ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນທະມິດ ນຳພາໂດຍ ຊາອຸດີ ອາຣາເບຍ ໂຈມຕີ ນະຄອນຫຼວງຂອງ ເຢເມນ ທີ່ຄວບຄຸມ ໂດຍກຸ່ມກະບົດ


ຄວັນພຸ່ງຂຶ້ນຈາກສະຖານທີ່ຂອງການໂຈມຕີທາງອາກາດທີ່ນຳພາໂດຍ ຊາອຸດີ ອາຣາເບຍ ໃນນະຄອນຫຼວງ ຊານາອາ, ປະເທດ ເຢເມນ. 7 ມີນາ, 2021.
ຄວັນພຸ່ງຂຶ້ນຈາກສະຖານທີ່ຂອງການໂຈມຕີທາງອາກາດທີ່ນຳພາໂດຍ ຊາອຸດີ ອາຣາເບຍ ໃນນະຄອນຫຼວງ ຊານາອາ, ປະເທດ ເຢເມນ. 7 ມີນາ, 2021.

ພັນທະມິດນຳພາໂດຍ ຊາອຸດີ ອາຣາເບຍ ທີ່ກຳລັງຕໍ່ສູ້ກັບກຸ່ມກະບົດທີ່ໄດ້ຮັບການໜູນຫຼັງຈາກ ອີຣ່ານ ໃນປະເທດ ເຢເມນ ໄດ້ກ່າວໃນວັນອາທິດວານນີ້ວ່າ ເຂົາເຈົ້າໄດ້ທຳການໂຈມຕີທາງອາ ກາດຢູ່ນະຄອນຫຼວງຂອງ ເຢເມນ ແລະ ແຂວງອື່ນໆ, ໃນການແກ້ແຄ້ນສຳລັບການໂຈມຕີດ້ວຍລູກສອນໄພຫຼາຍລູກ ແລະ ເຮືອບິນບໍ່ມີຄົນຂັບທີ່ແນເປົ້າໃສ່ຄ້າຍທະຫານ ແລະ ໂຮງກັ່ນນໍ້າມັນ ທີ່ສຳຄັນໃນທົ່ວ ຊາອຸດີ ອາຣາເບຍ.

ອົງການສື່ມວນຊົນທາງການຂອງ ຊາອຸດີ ອາຣາເບຍ ໄດ້ກ່າວຢໍ້າຄຳເວົ້າຂອງໂຄສົກພັນທະມິດດັ່ງກ່າວ ພັນເອກ ເທີກີ ອາລ-ມາລິກີ ວ່າ, “ການແນເປົ້າໃສ່ພົນລະເຮືອນ ແລະ ສິ່ງອໍານວຍຄວາມສະດວກຂອງພົນລະເຮືອນແມ່ນເສັ້ນສີແດງ.”

ມັນແມ່ນຄັ້ງທຳອິດໃນຮອບຫຼາຍເດືອນທີ່ນະຄອນຫຼວງ ຊານາອາ ໄດ້ຖືກຖິ້ມລະເບີດໃສ່ໂດຍເຮືອ ບິນລົບຂອງ ຊາອຸດີ ອາຣາເບຍ, ເຊິ່ງແມ່ນຄວາມເຄັ່ງຕຶງທີ່ໄດ້ເກີດຂຶ້ນໃນຂະນະທີ່ ຣາຊະອານາຈັກດັ່ງກ່າວ ຕໍ່ສູ້ກັບການໂຈມຕີຂ້າມຊາຍແດນທີ່ເພີ່ມຂຶ້ນຕໍ່ໂຄງລ່າງພື້ນຖານຂອງເຂົາເຈົ້າ, ເຊິ່ງລວມມີການໂຈມຕີຕໍ່ສະຖານທີ່ສົ່ງນໍ້າມັນນອກຊາຍຝັ່ງທີ່ສຳຄັນ ໃນຕອນແລງຂອງວັນອາທິດວານນີ້.

