ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫວັນນະເຂດ ຕ້ອງການທຶນ ຫຼາຍກວ່າ 3 ພັນຕື້ກີບ ເພື່ອຟື້ນຟູເສດຖະກິດ ພາຍຫຼັງທີ່ໄດ້ຮັບຜົນເສຍຫາຍໜັກ ຈາກໄພນ້ຳຖ້ວມ


ພາບຖ່າຍທາງອາກາດ ຂອງຄຸ້ມບ້ານແຫ່ງນຶ່ງໃນເຂດເມືອງເຊໂປນ ປະສົບກັບໄພນ້ຳຖ້ວມຈາກພາຍຸຝົນສອງຫົວທີ່ພັດເຂົ້າມາໃນພາກໃຕ້ແຂວງສະຫວັນນະເຂດ ຈາກຫວຽດນາມ ເມື່ອບໍ່ດົນມານີ້.
ພາບຖ່າຍທາງອາກາດ ຂອງຄຸ້ມບ້ານແຫ່ງນຶ່ງໃນເຂດເມືອງເຊໂປນ ປະສົບກັບໄພນ້ຳຖ້ວມຈາກພາຍຸຝົນສອງຫົວທີ່ພັດເຂົ້າມາໃນພາກໃຕ້ແຂວງສະຫວັນນະເຂດ ຈາກຫວຽດນາມ ເມື່ອບໍ່ດົນມານີ້.

ທາງການແຂວງສະຫວັນນະເຂດຕ້ອງການເງິນທຶນເກີນກວ່າ 3,000 ຕື້ກີບ ໃນການຟື້ນຟູເສດຖະກິດທີ່ຖືກກະທົບຢ່າງໜັກໜ່ວງຈາກການລະບາດຂອງໄວຣັສ ໂຄວິດ-19 ທີ່ສົມທົບດ້ວຍໄພນ້ຳຖ້ວມ.

ເຈົ້າໜ້າທີ່ຂັ້ນສູງໃນແຂວງສະຫວັນນະເຂດ ເປີດເຜີຍວ່າ ພາກເສດຖະກິດໃນແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດໃນປີ 2020 ນີ້ ເພາະວ່າ ບໍ່ພຽງແຕ່ຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໄວຣັສ ໂຄວິດ-19 ເທົ່ານັ້ນ ແຕ່ຍັງຖືກຊ້ຳຕື່ມດ້ວຍໄພນ້ຳຖ້ວມຄັ້ງໃຫຍ່ ທີ່ເຮັດໃຫ້ເກີດການເສຍຫາຍຢ່າງຫລວງຫລາຍໃນ 8 ເມືອງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃຫ້ການຢືນຢັນວ່າ:

“ປັດຈຸບັນນີ້ ມີເນື້ອທີ່ນາຖືກຖ້ວມ 23,000 ກວ່າເຮັກຕາ ໃນນັ້ນເມືອງທີ່ໜັກກວ່າໝູ່ນີ້ ກະມີ 8 ເມືອງຄື ເມືອງສອງຄັນ ຈຳພອນ ຊົນນະບູລີ ອາດສະພອນ ເມືອງພີນ ເຊໂປນ ເມືອງນອງ ວີລະບູລີ ແລະທ່າປາງທອງ ພວກເຮົາກໍກຳລັງສັງລວມ ເລື້ອງແນວພັນພືດ ແນວພັນເຂົ້າ ເພື່ອສະໜອງກ່ຽວກັບການຜະລິດລະດູແລ້ງ ແຕ່ວ່າ ໂຕເລັ່ງດ່ວນທີ່ສຸດດຽວນີ້ ກໍຄືການຊ່ອຍເຫຼືອເລື້ອງພະຍາດສັດ ພວກເຮົາກະໄດ້ນຳສົ່ງເລື້ອງຢຸກຢາ ແລ້ວກະສັກຢາປ້ອງກັນສັດ ເພາະຢ້ານມັນເກີດລະບາດພາຍຫລັງນ້ຳລົດລົງນີ້.”

ໂດຍໄພນ້ຳຖ້ວມໃນແຂວງສະຫວັນນະເຂດ ໄດ້ເກີດຂຶ້ນນັບແຕ່ວັນທີ 7 ຕຸລາ 2020 ເປັນຕົ້ນມາ ຊຶ່ງເກີດຈາກພາຍຸຝົນ 2 ໜ່ວຍຕິດຕໍ່ກັນ ທັງນີ້ ໂດຍຈາກການເກັບກຳຂໍ້ມູນຜົນກະທົບໃນຂັ້ນເບື້ອງຕົ້ນຂອງທາງການແຂວງສະຫວັນນະເຂດ ປະເມີນວ່າ ຈະຕ້ອງນຳໃຊ້ງົບປະມານຫຼາຍກວ່າ 1,350 ຕື້ກີບສຳລັບການຟື້ນຟູການຜະລິດແລະສ້ອມແປພື້ນຖານໂຄງລ່າງຕ່າງໆ ທີ່ເກີດການເສຍຫາຍຢ່າງກວ້າງຂວາງຈາກໄພນ້ຳຖ້ວມໃນຄັ້ງນີ້.

ເມືອງເຊໂປນ ປະສົບກັບໄພນ້ຳຖ້ວມເມື່ອບໍ່ດົນມານີ້ ພາຍຫຼັງຈາກພາຍຸຝົນສອງຫົວຈາກຫວຽດນາມພັດເຂົ້າແຂວງສະຫວັນນະເຂດ.
ເມືອງເຊໂປນ ປະສົບກັບໄພນ້ຳຖ້ວມເມື່ອບໍ່ດົນມານີ້ ພາຍຫຼັງຈາກພາຍຸຝົນສອງຫົວຈາກຫວຽດນາມພັດເຂົ້າແຂວງສະຫວັນນະເຂດ.

ສ່ວນ ທ່ານວາລີຍະ ສີຈັນທອງທິບ ຫົວໜ້າ ພະແນກແຜນການແລະການລົງທຶນຂອງແຂວງສະຫວັນນະເຂດ ຢືນຢັນວ່າ ການລະບາດຂອງພະຍາດໄວຣັສ ໂຄວິດ-19 ເຮັດໃຫ້ທາງການແຂວງສະຫວັນນະເຂດ ຕ້ອງລົດຄາດໝາຍການຂະຫຍາຍຕົວທາງເສດຖະກິດໃນປີ 2020 ລົງຈາກລະດັບ 9.5 ເປີເຊັນ ເປັນບໍ່ເກີນ 3.2 ເປີເຊັນ ທຽບກັບປີ 2019 ທີ່ເສດຖະກິດແຂວງສະຫວັນນະເຂດຂະຫຍາຍຕົວ ໃນອັດຕາສະເລ່ຍ 9 ເປີເຊັນນັ້ນ ຫາກແຕ່ວ່າ ການທີ່ຈະເຮັດໃຫ້ເສດຖະກິດຂະຫຍາຍຕົວໃນອັດຕາສະເລ່ຍ 3.2 ເປີເຊັນ ໃນປີ 2020 ກໍບໍ່ແມ່ນເລື້ອງງ່າຍ ເພາະຈະຕ້ອງໃຊ້ທຶນຫຼາຍກວ່າ 1,645 ຕື້ກີບ ໃນຂະນະທີ່ທາງການແຂຍວງສະຫວັນນະເຂດ ຄາດວ່າ ຈະສາມາດປະກອບສ່ວນເຂົ້າໃນການລົງທຶນໄດ້ພຽງ 42 ກວ່າຕື້ກີບເທົ່ານັ້ນ ສ່ວນທີ່ເຫຼືອຈະຕ້ອງເພິ່ງພາການລົງທຶນ ແລະການຊ່ວຍເຫຼືອຈາກຕ່າງປະເທດເປັນຫລັກ ຈຶ່ງຈະບັນລຸເປົ້າໝາຍດັ່ງກ່າວໄດ້ຈິງ.

ທາງດ້ານທ່ານສັນຕິພາບ ພົມວິຫານ ເຈົ້າແຂວງແຂວງສະຫວັນນະເຂດ ກໍຍອມຮັບວ່າ ການຂະຫຍາຍຕົວທາງເສດຖະກິດທີ່ຕ່ຳກວ່າຄາດໝາຍ ຍັງໄດ້ກະທົບຕໍ່ການຫລຸດຜ່ອນບັນຫາຍາກຈົນຂອງປະຊາຊົນໃນແຂວງສະຫວັນນະເຂດດ້ວຍ ໂດຍເຫັນໄດ້ຈາກການຈັດຕັ້ງປະຕິບັດທີ່ໄດ້ຕ່ຳກວ່າ ແຜນການໃນປີ 2019 ທີ່ເສດຖະກິດຂອງແຂວງສະຫວັນນະເຂດຂະຫຍາຍຕົວໃຫນອັດຕາສະເລ່ຍ 9 ເປີເຊັນ ຂະນະທີ່ແຜນການວາງໄວ້ທີ່ອັດຕາສະເລ່ຍ 9.5 ເປີເຊັນ ໂດຍມີສາເຫດມາຈາກໄພນ້ຳຖ້ວມແລະສົງຄາມການຄ້າລະຫວ່າງຈີນກັບສະຫະລັດອາເມຣິກາ ອັນເຮັດໃຫ້ມູນຄ່າຜະລິດຕະພັນລວມພາຍໃນ ຫຼື GDP ສະເລ່ຍເປັນລາຍຮັບຂອງປະຊາຊົນແຂວງສະຫວັນນະເຂດ ໄດ້ທີ່ລະດັບ 2,126 ໃນຂະນະທີ່ແຜນການວາງໄວ້ທີ່ລະດັບ 2,188 ຕໍ່ຄົນຕໍ່ປີ.

ສ່ວນການແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນໃນແຂວງສະຫວັນນະເຂດໃນປີ 2019 ທີ່ຜ່ານມາ ກໍສາມາດລົບລ້າງຄວາມຍາກຈົນໄດ້ 952 ຄອບຄົວກັບປະກາດໃຫ້ 9 ບ້ານຫລຸດພົ້ນຈາກບັນຫາຍາກຈົນ ຈຶ່ງຍັງເຫຼືອ 7,084 ຄອບຄົວໃນ 94 ບ້ານທີ່ຍາກຈົນຢ່າງຍິ່ງ.

ທາງດ້ານເຈົ້າໜ້າທີ່ອົງການສະຫະປະຊາດເພື່ອການພັທທະນາ (UNDP) ໃນລາວ ເປີດເຜີຍວ່າ ການທີ່ລາວປະເຊີນກັບໄພທຳມະຊາດຢ່າງຕໍ່ເນື່ອງຄືສາເຫດສຳຄັນທີ່ເຮັດໃຫ້ການຫລຸດຜ່ອນບັນຫາຍາກຈົນປະຕິບັດໄດ້ຕ່ຳກວ່າເປົ້າໝາຍ ຊຶ່ງເຫັນໄດ້ຈາກປະຊາຊົນລາວ 632,909 ຄົນທີ່ມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງທີ່ຄິດເປັນ 9 ເປີເຊັນຂອງປະຊາກອນລາວທັງໝົດ ໃນນີ້ແບ່ງເປັນກຸ່ມທີ່ອາໄສຢູ່ໃນເຂດຕົວເມືອງ 153,184 ຄົນ ກັບກຸ່ມທີ່ອາໄສຢູ່ຊົນນະບົດ 479,729 ຄົນ ແລະປາກົດວ່າ ແຂວງສະຫວັນນະເຂດມີຈຳນວນປະຊາຊົນຍາກຈົນຫລາຍທີ່ສຸດໃນລາວ ກໍຄືເກີນກວ່າ 230,000 ຄົນອີດດ້ວຍ.

XS
SM
MD
LG