ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຊາ​ອຸ​ດີອາຣາ​ເບຍ​ ທໍາ​ການ​ປະ​ທ້ວງ​ ຢູ່​ນອກ​ກະຊວງພາຍ​ໃນ​


ພວກປະທ້ວງຕໍ່ຕ້ານ ກະສັດອັບດຸລລາ ແຫ່ງຊາອຸດີ ອາເຣເບຍ
ພວກປະທ້ວງຕໍ່ຕ້ານ ກະສັດອັບດຸລລາ ແຫ່ງຊາອຸດີ ອາເຣເບຍ

ປະຊາຊົນ​ຊາ​ອຸ​ດີອາຣາ​ເບຍ​ຫລາຍ​ສິບ​ຄົນໄດ້ທໍາ​ການ​ປະ​ທ້ວງ​ຢູ່​ນອກ​ກະຊວງພາຍ​ໃນ​ ທີ່ນະຄອນຫລວງ Riyadh ​ໃນ​ວັນ​ອາທິດ​ມື້​ນີ້ ຮຽກຮ້ອງ​ໃຫ້ປ່ອຍ​ພວກ​ນັກ​ໂທດ.

ມີຕໍາຫລວດ​ປາບ​ການ​ຈະລາຈົນ​ໃນ​ຈໍານວນ​ຫລວງຫລາຍ​ ທໍາ​ການເຝົ້າ​ຍາມຢູ່​ກະຊວງ​ດັ່ງກ່າວ ​ແລະ​ພວກ​ທີ່​ເຫັນ​ເຫດການເວົ້າ​ວ່າ ພວກ​ປະ​ທ້ວງຈໍານວນ​ນຶ່ງ​ໄດ້​ຖືກ​ຈັບ​ກຸມ​ ຫລັງ​ຈາກ​ພະຍາຍາມ​ທີ່​ຈະ​ເຂົ້າ​ໄປ​ໃນ​ຕຶກ​ກະຊວງ​ນັ້ນ.

ການ​ປະ​ທ້ວງ​ແມ່ນໄດ້​ຖືກເກືອດ​ຫ້າມ​ໃນ Saudi Arabia ​ແລະ​ຜ່ານ​ມາ ກະສັດ Abdullah ​ໄດ້​ສະ​ເໜີ​ໃຫ້​ສິ່ງ​ຍ້ອມ​ນໍ້າ​ໃຈ​ຕ່າງໆ​ເພື່ອ​ປ້ອງ ກັນບໍ່​ໃຫ້ການ​ກໍ່​ວຸ້ນວາຍທີ່​ໄດ້​ແຜ່​ລາມ​ໄປໃນ​ທົ່ວ​ໂລກ​ອາຣັບນັ້ນ ​ເກີດ​ຂຶ້ນ​ໃນ​ປະ​ເທດ​ຂອງ​ພະ​ອົງ. ແຕ່​ກໍໄດ້​ມີ​ການ​ປະ​ທ້ວງ​ເລັກໆ​ນ້ອຍໆ​ເກີດ​ຂຶ້ນ​ຫລາຍ​ຄັ້ງ​ໃນ​ປະ​ເທດ​ດັ່ງກ່າວ.

ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ກະ​ສັດ Abdullah ​ໄດ້​ຊົງ​ໃຫ້​ຄໍາ​ໜັ້ນສັນຍາ​ວ່າ ​ຈະທໍາການ​ປະຕິ​ຮູບ​ແລະ​ໃຫ້​ເງິນ​ສົດຍ້ອມ​ນໍ້າ​ໃຈ ແກ່​ພວກ​ຊາວ​ເມືອງ​.

ກະສັດ Abdullah ທີ່​ມີ​ພະ​ຊົນ​ມາ​ຍຸ 86 ພັນ​ສາ ​ໄດ້​ເດີນທາງ​ໄປ​ປິ່ນປົວ​ໂຕ​ຢູ່​ຕ່າງປະ​ເທດ​ເປັນ​ເວລາ 3 ​ເດືອນ​ ​ແລະ​ໄດ້​ຊົງກັບ​ຄືນເມືອ​ Saudi Arabia ເມື່ອເດືອນ​ກຸມພາຜ່ານ​ມາ​ນີ້​ເອງ.

XS
SM
MD
LG