ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາຍງານທ້າຍປີ: ທ່ານ ບລິງເກັນ ປະເຊີນໜ້າກັບບັນຫາຕ່າງໆ ແລະການຟື້ນຟູສາຍພົວພັນ ກັບບັນດາປະເທດພັນທະມິດ


YE US Foreign Crises USAGM
please wait

No media source currently available

0:00 0:03:38 0:00

ລາຍງານທ້າຍປີກ່ຽວກັບວິກິດການ ໃນຕ່າງປະເທດ ທີ່ສະຫະລັດ ​ພວມ​ຮັບ​ມື​.

ລັດຖະບານຂອງທ່ານໄບເດັນ ເຂົ້າຮັບຕໍາແໜ່ງ ໂດຍປະ​ກາດວ່າ ‘ເປັນການກັບມາຂອງອາເມຣິກາ’, ເຊິ່ງລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດວຽກ​ໃກ້​ຊິດ​ຫຼາຍ​ຂຶ້ນເພື່ອເພີ້ມຄວາມສໍາພັນກັບບັນດາພັນທະມິດ. ແຕ່ວິກິດການ ທີ່ບໍ່ຄາດຄິດເຊັ່ນ ການກໍ່ລັດຖະປະ ຫານ ແລະຄວາມຂັດແຍ້ງຢູ່ໃນເອທີໂອເປຍ, ເຮຕີ, ມຽນມາ, ຊູດານ ແລະ ຢູ- ເຄຣນ ກໍເປັນສາເຫດ ທີ່ເຮັດໃຫ້ທາງການທູດ​ຂອງສະຫະລັດ ໃຫ້ຄວາມສົນໃຈສູງເຊັ່ນ​ດຽວ​ກັນ ໃນປີ 2021. ຊິນດີ້ ເຊນ (Cindy Saine) ນັກຂ່າວການທູດ​ອະວຸໂສ ຂອງ VOA ມີລາຍງານ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາ ສະເໜີທ່ານໃນອັນດັບຕໍ່ໄປ.

ໄດ້ເກີດມີຄວາມຫວັງທີ່ສູງໃນຫຼາຍໆປະເທດພັນທະມິດຂອງອາເມຣິກາ ແລະນັກສັງເກດການ ຢູ່ໃນທົ່ວໂລກ, ໃນຖະນະທີ່ເປັນ ນັກການທູດຫຼາຍສະໄໝ ທ່ານແອນໂທນີ ບລິງເກັນ ໄດ້ສາບານຕົວ​ເຂົ້າ​ຮັບ​ຕຳແໜ່ງ ເປັນລັດຖະມົນຕີການຕ່າງປະເທດຄົນທີ 71 ຂອງສະຫະລັດ ໃນເດືອນມັງກອນ ຕົ້ນປີນີ້.

“ມັນເປັນວັນໃໝ່ ສໍາລັບອາເມຣິກາ. ມັນເປັນວັນໃໝ່ ສໍາລັບໂລກນີ້.”

ໃນການສົນທະນາກັບເຈົ້າໜ້າທີ່ກະຊວງການຕ່າງປະເທດໃນມື້ທໍາອິດຂອງທ່ານ, ທ່ານບລິງເກັນ ໄດ້ຕັ້ງຄວາມຄາດຫວັງໄວ້ສູງ.

ທ່ານແອນໂທນີ ບລິງເກັນ, ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະ ລັດ ກ່າວວ່າ:

“ນະເວລານີ້ ໂລກກໍາລັງເບິ່ງພວກເຮົາ ຢ່າງຕັ້ງໃຈ. ພວກເຂົາເຈົ້າຢາກຮູ້ວ່າ ພວກເຮົາຈະສາມາດປິ່ນປົວປະເທດຂອງພວກເຮົາໄດ້ຫຼືບໍ່. ພວກເຂົາເຈົ້າຕ້ອງ ການເບິ່ງວ່າ ພວກເຮົາຈະນໍາພາປະເທດດ້ວຍອໍານາດໃນແບບຢ່າງຂອງພວກເຮົາຫຼືບໍ່, ຖ້າຫາກພວກເຮົາຈະເພີ້ມຄຸນນະພາບທາງການທູດກັບບັນດາປະເທດພັນທະມິດ ແລະຄູ່ຮ່ວມພາຄີຂອງພວກເຮົາ ເພື່ອບັນລຸກັບຄວາມທ້າທາຍທີ່ຍິ່ງໃຫຍ່ໃນຊ່ວງເວລາຂອງພວກເຮົາເຊັ່ນ: ການລະບາດຄັ້ງໃຫຍ່ຂອງເຊື້ອໄວຣັສ, ການປ່ຽນແປງຂອງສະພາບອາກາດ, ວິກິດການທາງເສດຖະກິດ, ໄພຂົ່ມ​ຂູ່ຕໍ່ປະຊາທິປະໄຕ, ການຕໍ່ສູ້ເພື່ອຄວາມຍຸຕິທໍາທາງເຊື້ອຊາດ ແລະອັນຕະລາຍຕໍ່ຄວາມປອດໄພ​ ສະ​ຖຽນ​ລະ​ພາບ ໃນໂລກຂອງພວກເຮົາ ທີ່ຖືກວາງໂດຍສັດຕູ ແລະຄູ່ແຂ່ງ.”

ແຕ່ຄໍາໝັ້ນສັນຍາທີ່ມີໃນເດືອນມັງກອນນັ້ນ ແມ່ນເກີດຂຶ້ນໄດ້ຍາກທີ່ສຸດ ບົນພື້ນຖານດັ່ງກ່າວ.

ການກໍ່ລັດຖະປະຫານໃນເດືອນກຸມພາຢູ່ໃນມຽນມາ ຕາມມາດ້ວຍການປາບປາມພວກປະທ້ວງຈໍານວນຫຼາຍພັນຄົນ, ການລອບສັງຫານປະທານາທິບໍດີຂອງເຮຕີໃນເດືອນກໍລະກົດ ແລະການກໍ່ລັດຖະປະຫານຂອງພວກທະຫານຢູ່ໃນຊູດານໃນເດືອນຕຸລາ ເປັນພຽງສ່ວນນຶ່ງຂອງວິກິດການນານາຊາດທີ່ລັດຖະບານຂອງທ່ານ ໄບເດັນ ຕ້ອງ​ໄດ້​ຮັບ​ມືໃນລະຫວ່າງປີ 2021.

ສະຫະລັດ ຍັງໄດ້ດໍາເນີນງານເພື່ອຊ່ວຍຍຸຕິຄວາມຂັດແຍ້ງທີ່ໄດ້ດໍາເນີນມາເປັນປີ ເຊິ່ງໄດ້ເລີ້ມຕົ້ນຂຶ້ນຢູ່ຂົງເຂດທິເກຣ ໃນພາກເໜືອຂອງເອທີໂອເປຍ ບ່ອນທີ່ປະຊາຊົນຫຼາຍລ້ານຄົນ ກໍາລັງປະເຊີນກັບຄວາມອຶດຫິວ.

ທ່ານນາງມິແຊລ ກາວິນ (Michelle Gavin), ນັກວິເຄາະຄວາມສໍາພັນລະ ຫວ່າງຊາດຂອງອາຟຣິກາ ກ່າວຜ່ານທາງສະໄກປ໌ວ່າ:

“ຂ້າພະເຈົ້າຄິດວ່າ ລັດຖະບານຂອງທ່ານໄບເດັນ ໄດ້ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍ ໃນການມີສ່ວນຮ່ວມທາງການທູດຢູ່ໃນປະເດັນນີ້ ດ້ວຍການແຕ່ງຕັ້ງທູດພິເສດ ທ່ານ ເຈັຟຟຣີ ແຟລທ໌ແມນ (Jeffrey Feltman), ເຊິ່ງເປັນຜູ້ໃຫ້ຄວາມສົນໃຈລະດັບສູງເປັນທີ່ສຸດ. ແຕ່ບໍ່ມີສິ່ງໃດປ່ຽນແປງພຶດຕິກໍາໄດ້ຢ່າງຈິງຈັງ. ແລະດັ່ງນັ້ນ ພວກເຮົາແມ່ນຢູ່ທີ່ແຄມໜ້າຜາ, ຮູ້ສຶກເໝືອນດັ່ງກໍາລັງຈະພັງທະລາຍລົງຢູ່ໃນປະເທດ ເອທີໂອເປຍ.”