ການຖິ້ມລະເບີດຂອງ ຊາອຸດີ ອາຣາເບຍ ຕໍ່ສະຖານທີ່ຂອງກຸ່ມກະບົດ ຮູຕີ ຫຼາຍຄັ້ງຍັງໄດ້ສະແດງໃຫ້ເຫັນເປັນຄັ້ງທຳທິດນັບຕັ້ງແຕ່ການປະກາດທີ່ລໍຖ້າມາດົນນານຂອງປະທານາທິບໍດີ ໂຈ ໄບເດັນ ໃນເດືອນທີ່ຜ່ານມາວ່າ ທ່ານຈະຢຸດການສະໜັບສະໜູນຂອງ ສະຫະລັດ ສຳລັບສົງຄາມທີ່ນຳໜ້າໂດຍ ຊາອຸດີ ອາຣາເບຍ ໃນ ເຢເມນ, ລວມທັງການຂາຍອາວຸດຈຳນວນນຶ່ງຕໍ່ປະເທດດັ່ງກ່າວ.

ຜູ້ອາໄສຢູ່ໃນນະຄອນຫຼວງ ຊານາອາ ຂອງ ເຢເມນ ທີ່ຖືກຄວບຄຸມໂດຍພວກກະບົດໄດ້ລາຍງານການໄດ້ຍິນສຽງລະເບີດຂະໜາດໃຫຍ່ ໃນຂະນະທີ່ລະເບີດຫຼາຍລູກໄດ້ຕົກລົງໃສ່ເມືອງດັ່ງກ່າວໃນວັນອາທິດວານນີ້. ມັນບໍ່ມີລາຍງານ ກ່ຽວກັບ ຜູ້ເສຍຊີວິດ ແລະ ບາດເຈັບໃນທັນທີ.

ຊ້ອງໂທລະພາບດາວທຽມ ອາລ-ມາຊີຣາ ທີ່ປະຕິບັດການໂດຍກຸ່ມ ຮູຕີ ທີ່ໄດ້ລາຍງານການໂຈມຕີທາງອາກາດຢ່າງໜ້ອຍ 7 ຄັ້ງໃນເມືອງ ອັດຕານ ແລະ ອາລ-ນາດາ ຂອງນະຄອນຫຼວງ ຊານາອາ ບໍ່ໄດ້ລະບຸເຖິງສະຖານທີ່ໆຖືກໂຈມຕີ, ແຕ່ຄວັນດຳໄດ້ຖືກແນມເຫັນປິວຂຶ້ນຢູ່ເໜືອຄ້າຍທະຫານ ໃນເຂດດັ່ງກ່າວ. ຊ້ອງໂທລະພາບທີ່ວ່ານັ້ນຍັງໄດ້ລາຍງານການໂຈມຕີທາງອາກາດໃນເມືອງ ບາຈິລ, ໃນແຂວງ ໂຮໄດດາ ທີ່ສຳຄັນໃນພາກຕາເວັນຕົກ ສຽງໃຕ້.

ໃນການປະກາດການໂຈມຕີທາງອາກາດຄັ້ງໃໝ່ຂອງພວກເຂົາເຈົ້ານັ້ນ, ພັນທະມິດດັ່ງກ່າວໄດ້ອ້າງວ່າ ການໂຈມຕີຕ່າງໆຕໍ່ກຸ່ມ ຮູຕີ ແມ່ນຖືກຜັກດັນໂດຍການຕັດສິນໃຈຂອງລັດຖະບານທ່ານ ໄບເດັນ ທີ່ຈະລຶບພວກເຂົາອອກຈາກລາຍຊື່ກໍ່ການຮ້າຍຂອງ ສະຫະລັດ. ການກຳນົດກຸ່ມ ຮູຕີ ວ່າເປັນອົງການກໍ່ການຮ້າຍໄດ້ຖືກປະກາດ ໃນໄລຍະວັນສຸດທ້າຍຂອງລັດຖະບານອະດີດປະທານາທິບໍ ດີ ດໍໂນລ ທຣຳ ແລະ ໄດ້ກໍ່ໃຫ້ເກີດການຄັດຄ້ານຢ່າງກວ້າງຂວາງຈາກອົງການ ສະຫະປະຊາຊາດ ແລະ ບັນດາກຸ່ມປົກປ້ອງສິດທິມະນຸດທີ່ເຮັດວຽກໃນ ເຢເມນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG