລັງ​
ງ​ານ​ໄຟ​ຟ້າ ທີ່​ມີ​ຢູ່ແລ້ວ 61 ໂຄງ​ການ ມີ​ກຳ​ລັງ​ຕິດ​ຕັ້ງ 7,200 ເມ​ກາ​ວັດ ທີ່​ສາ​ມາດ
​ຜະ​ລິດ​ກະ​ແສ​ໄຟ​ຟ້າ ໄດ້​ເຖິງ 37,086 ລ້ານ​ກິ​ໂລ​ວັດ/ໂມງ/ປີ ​ແລະ​ກຳ​ລັງ​ກໍ່​ສ້າງ 39
ໂຄງ​ການ ມີ​ກຳ​ລັງ​ຕິດ​ຕັ້ງຮວມ 5,900 ເມ​ກາ​ວັດ ສາ​ມາດ​ຜະ​ລິດ​ກະ​ແສ​ໄຟ​ຟ້າ
ໄດ້​ເຖິງ 29,914 ລ້ານ​ກິ​ໂລ​ວັ​ດ/ໂມງ ຊຶ່​ງສ່ວນໃຫຍ່ມີ​ກຳນົດ​ ການ​ກໍ່​ສ້າງ​ແລ້ວ​ເສັດ
ໃນ​ປີ 2020-2021 ໃນ​ນີ້ 85 ເປີ​ເຊັນ ຂອງ​ພະ​ລັງ​ງານ​ໄຟຟ້າ ທີ່​ຜະ​ລິດ​ໄດ້ທັງ​ໝົດ
​ຈະ​ສົ່ງອອກ​ໄປ​ຕ່າງ​ປະ​ເທດ.

XS
SM
MD
LG