ເຖິງແມ່ນຈະມີຄວາມທ້າທາຍຈາກຕ່າງປະເທດ, ບັນດານັກວິເຄາະກ່າວວ່າ ປະ ທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະຜູ້ທີ່ໄວ້ເນື້ອເຊື້ອໃຈຂອງທ່ານຄືທ່ານບລິງເກັນ ແມ່ນປະສົບຄວາມສໍາເລັດ ໃນເປົ້າໝາຍຫຼັກຂອງພວກທ່ານທັງສອງ ໃນການຟື້ນຟູໃນສິ່ງທີ່ພວກທ່ານເຫັນວ່າ ເປັນວິກິດການທາງດ້ານຄວາມສໍາພັນ ແລະການເປັນ​ພັນ​ທະ​ມິດທີ່ຖືກທໍາລາຍໂດຍທັດສະນະທີ່ວ່າ “ອາເມຣິກາຕ້ອງມາກ່ອນ” ຂອງອະດີດປະທານາທິບໍດີສະຫະລັດ ທ່ານ​ດໍໂນລ ທຣໍາ.

ທ່ານໄບຣອັນ ກາຕູລິສ (Brian Katulis), ນັກວິເຄາະແຫ່ງສະຖາບັນຕາເວັນອອກກາງ ກ່າວຜ່ານທາງສະໄກປ໌ວ່າ:

“ໂດຍລວມແລ້ວ ຂ້າພະເຈົ້າຄິດວ່າ ພວກທ່ານທັງສອງສາມາດທີ່ຈະຢຶດໝັ້ນກັບການຫຼິ້ນແຜນທີ່ກ້ວາງຂຶ້ນຂອງພວກທ່ານທັງສອງໄດ້, ຈາກການໃຫ້ປະທານາທິບໍດີໄບເດັນ ໄປຢູໂຣບໃນຊ່ວງລະດູໃບໄມ້ປົ່ງ, ພະຍາຍາມສ້າງສາຍສໍາພັນທີ່ເລິກເຊິ່ງກັບພັນທະມິດປະຊາທິປະໄຕຢູໂຣບ ແລະຄູ່ຮ່ວມພາຄີ ຂອງພວກເຮົາ, ຢູ່ໃນເອເຊຍ ກໍເຊັ່ນດຽວກັນ ພະຍາຍາມຮວບຮວມບັນດາປະເທດ ທີ່ບໍ່ຄ່ອຍຈະໝັ້ນໃຈວ່າ ສະຫະລັດກໍາລັງເດີນໄປແນວໃດ...”

ແຕ່ບັນດານັກວິເຄາະກ່າວວ່າ ການຖອນໂຕອອກຈາກອັຟການິສຖານທີ່ສັບສົນວຸ້ນວາຍໃນຊ່ວງເດືອນສິງຫາທີ່ຜ່ານມານັ້ນ ໄດ້ເປັນການທົດສອບລັດຖະບານຂອງທ່ານໄບເດັນ, ຄຽງຄູ່ກັບການສະແດງຄວາມບໍ່ພໍໃຈ ຂອງຝຣັ່ງ ກ່ຽວກັບຂໍ້ຕົກລົງເຮືອດໍານໍ້າລະຫວ່າງ ສະຫະລັດ ແລະອອສເຕຣເລຍ.

ທ່ານໄມໂຄລ ຄິມເມຈ (Michael Kimmage), ຈາກກອງທຶນ ມາໂຊລ (Mashall) ຂອງເຢຍຣະມັນ ກ່າວຜ່ານທາງສະໄກປ໌ວ່າ:

“ການສ້າງສໍາພັນທະມິດກັບຢູໂຣບແມ່ນໄດ້ຮັບການປັບປຸງແລ້ວ. ແນ່ນອນ, ມັນ ມີແນວຂ້ອງຄາ ລະຫວ່າງເສັ້ນທາງດັ່ງກ່າວ, ຂໍ້ຕົກລົງ ກ່ຽວກັບອັຟການິສຖານ ແລະ ເຮືອດໍານໍ້າ AUCKUS ແມ່ນເປັນສອງບັນຫາໃຫຍ່. ແຕ່ການ​ເປັນ​ພັນ​ທະມິດ ຍັງດໍາເນີນງານ​ໄປໄດ້​ດີກວ່າ​ເກົ່າ.”

ໃນຂະນະທີ່ປີ 2022 ໃກ້ຈະເຂົ້າມາ, ຈີນແລະປະ​ເທດ​ທີ່​ເປັນ​ປໍ​ລະ​ປັກອື່ນໆຂອງສະຫະລັດ ແມ່ນກໍາລັງສັງເກດເບິ່ງວ່າ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ແລະ​ທ່ານ​ບ​ລິງ​ເກັນ ຈະຮັບ​ມື​ແບບ​ໃດ ກັບກອງທັບຣັດເຊຍ ທີ່ໄດ້ເຕົ້າ​ໂຮມ​ກຳ​ລັງ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ຢູ່ຕາມແນວຊາຍແດນຂອງຢູເຄຣນ, ແລະສະຫະລັດຈະ​ປະ​ຕິ​ບັດ​ຕາມ ຕໍ່ຄໍາໝັ້ນສັນຍາຂອງຕົນຫຼື​ບໍ່ ເພື່ອ​ປົກ​ປ້ອງ​ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນຂອງພັນທະມິດ.

The Biden administration came into office vowing 'America is back', with Secretary of State Antony Blinken pledging to work closely to boost ties with allies. But unexpected crises, coups and conflicts in Ethiopia, Haiti, Myanmar, Sudan and Ukraine have also commanded the top U.S. diplomat’s attention in 2021. VOA's Senior Diplomatic Correspondent Cindy Saine reports.

Hopes were high among many American allies and observers around the world, as veteran diplomat Antony Blinken was sworn in as the 71st U.S. Secretary of State in January.

“It's a new day for America. It's a new day for the world."

Speaking to State Department staff on his first day, Blinken set high expectations.

(Antony Blinken, Secretary of State)

"The world is watching us intently right now. They want to know if we can heal our nation. They want to see whether we will lead with the power of our example, if we'll put a premium on diplomacy with our allies and partners to meet the great challenges of our time – like the pandemic, climate change, the economic crisis, threats to democracies, fights for racial justice – and the danger to our security and global stability posed by our rivals and adversaries."

But the promises in January were met by a hard reality on the ground.

A February military coup in Myanmar, followed by a violent crackdown on tens of thousands of protesters, the July assassination of Haiti’s president and an October military coup in Sudan, are just a few of the international crises the Biden administration has dealt with in 2021.

The United States is also working to help end the year-long conflict that began in the northern Tigray region in Ethiopia, where millions now face famine.

(Michelle Gavin, Council on Foreign Relations Africa Analyst (Skype)

“I do think the Biden administration has made a tremendous effort to engage diplomatically on this issue with the appointment of special envoy [Jeffrey] Feltman, a great deal of high-level attention. But none of it has really delivered a change in behavior. And so now we're at the precipice, really of a sense of collapse in the Ethiopian state.”

Despite foreign challenges, analysts say U.S. President Joe Biden and his close confidante Blinken have been successful in their key goal – repairing what they see as critical relationships and alliances damaged by former President Donald Trump’s “America First’ world view.

Brian Katulis, Middle East Institute Analyst (Mandatory Skype)

“By and large I think they've been able to stick to their broader game plan, from having President Biden go to Europe in the spring and try to deepen partnerships and alliances with our European democratic allies, and similarly in Asia as well to try to rally countries that were a little uncertain about where the United States was going…”

But analysts say America’s chaotic withdrawal from Afghanistan in August tested the Biden administration, along with France’s angry response to a submarine deal between the U.S. and Australia.

Michael Kimmage, German Marshall Fund (Skype)

“The alliance with Europe has been repaired. There have been hiccups along the way, for sure, Afghanistan and the AUCKUS submarine deals are two pretty big hiccups. But the alliance is functioning much better.”

As 2022 approaches, China and other U.S. adversaries are watching to see how Biden and Blinken handle the massive Russian military buildup along Ukraine’s border, and whether the United States honors its commitments to the territorial integrity of its allies.

XS
SM
MD
LG