UNITED NATIONS —
ຊາອຸດີອາເຣເບຍ ບໍ່ຍອມຮັບເອົາບ່ອນ
ນັ່ງຢູ່ໃນສະພາຄວາມໝັ້ນຄົງສະຫະປະຊາຊາດໂດຍກ່າວວ່າ
ສະພາຄວາມໝັ້ນຄົງບໍ່ໄດ້ແກ້ໄຂສົງຄາມກາງເມືອງໃນຊີເຣຍ
ແລະຂໍ້ຂັດແຍ້ງອື່ນໆ ໃນທົ່ວໂລກ.
ໃນການເຄື່ອນໄຫວທີ່ບໍ່ສູ້ມີມາກ່ອນໃນວັນສຸກວານນີ້ ກະຊວງ
ການຕ່າງປະເທດຊາອຸດີໄດ້ກ່າວໂຈມຕີສະພາຄວາມໝັ້ນຄົງວ່າ
ບໍ່ມີຄວາມສາມາດທີ່ຈະຮັບຜ່ານຮ່າງຍັດຕິເພື່ອລົງໂທດປະທາ
ນາທິບໍດີ Bashar al-Assad ແຫ່ງຊີເຣຍ ຍ້ອນບົດບາດຂອງ
ທ່ານໃນສົງຄາມກາງເມືອງຂອງປະເທດ ທີ່ແກ່ຍາວມາໄດ້ 2 ປີ
ເຄິ່ງແລ້ວນັ້ນ.
ໃນຖະແຫຼງການສະບັບນຶ່ງທີ່ອອກອາກາດທາງໂທລະພາບຊາອຸດີນັ້ນ ກະຊວງຕ່າງປະ
ເທດຍັງປະນາມອັນທີ່ຕົນເອີ້ນວ່າ ມາດຕະຖານສອງໜ້າຂອງສະພາຄວາມໝັ້ນຄົງ ແລະ
ຮຽກຮ້ອງໃຫ້ທຳການປະຕິຮູບຕ່າງໆ ທີ່ບໍ່ໄດ້ບົ່ງອອກມາຢ່າງເຈາະຈົງ ແລະກ່າວວ່າ:
“ພະລາຊະອານາຈັກ ບໍ່ມີທາງເລືອກອື່ນໃດ ນອກຈາກການປະຕິເສດເຂົ້າຮ່ວມ
ເປັນສະມາຊິກຂອງສະພາຄວາມໝັ້ນຄົງ ຈົນກວ່າວ່າສະພາຈະທໍາການປະຕິຮູບ
ແລະໄດ້ຮັບພາຫານະແລະຊ່ອງທາງ ໃຫ້ບັນລຸຜົນໃນພາລະໜ້າທີ່ຂອງຕົນແລະ
ມີຄວາມຮັບຜິດຊອບໃນການປົກປັກຮັກສາໄວ້ ຊຶ່ງສັນຕິພາບແລະຄວາມໝັ້ນຄົງ
ຂອງໂລກ.”
ທ່ານ Martin Nesirky ໂຄສົກສະຫະປະຊາຊາດ ກ່າວວ່າ ທ່ານເຊື່ອວ່າ ການປະຕິເສດ
ບ່ອນນັ່ງໃນສະພາຄວາມໝັ້ນຄົງຂອງຊາອຸດີ ອາເຣເບຍ ແມ່ນບໍ່ເຄີຍມີມາກ່ອນ.
ຣັດເຊຍສະແດງຄວາມປະຫຼາດໃຈອອກມາກ່ຽວກັບການເຄື່ອນໄຫວດັ່ງກ່າວ ໂດຍໃຫ້ຂໍ້
ສັງເກດວ່າ ຫວ່າງໄວໆມານີ້ ສະພາດັ່ງກ່າວໄດ້ຮັບຜ່ານຮ່າງຍັດຕິເພື່ອທຳລາຍອາວຸດ
ເຄມີຂອງຊີເຣຍນັ້ນ.
ຣັດເຊຍແລະຈີນ ຊຶ່ງເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ ທັງສອງປະເທດ
ໄດ້ໃຊ້ສິດຍັບຍັ້ງ ຫຼືວີໂຕ ຮ່າງຍັດຕິຫຼາຍສະບັບ ເພື່ອລົງໂທດປະທານາທິບໍດີຊີເຣຍນັ້ນ.
ກະຊວງຕ່າງປະເທດຊາອຸດີ ກ່າວຕື່ມວ່າ ການບໍ່ທຳການເຄື່ອນໄຫວໃດໆຂອງສະພາດັ່ງ
ກ່າວ ໄດ້ປ່ອຍໃຫ້ອຳນາດປົກຄອງຊີເຣຍເຂັ່ນຂ້າປະຊາຊົນຂອງຕົນເອງ.
ນອກນັ້ນແລ້ວ ຊາອຸດີ ອາເຣເບຍຍັງກ່າວຕຳໜິຕິຕຽນ ທີ່ສະພາຄວາມໝັ້ນຄົງບໍ່ສາມາດ
ແກ້ໄຂຂໍ້ຂັດແຍ້ງ ທີ່ເປັນມາຫຼາຍທົດສະວັດ ລະຫວ່າງອິສຣາແອລແລະປາແລສຕາຍນັ້ນ.
ນອກຈາກຣັດເຊຍແລະຈີນແລ້ວ ສະມາຊິກຖາວອນ 5 ປະເທດຂອງສະພາຄວາມໝັ້ນຄົງ
ຍັງໂຮມທັງ ສະຫະລັດອາເມຣິກາ ອັງກິດ ແລະຝຣັ່ງ.