ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກໍ່ການຮ້າຍ ໂຈມຕີ ກຸ່ມຊ່ວຍເຫຼືອສາກົນ ໃນພາກຕາເວັນອອກ ຂອງ ອັຟການິສຖານ


ໝາໂຕນຶ່ງແລ່ນຢູ່ສະຖານທີ່ ທີ່ຖືກໂຈມຕີ ດ້ວຍລົດລະເບີດ ໃນນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 31 ພຶດສະພາ, 2017.
ໝາໂຕນຶ່ງແລ່ນຢູ່ສະຖານທີ່ ທີ່ຖືກໂຈມຕີ ດ້ວຍລົດລະເບີດ ໃນນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 31 ພຶດສະພາ, 2017.

ມີຢ່າງໜ້ອຍຄົນນຶ່ງຖືກຂ້າຕາຍ ແລະ 14 ຄົນໄດ້ຮັບບາດເຈັບທີ່ເມືອງ ຈາລາລາບັດ
ຕັ້ງຢູ່ໃນພາກຕາເວັນອອກຂອງປະເທດ ອັຟການິສຖານ ໃນວັນພຸດມື້ນີ້ ລະຫວ່າງການ
ໂຈມຕີຫ້ອງການອົງການຊ່ວຍເຫຼືອສາກົນ ເຊຟ ເດິ ຊິລເດຣັນ “Save the Children.”

ທ່ານ ອັດຕູລລາ ໂຄເກຍນີ ໂຄສົກຂອງແຂວງ ນານກາຮາ ກ່າວວ່າ ຜູ້ຊາຍຕິດອາວຸດ
ກຸ່ມນຶ່ງ ໄດ້ບຸກເຂົ້າໄປໃນສະຖານທີ່ດັ່ງກ່າວ ຫຼັງຈາກມືລະເບີດສະຫຼະຊີບ ໄດ້ແຕກຂຶ້ນ
ໃນລົດຄັນນຶ່ງຢູ່ທາງເຂົ້າຂອງອົງການດັ່ງກ່າວ. ກອງກຳລັງຮັກສາຄວາມປອດໄພໄດ້ຍິງ
ປະທະກັນເປັນເວລາດົນນານ ກັບພວກນັກໂຈມຕີ ກ່ອນມັນໄດ້ສິ້ນສຸດລົງ. ທ່ານ
ໂຄເກຍນີ ໄດ້ກ່າວວ່າ ກອງກຳລັງຮັກສາຄວາມປອດໄພໄດ້ປິດລ້ອມສະຖານທີ່ນັ້ນ ບໍ່
ດົນຫຼັງຈາກການໂຈມຕີ.

ທ້າວ ຊາເຢັດ ອາມັດ ຜູ້ເຫັນເຫດການໄດ້ກ່າວວ່າ ລາວໄດ້ເຫັນລົດໂຕໂຢຕ້າ
ໂຄໂຣລລາ ໃໝ່ຄັນນຶ່ງແລ່ນເຂົ້າໄປໃກ້ປະຕູທາງເຂົ້າຂອງອົງການ Save the
Children. ບໍ່ດົນຫຼັງຈາກນັ້ນ ລາວກໍເຫັນມັນລະເບີດຂຶ້ນ ແລະ ຜູ້ໂຈມຕີ 3 ຫຼື 4 ຄົນ
ທີ່ນຸງຊຸດເຈົ້າໜ້າທີ່ຮັກຄວາມປອດໄພກໍໄດ້ເຂົ້າໄປໃນຕຶກຂອງອົງການນັ້ນ.

ຜູ້ເຫັນເຫດການຄົນອື່ນໆໄດ້ກ່າວວ່າ ເຂົາເຈົ້າເຫັນສົບຄົນຕາຍຢ່າງໜ້ອຍສອງຄົນຢູ່
ໃນບໍລິເວນຫ້ອງການ ຂອງອົງການດັ່ງກ່າວ. ໄຟໄດ້ເລີ່ມລຸກໄໝ້ຢູ່ໃນບໍລິເວນຫ້ອງ
ການ Save the Children ແລະ ໄດ້ລາມໄປໃສ່ຕຶກຂອງອົງການ ຄະນະກຳມະການ
ສວີເດັນ ສຳລັບ ອັຟການິສຖານ ເຊິ່ງແມ່ນອົງການການກຸສົນອີກອົງການນຶ່ງທີ່ຕັ້ງຢູ່
ໃກ້ຄຽງ. ພວກຜູ້ເຫັນເຫດການໄດ້ເວົ້າວ່າ ເຂົາເຈົ້າເຫັນຕຶກດັ່ງກ່າວນັ້ນ ຖືກປົກຄຸມ
ດ້ວຍໄຟ.

ພວກຕາລີບານ ໃນອັຟການິສຖານ ໄດ້ປະຕິເສດວ່າ ຕົນບໍ່ຮັບຜິດຊອບໃນການໂຈມຕີ
ຄັ້ງນີ້.

ອົງການ Save the Children ໄດ້ອອກຖະແຫຼງການສະບັບນຶ່ງຜ່ານ Twitter ໃນວັນ
ພຸດມື້ນີ້ວ່າ ທາງອົງການຮູ້ສຶກ “ສະເທືອນໃຈ” ກ່ຽວກັບ ຂ່າວການໂຈມຕີ. ອົງການການ
ກຸສົນນີ້ໄດ້ກ່າວວ່າ “ຄວາມເປັນຫ່ວງເບື້ອງຕົ້ນຂອງພວກເຮົາແມ່ນ ສຳລັບຄວາມປອດ
ໄພຂອງພະນັກງານຂອງພວກເຮົາ.”

ເມືອງ ຈາລາລາບັດ ແມ່ນເມືອງຫຼວງຂອງແຂວງ ນານກາຮາ, ເຊິ່ງແມ່ນຖານທີ່ໝັ້ນຂອງ
ກຸ່ມຫົວຮຸນແຮງລັດອິສລາມແຂວງ ໂຄຣາຊານ, ຊຶ່ງເປັນສາຂາຂອງພວກ IS ໃນປະ
ເທດ ປາກິສຖານ ແລະ ອັຟການິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG