ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການແຂວງສະຫວັນນະເຂດ ສົ່ງມອບເຂົ້າ 8,000 ໂຕນ ໃຫ້ກັບບໍລິສັດເອກະຊົນຈີນ ຕາມຂໍ້ຕົກລົງ


ເຈົ້າໜ້າທີ່ແຂວງສະຫວັນນະເຂດ ກຳລັງກວດສອບ ເຂົ້າຈຳນວນ 8,000 ໂຕນ ເພື່ອສົ່ງມອບ ໃຫ້ກັບ ບໍລິສັດ Xuanye ຈຳກັດ ຊຶ່ງເປັນບໍລິສັດ ທີ່ໄດ້ຮັບການຮັບຮອງ ຈາກຄະນະກຳມະການປະຕິຮູບ ແລະການພັດທະນາ ແຫ່ງຊາດຈີນ ເປັນຜູ້ຮັບຊື້ເຂົ້າຈາກ ສປປ ລາວ.
ເຈົ້າໜ້າທີ່ແຂວງສະຫວັນນະເຂດ ກຳລັງກວດສອບ ເຂົ້າຈຳນວນ 8,000 ໂຕນ ເພື່ອສົ່ງມອບ ໃຫ້ກັບ ບໍລິສັດ Xuanye ຈຳກັດ ຊຶ່ງເປັນບໍລິສັດ ທີ່ໄດ້ຮັບການຮັບຮອງ ຈາກຄະນະກຳມະການປະຕິຮູບ ແລະການພັດທະນາ ແຫ່ງຊາດຈີນ ເປັນຜູ້ຮັບຊື້ເຂົ້າຈາກ ສປປ ລາວ.

ທາງການແຂວງສະຫວັນນະເຂດ ໄດ້ສົ່ງມອບເຂົ້າ 8,000 ໂຕນ
ໃຫ້ກັບບໍລິສັດເອກະຊົນຈີນ ຊຶ່ງຖືເປັນການຈັດຕັ້ງປະຕິບັດ ຄັ້ງ
ທຳອິດຕາມຂໍ້ຕົກລົງ ທີ່ທາງການຈີນສັນຍາວ່າ ຈະຮັບຊື້ເຂົ້າຈາກ
ລາວທຸກປີ.

ການສົ່ງມອບເຂົ້າ 8,000 ໂຕນ ໃຫ້ກັບບໍລິສັດ Xuanye ຈຳກັດ ຊຶ່ງເປັນບໍລິສັດ ທີ່ໄດ້ຮັບ
ການຮັບຮອງ ຈາກຄະນະກຳມະການປະຕິຮູບ ແລະການພັດທະນາແຫ່ງຊາດຈີນ ເພື່ອ
ໃຫ້ເປັນຜູ້ຮັບຊື້ເຂົ້າຈາກ ສປປ ລາວ ແລະສົ່ງໄປຈີນນັ້ນ ໄດ້ມີຂຶ້ນ ໃນຊ່ວງກາງເດືອນ
ທັນວາ 2015 ຢູ່ແຂວງສະຫວັນນະເຂດ ຊຶ່ງຖືເປັນການຈັດຕັ້ງປະຕິບັດຄັ້ງທຳອິດ ຕາມ
ຂໍ້ຕົກລົງ ທີ່ທາງການຈີນ ໄດ້ສັນຍາວ່າ ຈະຮັບຊື້ເຂົ້າຈາກລາວ ເປັນປະຈຳທຸກປີ ພາຍໃຕ້
ແຜນການຮ່ວມມື ພັດທະນາການຜະລິດດ້ານກະສິກຳ ລາວ-ຈີນ.

ຊາວໄຮ່ ຊາວນາ ຢູ່ຕາມຊົນນະບົດ ສ່ວນໃຫຍ່ ຈະເຮັດນາປູກເຂົ້າແບບ ຄອບຄົວ ເພື່ອກຸ້ມຕົນເອງ
ຊາວໄຮ່ ຊາວນາ ຢູ່ຕາມຊົນນະບົດ ສ່ວນໃຫຍ່ ຈະເຮັດນາປູກເຂົ້າແບບ ຄອບຄົວ ເພື່ອກຸ້ມຕົນເອງ

ໂດຍພາຍໃຕ້ແຜນການດັ່ງກ່າວນີ້ ທາງການລາວຍັງໄດ້ວາງ
ເປົ້າໝາຍທີ່ຈະຂາຍເຂົ້າໃຫ້ຈີນເພີ້ມຂຶ້ນເປັນ 10,000 ໂຕນ
ໃນປີ 2016 ແລະເພີ້ມຂຶ້ນຕື່ມອີກ ໃນປີຕໍ່ໄປ ທັງນີ້ ກະຊວງ
ກະສິກຳ-ປ່າໄມ້ໄດ້ວາງແຜນການຊຸກຍູ້ການປູກເຂົ້າໃນເຂດ
10 ແຂວງ ໃຫ້ເປັນເຂດອູ່ເຂົ້າອູ່ນ້ຳຂອງຊາດ ປະກອບດ້ວຍ
ແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ
ບໍລິຄຳໄຊ ວຽງຈັນ ໄຊຍະບູລີ ຫລວງນ້ຳທາ ບໍ່ແກ້ວ ແລະ
ນະຄອນວຽງຈັນ.

ສຳລັບໃນລະຍະແຜນການປີ 2014-2015 ລັດຖະບານລາວ
ກໍໄດ້ວາງເປົ້າໝາຍການຜະລິດເຂົ້າໃຫ້ໄດ້ ໃນປະລິມານລວມ 4 ລ້ານ 2 ແສນໂຕນ ໃນ
ພື້ນທີ່ປູກເຂົ້າທັງໝົດ 1.04 ລ້ານເຮັກຕາ ທົ່ວປະເທດ ແລະໃນນີ້ ກໍຕ້ອງຂະຫຍາຍພື້ນທີ່
ປູກເຂົ້າ ໃນ 10 ແຂວງດັ່ງກ່າວ ໃຫ້ເພີ້ມຂຶ້ນຈາກ 6 ແສນເຮັກຕາ ໃນແຜນການປີ 2013-
2014 ໃຫ້ເປັນບໍ່ນ້ອຍກວ່າ 8 ແສນເຮັກຕາ ໃນແຜນການປີ 2014-2015 ອີກດ້ວຍ.

ຫາກແຕ່ວ່າ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວນີ້ໄດ້ ຢ່າງແທ້ຈິງນັ້ນ ກໍບໍ່ແມ່ນ
ເລື້ອງງ່າຍ ເພາະນອກຈາກລັດຖະບານລາວ ຈະຕ້ອງສົ່ງເສີມໃຫ້ກະເສດຕະກອນລາວ
ປູກເຂົ້ານາປີໃຫ້ໄດ້ ໃນເນື້ອທີ່ລວມ ບໍ່ນ້ອຍກວ່າ 772,000 ເຮັກຕາ ແລະນາແຊງ ໃນ
ເນື້ອທີ່ລວມ 555,000 ເຮັກຕາແລ້ວ ກໍຍັງຈະຕ້ອງຂະຫຍາຍ ລະບົບຊົນລະປະທານ
ເພື່ອຕອບສະໜອງນ້ຳໃຫ້ນາປີ 260,000 ເຮັກຕາ ແລະນາແຊງ 160,000 ເຮັກຕາ
ໃຫ້ໄດ້ຢ່າງຄົບຖ້ວນນັ້ນເອງ.

ພ້ອມກັນນີ້ ກະຊວງກະສິກຳ ແລະປາໄມ້ ຍັງໄດ້ວາງແຜນການ ພັດທະນາປັບປຸງລະບົບ
ຄອງຊົນລະປະທານ ໃນທົ່ວປະເທດເພື່ອເພີ້ມລະດັບປະສິດທິພາບ ໃນການຕອບສະ
ໜອງນ້ຳໃຫ້ກັບທີ່ນາໃຫ້ໄດ້ໃນເນື້ອທີ່ລວມ 580,000 ເຮັກຕາ ໃນລະດູການປີ 2014-
2015 ຊຶ່ງໃນນີ້ ແບ່ງເປັນການຕອຍສະໜອງນ້ຳໃຫ້ນາປີ 400,000 ເຮັກຕາ ແລະນາ
ແຊງ 180,000 ເຮັກຕາຕາມລຳດັບ.

ໂດຍຖ້າຫາກການດຳເນີນງານເປັນໄປຕາມແຜນການ ທີ່ວາງໄວ້ດັ່ງກ່າວ ກໍຈະເປັນສິ່ງທີ່
ຮັບປະກັນໄດ້ວ່າ ຜົນຜະລິດເຂົ້າໃນທົ່ວປະເທດລາວ ຈະມີປະລິມານລວມເຖິງ 4 ລ້ານ
2 ແສນໂຕນ ໃນປີ 2015 ຊຶ່ງນອກຈາກຈະພຽງພໍ ກັບການບໍລິໂພກພາຍໃນປະເທດແລ້ວ
ກໍຍັງຈະມີຜົນຜະລິດເຂົ້າສຳລັບ ສົ່ງອອກຕ່າງປະເທດ ໃນປະລິມານລວມບໍ່ນ້ອຍກວ່າ 6
ແສນໂຕນ ຫາກແຕ່ພາກທຸລະກິດ ການສົ່ງອອກຜະລິດຕະພັນເຂົ້າຂອງລາວ ໄປຕ່າງ
ປະເທດຍັງບໍ່ສາມາດແຂ່ງຂັນໃນຕະຫຼາດໂລກ ໄດ້ຢ່າງແທ້ຈິງ ເພາະສ່ວນໃຫຍ່ ກໍຍັງເປັນ
ຜົນຜະລິດເຂົ້າທີ່ຄຸນນະພາບຕ່ຳ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ຜ່ານມານີ້ ພວກເຮົາມີເຂົ້າ ແຕ່ວ່າ ຂາຍຍາກ ຍ້ອນວ່າເຂົ້າບໍ່ໄດ້ຄຸນນະພາບ
ເຂົ້າປົນ ເຂົ້າບໍ່ແມ່ນປະເພດດຽວ ປະຊາຊົນແຕ່ລະຄົນຫັ້ນນ່ະ ໃຊ້ແນວພັນຕາມ
ທີ່ເຂົາມີ ໄດ້ເຂົ້າມາແລ້ວ ກະປົນກັນລະຫວ່າງເ ຂົ້າກໍຂໍກະມີ ເຂົ້າທ່າສະໂນກະມີ
ເຂົ້າພື້ນເມືອງກະມີ ມັນຢູ່ໃນເປົາດຽວກັນ ກະບໍ່ໄດ້ຄຸນນະພາບ.”

ເຈົ້າໜ້າທີ່ຂັ້ນສູງຂອງລາວ ເປີດເຜຍວ່າ ກະຊວງກະສິກຳ-ປາໄມ້ ໄດ້ວາງເປົ້າໝາຍ ທີ່ຈະ
ດຶງເອົາເງິນທຶນເຂົ້າໃນພາກກະສິກຳ ໃຫ້ໄດ້ເຖິງ 79,200 ຕື້ກີບ ຫຼື 9,900 ລ້ານໃນຊ່ວງປີ
2016-2020 ໃນນີ້ ຈະເປັນການລົງທຶນຂອງເອກະຊົນລາວ ແລະ ຕ່າງຊາດໃນມູນຄ່າ
65,000 ຕື້ກີບ ຫຼື 82 ເປີເຊັນ ຂອງການລົງທຶນທັງໝົດ ແລະເປັນການລົງທຶນ ໂດຍລັດ
ຖະບານລາວ ໃນມູນຄ່າ 1,200 ຕື້ກີບ ສ່ວນທີ່ເຫຼືອກໍຈະເປັນການຂໍການຊ່ວຍເຫຼືອ ຈາກ
ຕ່າງປະເທດໃນມູນຄ່າ 13,000 ຕື້ກີບ ຕາມລຳດັບ.

XS
SM
MD
LG