ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາອຸດີ ສັ່ງໃຫ້ທົບທວນ ຂັ້ນຕອນ ການສະແຫວງບຸນ Hajj ຫຼັງຈາກເກີດເຫດ ຢຽບກັນຕາຍ


ພວກສະແຫວງບຸນມຸສລິມ ໂຮມກັນຢູ່ໃກ້ໆກັບສົບຄົນຕາຍ ທີ່ເມືອງ Mina ຊາອຸດີ ອາຣາເບຍ ໃນລະຫວ່າງ ການສະແຫວງບຸນ hajj ປະຈຳປີ. (24 ກັນຍາ 2015)
ພວກສະແຫວງບຸນມຸສລິມ ໂຮມກັນຢູ່ໃກ້ໆກັບສົບຄົນຕາຍ ທີ່ເມືອງ Mina ຊາອຸດີ ອາຣາເບຍ ໃນລະຫວ່າງ ການສະແຫວງບຸນ hajj ປະຈຳປີ. (24 ກັນຍາ 2015)

ກະສັດ Salman ແຫ່ງຊາອຸດີ ອາຣາເບຍ ໄດ້ຊົງມີຄຳສັ່ງໃຫ້ທົບ
ທວນເບິ່ງຂັ້ນຕອນໃນການສະແຫວງບຸນ Hajj ປະຈຳປີຫຼັງຈາກ
ໄດ້ມີການຢຽບກັນຕາຍ ຢູ່ນອກນະຄອນ Mecca ທີ່ເຮັດໃຫ້ມີຜູ້
ເສຍຊີວິດຢ່າງໜ້ອຍ 717 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ
900 ຄົນ.

ພະເຈົ້າ Salman ຊົງຕັດວ່າ “ບໍ່ວ່າຜົນຂອງການສືບສວນ ຈະ
ອອກມາໃນຮູບໃດກໍຕາມ ການປັບປຸງໃນວິທີການແລະກົນໄກ ກ່ຽວກັບລະດູການສະແຫວງບຸນ Hajj ນັ້ນ ຈະບໍ່ຍຸດຕິລົງ. ພວກເຮົາໄດ້ມີຄຳສັ່ງໄປຍັງພະແນກການທີ່ກ່ຽວຂ້ອງແລ້ວໃຫ້
ຊັ່ງຊາຕີລາຄາຄືນ ກ່ຽວກັບນະໂຍບາຍໃນປັດຈຸບັນແລະການ
ແຈກຢາຍຄວາມຮັບຜິດຊອບອອກໄປ.”

ວີດີໂອຈາກບ່ອນເກີດເຫດໃນວັນພະຫັດວານນີ້ ສະແດງໃຫ້ເຫັນວ່າຊາກສົບໄດ້ຢັ່ງຢາຍ
ຢູ່ຕາມພື້ນດິນພ້ອມທັງຜູ້ທີ່ໄດ້ຮັບບາດເຈັບແລະພວກທີ່ຮ້ອງໄຫ້ທີ່ເມືອງ Mina ປະມານ
5 ຫຼັກກິໂລແມັດຫ່າງຈາກເມືອງ Mecca ໄປທາງກ້ຳຕາເວັນອອກ.

ພວກທີ່ເຫລື້ອມໃສໃນສາສະໜາໄດ້ພາກັນໄປຍັງສະຖານທີ່ດັ່ງກ່າວເພື່ອແກວ່ງກ້ອນຫີນ ໃສ່ເສົາຫີນທີ່ເປັນຕົວແທນໃຫ້ກັບປີສາດໃນພິທີກຳອັນສຸດທ້າຍກ່ອນການສະຫລອງບຸນ
Eid al-Adha ເລີ້ມຂຶ້ນ.

ນັກຂ່າວ Nasiru Adamu El-Hikaya ກ່າວຕໍ່ວີີໂອເອ ຈາກບ່ອນເກີດເຫດວ່າ ໃນຂະ ນະທີ່ການຍ່າງຢ່າງເປັນຂະບວນໄປໃນທິດທາງດຽວເລີ້ມຂຶ້ນ ໃນຕອນເຊົ້າຂອງມື້ວານ
ນີ້ ແຕ່ພັດມີຜູ້ຄົນກຸ່ມນ້ອຍໆຈຸນຶ່ງພາກັນຫັນກັບຄືນ ຈຶ່ງກໍ່ພາໃຫ້ເກີດ ການຕຳກັນແບບ ບໍ່ໄດ້ຕັ້ງໃຈ ແລະຢຽບກັນ ລະຫວ່າງພວກຜູ້ຊາຍ ແມ່ຍິງ ພວກຜູ້ເຖົ້າ ແລະໜຸ່ມນ້ອຍ.

ການຢຽບກັນຕາຍຂອງພວກສະແຫວງບຸນດັ່ງກ່າວ ມີຂຶ້ນຢູ່ນອກສະຖານທີ່ທາງສາສະໜາ ຢູ່ເມືອງ Mina. ມີການປຸກຕູບຜ້າຕັ້ງຫຼາຍກວ່າ 160,000 ຫລັງ ຢູ່ໃນບໍລິເວນໃກ້ຄຽງ ເພື່ອ
ໃຫ້ ເປັນບ່ອນພັກພາອາໄສ ຂອງພວກທີ່ໄປສະແຫວງບຸນ Hajj.

HAJJ Stampede
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG