ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາອຸດີ ອາເຣເບຍ ເຕືອນ ຈະລົງໂທດ ພວກແມ່ຍິງ ທີ່ຂັບລົດ (ວີດີໂອ)


Saudi Authorities Warn of Punishment for Women Drivers
please wait

No media source currently available

0:00 0:00:48 0:00
ລິງໂດຍກົງ
ກະຊວງພາຍໃນ ຂອງຊາອຸດີ ອາເຣເບຍ ໄດ້ເຕືອນພວກແມ່ຍິງ
ບໍ່ໃຫ້ດຳເນີນການຕາມແຜນທີ່ໄດ້ວາງໄວ້ເພື່ອທ້າທາຍຕໍ່ຄຳສັ່ງ
ຫ້າມບໍ່ໃຫ້ແມ່ຍິງຂັບລົດ ຊຶ່ງຈະມີຂຶ້ນໃນວັນເສົາມື້ອື່ນນີ້.

ນາຍພົນ Mansour al-Turki ໂຄສົກຂອງກະຊວງພາຍໃນຊາ
ອຸດີ ອາເຣເບຍ ກ່າວໃນວັນພະຫັດວານນີ້ວ່າ ຈະມີການນຳໃຊ້
ກົດໝາຍຕໍ່ພວກທີ່ລ່ວງລະເມີດແລະພວກເດີນຂະບວນສະໜັບ
ສະໜຸນສິດທິໃນການຂັບລົດຂອງພວກແມ່ຍິງ.

ການປຸກລະດົມທາງສື່ສັງຄົມ ຮຽກຮ້ອງໃຫ້ພວກແມ່ຍິງ ພາກັນ
ໄປຂັບລົດ ໃນວັນເສົາມື້ອື່ນ ຊຶ່ງການຊຸກຍູ້ເພື່ອໃຫ້ມີຄວາມສະ
ເໝີພາບໃນການຂັບລົດນີ້ແມ່ນພວມໄດ້ຮັບຄວາມສົນໃຈຈາກນາໆຊາດ.

ໃນມື້ວັນພຸດແລ້ວ ກະຊວງພາຍໃນຊາອຸດີກ່າວວ່າ ຕົນຈະທຳການປາບປາມບຸກຄົນໃດກໍ
ຕາມ ທີ່ພະຍາຍາມຈະລົບກວນຄວາມສະຫງົບສຸກຂອງປະເທດຊາດແລະເປີດຊ່ອງທາງ ໃຫ້ມີການປຸກລະດົມມວນຊົນຕໍ່ຕ້ານລັດຖະບານ.

ພວກຈັດແຈງຢືນຢັດວ່າ ການປຸກລະດົມໃຫ້ມີການຂັບລົດໃນວັນທີ 26 ຕຸລານີ້ບໍ່ໄດ້ຮຽກ ຮ້ອງໃຫ້ມີການໂຮມຊຸມນຸມກັນແຕ່ຢ່າງໃດເລີຍ ມີແຕ່ພາກັນໄປຂັບລົດເທົ່ານັ້ນ.

ຜ່ານມາ ເຈົ້າໜ້າທີ່ຊາອຸດີ ໄດ້ກ່າວຫາພວກແມ່ຍິງທີ່ບໍ່ປະຕິບັດຕາມຄຳສັ່ງຫ້າມ ບໍ່ໃຫ້ຂັບ
ລົດດ້ວຍການຂັບລົດທີ່ບໍ່ມີໃບຂັບຂີ່ທີ່ຖືກຕ້ອງ. ແຕ່ພວກແມ່ຍິງບາງຄົນໄດ້ຖືກຂໍ້ຫາທີ່ຮ້າຍ
ແຮງໄປກວ່ານັ້ນ ຄືວ່າລົບກວນຄວາມເປັນລະບຽບຮຽບຮ້ອຍ ຫຼືຄວາມສະຫງົບສຸກຂອງສັງ ຄົມ.
XS
SM
MD
LG