ໃນຂະນະທີ່ມີການກະປະມານກັນວ່າ 90 ເປີເຊັນຂອງພວກປາ
ໃຫຍ່ໃນໂລກ ໄດ້ສູນພັນໄປແລ້ວ ບັດນີ້ ມີຜູ້ຄົນໃນຈຳນວນເພີ້ມ
ຂຶ້ນ ຢູ່ໃນວົງການອຸດສາຫະກຳອາຫານທະເລ ກຳລັງຍຶດເອົາ
ແນວຄວາມຄິດຂອງການປະມົງທີ່ຍືນຍົງແລະການເຮັດຟາມ
ລ້ຽງປາ. ນັກຊີວະວິທະຍາທາງທະເລອາເມຣິກັນຄົນນຶ່ງ ທີ່ປ່ຽນ
ອາຊີບ ມາເປັນເຈົ້າຂອງຮ້ານອາຫານໃນໄທ ກຳລັງເຜີຍແຜ່ຂ່າວ
ດັ່ງກ່າວໄປຍັງບັນດາຫົວໜ້າຄົວນຳກັນ ແລະພວກລູກຄ້າ. ສິງ
ຈະນຳເອົາລາຍງານເລື້ອງນີ້ ຈາກນາຍ Steve Herman ຜູ້ສື່
ຂ່າວວີໂອເອ ທີ່ບາງກອກ ມາສະເໜີທ່ານ.
ນາຍ Billy Marinelli ອະດີດຜູ້ແກະຫອຍນາງລົມ ເປັນຜູ້ກະຕືລີລົ້ນດ້ານສະພາບແວດລ້ອມ ກຳລັງສັ່ງສອນຄົນໃຫ້ຮັກສາສິ່ງນຶ່ງເອົາໄວ້ ຊຶ່ງບໍ່ແມ່ນຈິດວິນຍານຂອງຕົນເອງ ແຕ່
ໃຫ້ຮັກສາທະເລໄວ້. ນາຍ Marinelli ເປັນຄົນພື້ນ ເມືອງຈາກລັກນີວຢອກ ກຳລັງເປັນນັກເຄື່ອນໄຫວ ຊັກຊວນໃຫ້ຜູ້ຄົນເຊົາກິນປາ ແລະສັດທະເລອື່ນໆ ທີ່ກຳລັງມີຈຳນວນຫຼຸດນ້ອຍ
ຖອຍລົງຢ່າງໄວນັ້ນ.
ບັນດານັກວິທະຍາສາດເຕືອນວ່າ ໃນອັດຕາການເຄື່ອນໄຫວຂອງການຫາປາໃນປັດຈຸບັນ ພວກມະຫາສະມຸດຈະບໍ່ມີປາພັນຕ່າງໆທີ່ສຳຄັນສຳ ລັບເປັນການຄ້າ ກ່ອນປີ 2050. ນາຍ Marinelli ກ່າວວ່າໃນແງ່ດ້ານສະພາບແວດລ້ອມແລ້ວ ອັນນີ້ຈະເປັນ “ການສິ້ນສຸດລົງຂອງໂລກ ດັ່ງທີ່ພວກເຮົາຮູ້ຈັກນັ້ນ.”
ນາຍ Marinelli ກ່າວວ່າ “ ຜູ້ຄົນພາກັນຕົກໃຈເມື່ອໄດ້ຍິນຂ່າວນີ້ ແລະເວົ້າວ່າ
“ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ຈັກເລື້ອງນີ້? ເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຍິນເລື້ອງນີ້? ເປັນ
ຫຍັງຂ່າວນີ້ຈຶ່ງບໍ່ຢູ່ໃນໜ້າປົກຂອງ ໜັງສືພິມ Bangkok Post ຫຼືຢູ່ໃນຂ່າວ
CNN ທົ່ວໄປ? ເປັນຫຍັງ ພວກເຮົາຈຶ່ງບໍ່ຍິນຂ່າວນີ້ ຕື່ມອີກ?”
ທີ່ ບາຫອຍນາງລົມ ຫຼື Oyster Bar ຂອງລາວທີ່ບາງກອກ ນາຍ Marinelli ກ່າວຊີ້ແຈງ
ວ່າ ການເປີດເຜີຍຂ່າວຂອງລາວໄດ້ມີຂຶ້ນ ເມື່ອ 6 ປີຜ່ານມາ ເວລາລາວອ່ານປຶ້ນຫຼາຍຫົວກ່ຽວກັບເລື້ອງນີ້ ແລະ ຕັດສິນໃຈເຊົາຊື້ປາຊະນິດໃດກໍຕາມ ທີ່ລາວສາມາດຈັບບາຍໂຕ
ປາໄດ້.
ນາຍ Marinelli ກ່າວວ່າ” ປາຂອງຂ້ອຍທີ່ອອກມາຈາກຫ້ອງຄົວ ທີ່ນີ້ ທັງໝົດແມ່ນ
ມາຈາກການຕຶກເບັດຕຶກມອງ ຕຶກກ່ອງເອົາ. ແລະພວກ ມອງເຫຼົ່ານີ້ ແມ່ນເຮັດໂດຍພວກຊາວປະມົງເອງ ຄືພວກເຂົາເຈົ້າໄປໃສ່ ມອງເຫຼົ່ານີ້ໄວ້ ແລ້ວປະມານນຶ່ງຊົ່ວໂມງ
ຫຼືສອງຊົ່ວໂມງ ຕໍ່ມາ ພວກເຂົາເຈົ້າກັບຄືນໄປຢາມມອງ ແລະໄດ້ປາສົດ ໃນຂະນະ
ທີ່ ມັນຍັງລອຍຫຼືຍັງເປັນຢູ່.”
ນາງ Nan Bunyasaranand ທີ່ເປັນເຈົ້າຂອງຮ້ານອາຫານ Little Beast ໃນບາງກອກ ໄດ້ຍິນຂ່າວ ກ່ຽວກັບການສັ່ງສອນທີ່ຍືນຍົງຂອງນາຍ Marinelli ຮວມທັງຄວາມເປັນຫ່ວງຕ່າງໆຂອງລາວກ່ຽວກັບສິ່ງເຈືອປົນຫຼືສິ່ງເປິເປື້ອນ ໃນໝູ່ປາຕ່າງໆທີ່ລ້ຽງຢູ່ໃນຟາມ ເຊັ່ນປາ salmon ນັ້ນ.
ນາງ Nan Bunyasaranand ຊຶ່ງເປັນຫົວໜ້າຄົວ ກ່າວວ່າ “ມີອຸດສາຫະກຳລ້ຽງປາ
ໃນຟາມຫຼາຍແຫ່ງໃນໄທ ຊຶ່ງຂ້າພະເຈົ້າໄດ້ໃຊ້ປານີ້ມາກ່ອນ ແລະຄຸນນະພາບຂອງ
ປາເຫຼົ່ານີ້ບໍ່ດີພໍ. ປາ salmon ທີ່ຂ້າພະເຈົ້າເຄີຍໃຊ້ນັ້ນ ແມ່ນເວລາທີ່ຂ້າພະເຈົ້າຍັງສາວ ແລະປາ salmon ສູ່ມື້ນີ້ ແມ່ນແຕກຕ່າງກັນຫຼາຍກັບແຕ່ກ່ອນ.
ນາງ ໃຫ້ຄຳແນະນຳ ໃຫ້ພວກຫົວໜ້າຄົວທີ່ມີຄວາມລອບຄອບນັ້ນ ຮູ້ຈັກວິທີເລີ້ມຕົ້ນ ໄປຕາມເສັ້ນທາງຂອງການມີປາທີ່ຍືນຍົງ.
ນາງ Bunyasaranand ກ່າວວ່າ “ຖ້າພວກເຮົາຄຶດທາງສ່ວນຕົວວ່າ ມັນດີພໍສຳລັບ
ເຮົາກິນ ແລະລ້ຽງຄອບຄົວຂອງເຮົາເລ້ວ ຂ້າພະເຈົ້າເຊື່ອວ່າ ອັນນັ້ນແມ່ນພື້ນຖານສຳຄັນ ແມ່ນບໍ່?”
ນາຍ Steve Herman ນັກຂ່າວວີໂອເອກ່າວວ່າ “ພວກສະໜັບສະໜຸນຂະບວນການ
ທີ່ບໍ່ມີປະສົບການ ຈະຮູ້ຈັກວ່າ ຄວາມສຳເລັດມີຂຶ້ນໃນເມື່ອໃດ ຫຼັງຈາກຜູ້ຄົນທີ່ມັກ
ກິນອາຫານທະເລຈາກທົ່ວໂລກ ບໍ່ເຫັນປູປາ ທີ່ຈັບມາບໍ່ໄດ້ອີກແລ້ວເທົ່ານັ້ນ ເປັນສິ່ງ
ຈະເລີນອາຫານຂອງເຂົາເຈົ້າ.”
ວີດີໂອກ່ຽວຂ້ອງ: ອຸດສາຫະກຳອາຫານທະເລໄທ ປະຕິເສດວ່າ ບໍ່ມີການພົວພັນກັບ ການຄ້າມະນຸດ