ທ່ານ Sylvain Vogek, ຄົນ ຝຣັ່ງ, ໄດ້ເຕີບໂຕຢູ່ໃນເມືອງ Alsace-Lorraine ເວົ້າພາ
ສາ ຝຣັ່ງ ແລະ ເຢຍຣະມັນ. ນັບຕັ້ງແຕ່ນັ້ນມາ, ທ່ານກໍສາມາດເວົ້າພາສາ ອັງກິດ, ປອກ
ຕຸຍການ, ຟາຊີ, ປາສຕູ ແລະ ພາສາ ກຳປູເຈຍ ໄດ້ຢ່າງລ່ຽນໄຫຼ, ເຊິ່ງເປັນພາສາທີ່ໃຊ້
ເວົ້າລົມກັນໂດຍປະຊາຊົນສ່ວນໃຫຍ່ທີ່ປະເທດ ກຳປູເຈຍ ທີ່ຮັບເອົາທ່ານໄປອາໄສຢູ່.
ທ່ານ Vogel ໄດ້ໃຊ້ເວລາ 25 ປີ ສຶກສາ, ຄົ້ນຄວ້າ ແລະ ສອນ, ແລະ ໄດ້ຊ່ວຍປະກາດ
ການເກີດຄືນໃໝ່ຂອງ ວັດທະນະທຳການສຶກສາລະດັບສູງໃນປະເທດທີ່ຕັ້ງຢູ່ເອເຊຍຕາ
ເວັນອອກສຽງໃຕ້ແຫ່ງນີ້ ຫຼັງຈາກການປົກຄອງທີ່ກົດຂີ່ຂູດຮີດ ແລະ ຕໍ່ຕ້ານປັນຍາຊົນ
ຂອງພວກ ຂະເໝນແດງ ໃນຊຸມປີ 1970.
ອາຈານຄົນໜຶ່ງປະຈຳຢູ່ມະຫາວິທິຍາໄລພະລາດຊະອານາຈັກ ກ່ຽວກັບ ສິລະປະກຳ,
ເພິ່ນສອນວ່າ ບໍ່ແມ່ນເລື່ອງແປກ ທີ່ພາສາສາດ ກັບ ພາສາສັນສະກິດ, ເຊິ່ງມີຄວາມກ່ຽວ
ພັນກັນຢ່າງໃກ້ຊິດກັບພາສາ ກຳປູເຈຍ.
ຢູ່ນອກຫ້ອງຮຽນ, ເພິ່ນໄດ້ດຳເນີນໂຄງການທີ່ມີຄວາມລົງໄຫຼ ຂຽນກ່ຽວກັບ ພາສາ ບູນົງ
ນັບຕັ້ງແຕ່ກາງຊຸມປີ 1990. ເປັນພາສາທີ່ບໍ່ໄດ້ຖືກຂຽນຢ່າງກວ້າງຂວາງ, ພາສານີ້ຖືກ
ໃຊ້ເວົ້າຈານຳກັນໂດຍສະມາຊິກຂອງກຸ່ມຊົນເຜົ່າ ບູນົງ, ຜູ້ທີ່ອາໄສຢູ່ໃນແຂວງ ມົນດູຄິຣີ
ເຊິ່ງມີປະຊາກອນກະແຈກກະຈາຍທົ່ວໄປ, ເປັນສະຖານທີ່ຂອງຄວາມສວຍງາມລຶກລັບ
ທີ່ຕົກຢູ່ພາຍໃຕ້ໄພຂົ່ມຂູ່ຈາກຍຸກສະໄໝໃໝ່ ແລະ ການລ່ວງລໍ້າໂດຍປະຊາກອນ ກຳປູ
ເຈຍ ແລະ ການລົງທຶນຈາກຕ່າງປະເທດ.