ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງກຳລັງພັນທະມິດ ທີ່ນຳພາໂດຍ ຊາອຸດີ ຮັບເອົາ ການຢຸດຍິງ ຕາມການຮຽກຮ້ອງຂອງ ສປຊ ທ່າມກາງການລະບາດ ຂອງໂຄວິດ-19


ໃນວັນທີ 2 ເມສາ 2020 ຊາຍເຢເມັນຄົນນຶ່ງຍ່າງ ຜ່ານສູນຮ້ານຄ້າແຫ່ງນຶ່ງທີ່ໄດ້ຖືກປິດໄວ້ ຢູ່ຖະໜົນໃນໃຈກາງເມືອງທ່າ ຂອງອາເດັນ ມາເຖິງປັດຈຸບັນນີ້ ເຢເມັນ ບໍ່ໄດ້ມີກໍລະນີຜູ້ຕິດເຊື້ອໄວຣັສ COVID-19 ອີກ.
ໃນວັນທີ 2 ເມສາ 2020 ຊາຍເຢເມັນຄົນນຶ່ງຍ່າງ ຜ່ານສູນຮ້ານຄ້າແຫ່ງນຶ່ງທີ່ໄດ້ຖືກປິດໄວ້ ຢູ່ຖະໜົນໃນໃຈກາງເມືອງທ່າ ຂອງອາເດັນ ມາເຖິງປັດຈຸບັນນີ້ ເຢເມັນ ບໍ່ໄດ້ມີກໍລະນີຜູ້ຕິດເຊື້ອໄວຣັສ COVID-19 ອີກ.

ກຸ່ມກຳລັງພັນທະມິດນຳພາໂດຍຊາອຸດີອາຣາເບຍ ທີ່ໄດ້ຕໍ່ສູ້ກັບກຸ່ມພວກກະບົດຮູຕີ ຢູ່ໃນເຢເມັນ ມາເປັນເວລາ 5 ປີແລ້ວນັ້ນ ໄດ້ປະກາດການຢຸດຍິງເປັນເວລາ ສອງອາທິດ ເລີ້ມແຕ່ວັນພະຫັດມື້ນີ້ ເປັນຕົ້ນໄປ ໃນການຕອບສະໜອງ ຕໍ່ຄຳຮຽກຮ້ອງຂອງສະຫະປະຊາຊາດ ໃຫ້ມີສັນຕິພາບ ໃນຂະນະທີ່ໂລກ ພວມຕໍ່ສູ້ກັບໄວຣັສໂຄໂຣນາທີ່ແຜ່ລະບາດໄປໃນທົ່ວໂລກຢູ່ນັ້ນ.

ຫຼັງຈາກທີ່ໄດ້ທຳການຮຽກຮ້ອງໄປເມື່ອເດືອນແລ້ວ ເລຂາທິການໃຫຍ່ອົງການສະຫະປະຊາ ຊາດ ທ່ານແອນໂຕນີ ກູແຕເຣັສ ໄດ້ລາຍງານວ່າ ເມື່ອສັບປະດາແລ້ວນີ້ ຝ່າຍຕ່າງໆທີ່ຂັດແຍ້ງກັນ ໃນຫຼາຍປະເທດ ໄດ້ສະແດງທ່າທີຂອງພວກເຂົາເຈົ້າ ຍອມຮັບເອົາການຮຽກຮ້ອງດັ່ງກ່າວ ທີ່ປະກອບດ້ວຍ ກາມາຣູນ ລີເບຍ ຊູດານໃຕ້ ຊີເຣຍ ແລະຢູເຄຣນ.

ຄວາມພະຍາຍາມຂອງສະຫະປະຊາຊາດ ແມ່ນໄດ້ເພັ່ງເລັງໃສ່ ບໍ່ພຽງແຕ່ເພື່ອສ້າງຄວາມສະຫງົບຕໍ່ບັນຫາຂັດແຍ້ງເທົ່ານັ້ນ ແຕ່ເພື່ອອຳນວຍໃຫ້ກຸ່ມມະນຸດສະທຳ ແລະລັດຖະບານຕ່າງໆ ມີໂອກາດທີ່ດີ ທີ່ຈະຈັດສົ່ງການຊ່ອຍເຫຼືອທີ່ຈຳເປັນ ຊຶ່ງຕ້ອງການຫຼາຍທີ່ສຸດນັ້ນ ແລະເພື່ອພະຍາຍາມປ້ອງກັນບໍ່ໃຫ້ໄວຣັສດັ່ງກ່າວ ແຜ່ລະບາດເຂົ້າໄປໃນຊຸມຊົນຕ່າງໆທີ່ມີຄວາມສຽງທີ່ສຸດ ຢູ່ໃນພາກພື້ນຂອງໂລກ.

ຄະນະກຳມະການຊ່ອຍເຫຼືອສາກົນ ໄດ້ອອກລາຍງານສະບັບໃໝ່ໃນວັນພະຫັດມື້ນີ້ ໂດຍຍົກເອົາບັນຫາຕ່າງໆເຫຼົ່ານີ້ຂຶ້ນມາ. ລາຍງານດັ່ງກ່າວ ໄດ້ໃຫ້ຂໍ້ສັງ ເກດໂດຍສະເພາະ ເຖິງອຸປະກອນການແພດທີ່ຈຳເປັນ ທີ່ຂາດແຄນຫຼາຍຢູ່ໃນ ແຫ່ງຕ່າງໆ ທີ່ໄດ້ຖືກກະທົບຢ່າງໜັກ ເຊັ່ນວ່າ ສະຫະລັດ ແລະເຂດຕ່າງໆຂອງຢູໂຣບ ໃນຂະນະທີ່ “ຫຼາຍໆປະເທດທີ່ໄດ້ຮັບຜົນກະທົບຈາກບັນຫາຂັດແຍ້ງ ແລະເປັນປະເທດທີ່ບອບບາງທັງຫຼາຍ ໂດຍຄວາມເປັນຈິງແລ້ວ ແມ່ນບໍ່ມີອຸປະກອນດັ່ງກ່າວເລີຍຕັ້ງແຕ່ຕົ້ນ.”

ລາຍງານນີ້ ກ່າວວ່າ ໂຮງໝໍຂອງເຢເມັນ ພຽງແຕ່ເຄິ່ງດຽວ ແມ່ນປະຕິບັດງານໄດ້ຢ່າງເຕັມສ່ວນ ໃນຂະນະທີ່ປະຊາກອນສອງສ່ວນສາມຂອງປະເທດດັ່ງກ່າວ ແມ່ນເຂົ້າຫາການຮັກສາສຸຂະພາບບໍ່ໄດ້. ລາຍງານຍັງໄດ້ຊີ້ໃຫ້ເຫັນ ເຖິງການຂາດເຂີນຕຽງຄົນປ່ວຍ ໃນພະແນກມໍລະສຸມ ແລະພວກເຄື່ອງຈັກຊ່ອຍຫາຍໃຈ ຢູ່ໃນຊູດານໃຕ້ ເຂດພາກເໜືອຂອງຊີເຣຍ ແລະ ເວເນຊູເອລາ.

ມີປະມານ 1 ລ້ານ 5 ແສນກໍລະນີ ຄົນຕິດເຊື້ອໄວຣັສໂຄໂຣນາ ທີ່ໄດ້ຮັບການຢືນຢັນ ໃນທົ່ວໂລກແລ້ວ ໂດຍມີຜູ້ເສຍຊີວິດ ຈຳນວນ 89,000 ຄົນ.

ຫຼາຍໆປະເທດ ໄດ້ນຳໃຊ້ມາດຕະການປິດປະເທດ ເພື່ອປ້ອງກັນບໍ່ໃຫ້ຄົນໄປໂຮງຮຽນ ຫຼືໄປການ ຫຼື ທຳການອອກໄປຊື້ເຄື່ອງຂອງທີ່ບໍ່ຈຳເປັນ ໃນຄວາມຫວັງວ່າ ຈະຢຸດຢັ້ງການຕິດແປດກັນໃໝ່ອີກ.

ຍີ່ປຸ່ນ ໄດ້ອອກດຳລັດພາວະສຸກເສີນ ຢູ່ໃນນະຄອນຫຼວງໂຕກຽວ ແລະພື້ນທີ່ອື່ນໆ ເມື່ອຕົ້ນສັບປະດານີ້ ແລະໃນວັນພະຫັດມື້ນີ້ ກະຊວງສາທາລະນະສຸກຂອງຕົນ ໄດ້ລາຍງານວ່າ ມີກໍລະນີຕິດເຊື້ອໄວຣັສໃໝ່ ທີ່ໄດ້ຮັບການຢືນຢັນ ສູງເປັນປະຫວັດການ ເຖິງ 500 ລາຍ.

ບັນດາຜູ້ນຳບາງສ່ວນ ໄດ້ສະແດງຄວາມໝັ້ນໃຈວ່າ ປະເທດຂອງພວກເພິ່ນ ໄດ້ປະເຊີນກັບການລະບາດທີ່ຮ້າຍແຮງສຸດມາແລ້ວ ແລະສາມາດທີ່ຈະຜ່ານຜ່າໄປແລະເລີ້ມຕົ້ນດຳລົງຊີວິດຕາມປົກກະຕິໃນບາງສ່ວນໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG