ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດານັກຮຽນຄູ ທີ່ຈົບໃໝ່ ໃນ ສປປ ລາວ ຈົ່ມບໍ່ມີວຽກເຮັດງານທຳ


ໂຮງຮຽນປະຖົມໜອງໜ່ຽງ ທີນະຄອນວຽງຈັນ ສປປ ລາວ
ໂຮງຮຽນປະຖົມໜອງໜ່ຽງ ທີນະຄອນວຽງຈັນ ສປປ ລາວ

ໃນແຕ່ລະປີມີນັກສຶກສາຮຽນຈົບມະຫາວິທະຍາໄລ ແລະວິທະຍາໄລຕ່າງໆ ໃນສາຂາຄູ
ຫລາຍພັນຄົນ ແຕ່ວ່າ ກໍມີພຽງແຕ່ຈໍານວນນຶ່ງເທົ່ານັ້ນທີ່ໄດ້ຖືກບັນຈຸ ສະນັ້ນບັນຫາຄູ
ເຫລືອຄວາມຕ້ອງການ ຫລືຄູອາສາສະໝັກສອນມາໄດ້ຫລາຍປີ ມີຄວາມຮູ້ສຶກທໍ້ຖອຍ
ແລະຜິດຫວັງຫລາຍຍ້ອນບໍ່ໄດ້ຖືກບັນຈຸເຂົ້າເປັນລັດຖະກອນ ທີ່ມີມາແຕ່ດົນນານນັ້ນ
ຍັງສືບຕໍ່ມີຢູ່. ແຕ່ຂະນະດຽວກັນ ເຈົ້າໜ້າທີ່ກ່ຽວ ຂ້ອງໃຫ້ການສັງເກດວ່າ ມີຫລາຍສາ
ເຫດທີ່ພາໃຫ້ເປັນເຊັ່ນນັ້ນ ໂດຍສະເພາະແມ່ນງົບປະມານຈຳກັດ ເມື່ອທຽບໃສ່ຈໍານວນ
ຄູທີ່ຮຽນຈົບມາໂດຍສະເພາະແມ່ນ ພວກທີ່ຢາກສອນຢູ່ ໃນຕົວເມືອງ ບ່ອນທີ່ຄູເກີນ
ຄວາມຕ້ອງການຫຼາຍ. ນັກຂ່າວວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ຊຶ່ງ ກິ່ງສະຫວັນ
ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ເຊີນຊົມວີດີໂອ
please wait

No media source currently available

0:00 0:01:00 0:00
ລິງໂດຍກົງ

ບັນດາທ່ານຄົງໄດ້ຍິນ ແລະໄດ້ເຫັນມາຫລາຍແລ້ວເນາະກ່ຽວກັບສະພາບທີ່ໜ້າເສົ້າ
ໃຈທີ່ຄູອາສາທີ່ມັກຮັກອາຊີບຄູ ແຕ່ກໍບໍ່ໄດ້ຮັບເຂົ້າເປັນພະນັກງານ ລັດຖະກອນຫລັງ
ຈາກສາວຄູໃຊ້ຄວາມມານະອົດທົນ ສິດສອນມາເປັນເວລາຫລາຍປີ ແລ້ວກໍຕ້ອງໄດ້
ອໍາລານັກຮຽນໄປເພື່ອປະກອບອາຊີບອື່ນ. ໃນມື້ນີ້ ທາງວີໂອເອ ຈະນໍາເອົາຄວາມຄິດ
ເຫັນຈາກອະດີດສາວຄູອາສາສະໝັກຄົນນຶ່ງທີ່ຮັບໃຊ້ເປັນຄູສອນມາໄດ້ຫລາຍປີ ຢູ່ໃນ
ໂຮງຮຽນມັດທະຍົມແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ພາຍຫລັງທີ່ຮຽນຈົບວິຊາອົບ
ຮົມຄູມາດ້ວຍຄວາມຫວັງວ່າຈະໄດ້ເປັນຄູທີ່ຖືກບັນຈຸເປັນເຂົ້າເປັນພະນັກງານລັດໃນ
ເວລາບໍ່ໄວກໍຊ້າ ແຕ່ກໍປະສົບກັບຄວາມຜິດຫວັງ ຈຶ່ງໄດ້ໄປປະກອບອາຊີບອື່ນ ຊຶ່ງນາງ
ເປີດເຜີຍຄວາມຮູ້ສຶກ ຕໍ່ວີໂອເອ ສູ່ຟັງວ່າ:

ຂ້າພະເຈົ້າກໍ່ແມ່ນຄົນນຶ່ງ​ເນາະມີ ຄວາມໄຝ່ຝັນຢາກເປັນຄູ ແລະກໍໄດ້ໄປຮຽນຄູ ແລະ
ຈົບຄູມາແຕ່ປີ 2005 ຕອນນັ້ນ ຍັງບໍ່ໄດ້ເຂົ້າລັດຖະກອນ ໄປສອນຢູ່ໂຮງ ຮຽນເອກກະ
ຊົນ
ເປັນຈໍານວນຫຼາຍປີເນາະ 8-9 ປີ. ຄືເລີ້ມແຕ່ປີ 2006 ຮອດ 2014. ຂ້າພະເຈົ້າຈົບ
ປີ
2006 ຂ້າພະເຈົ້າກະໄປສອນໂຮງຮຽນເອກກະຊົນຈົນຮອດປີ 2014 ກໍໄປອາສາສອນ
ຢູ່ໂຮງຮຽນລັດແຫ່ງນຶ່ງເປັນຈໍານວນ 4 ປີ 5 ປີ ແຕ່ກໍ່ບໍ່ໄດ້ເຂົ້າເປັນລັດຖະກອນ, ຂ້າພະ
ເຈົ້າກໍເລີຍ
ລາອອກກ່ອນ, ຂໍໂຈະ. ”

ພ້ອມກັນນັ້ນ ນາງຝາກຄໍາສະເໜີ ໃຫ້ຂັ້ນເທິງ ທີ່ຮັບຜິດຊອບວຽກງານນີ້ວ່າ:

“ຂ້າພະເຈົ້າຈຶ່ງຢາກຝາກຜູ້ໃດ ນັກຮຽນ ນັກສຶກສາ ທີ່ຈົບສ້າງຄູລົງມາແລ້ວ ທີ່ວ່າ ເຂົາ
ເຈົ້າບໍ່ຮັບແລ້ວ ກໍຖືວ່າບໍ່ໃຫ້ຮັບເລີຍກະໄດ້ ທີ່ວ່າຄູອາສາ ມີແຕ່ວ່າຕົວເລກບໍ່ມີກະໃຫ້
ເຂົາເຈົ້າໄປເສັງເອົາເລີຍ ຄັນໃຜເສັງໄດ້ກະຖືວ່າບໍ່ໄດ້ ຄືວ່າບໍ່ໃຫ້ຮັບເລີຍພວກອາສາ
ເພາະວ່າ ຄົນທີ່ໄປອາສາຫຼາຍຄົນ ຄືຂ້າພະເຈົ້າເສຍກໍາລັງໃຈ ເພາະອາສາຢູ່ຕັ້ງ 4-5
ປີ ນໍ້າມັນລົດເດືອນລະສອງແສນກີບ ເສຍທັງເວ ລາ, ເສຍທັງກໍາລັງໃຈ, ເສຍທັງແນວ
ຄິດເນາະ.”

ທາງດ້ານທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີວ່າການ ກະຊວງສຶກສາທິ
ການແລະ ກິລາເວົ້າວ່າ ເນື່ອງຈາກງົບປະມານຈໍາກັດ ລັດຖະບານລາວອະນຸຍາດໃຫ້
ມີການບັນຈຸຄູໃໝ່ໄດ້ພຽງແຕ່ 1,800 ຄົນເທົ່ານັ້ນ ໃນສົກຮຽນປະ ຈຳປີ 2020 ນີ້. ພ້ອມ
ກັນນັ້ນທ່ານນາງກໍຍອມຮັບວ່າ ສະພາບຂາດແຄນຄູຫຼາຍ ຢູ່ໃນເຂດຊົນນະບົດນັ້ນ ຍັງ
ຈະສືບຕໍ່ມີຂຶ້ນ ຊຶ່ງຄິດໄລ່ແລ້ວ ລາວກໍມີຄວາມຕ້ອງ ການຄູຢູ່ ຢ່າງໜ້ອຍ 12,000 ຄົນ
ເພື່ອໄປສອນ ໃນໂຮງຮຽນຢູ່ເຂດຊົນນະບົດ ແຕ່ວ່າ ຢູ່ໃນຕົວເມືອງນັ້ນ ກັບມີຈຳນວນ
ຄູ ເກີນຄວາມຕ້ອງການ ຢູ່ຫຼາຍກວ່າ 9,000 ຄົນ ໃນຈໍານວນຄູເກີນດັ່ງກ່າວກໍບໍ່ມີຄູຜູ້
ໃດທີ່ຈະອາສະໝັກໃຈໄປສອນຢູ່ໂຮງຮຽນໃນເຂດຊົນນະບົດເລີຍ.

ທ່ານນາງຍອມຮັບອີກວ່າ ໃນປີ 2019 ຜ່ານມານັ້ນ ມີຄູອາສາສະໝັກຈຳນວນຫຼາຍພັນ
ຄົນ ທີ່ຍັງບໍ່ທັນໄດ້ບັນຈຸເຂົ້າເປັນລັດຖະກອນ ເຊິ່ງຕ້ອງໄດ້ແກ້ໄຂໂດຍໄວ. ສາເຫດຕົ້ນ
ຕໍ ທີ່ພາໃຫ້ເປັນເຊັ່ນນັ້ນ ກໍແມ່ນດໍາລັດວ່າ ດ້ວຍລັດຖະກອນຄູສະບັບເລກທີ 177/ລບ
ກໍານົດການບັນຈຸລັດຖະກອນຄູໂດຍອີງໃສ່ອັດຕາສ່ວນ ນັກຮຽນຕໍ່ຄູເປັນຫຼັກຊຶ່ງບໍ່ໄດ້
ຄໍານຶງເຖິງທີ່ຕັ້ງຂອງໂຮງຮຽນ, ຊັ້ນຮຽນ, ຫ້ອງຮຽນ ແລະ ວິຊາຮຽນ ແລະບໍ່ມີການສ້າງ
ແຜນຄວາມຕ້ອງການຄູຢ່າງລະອຽດ.

ເພື່ອແກ້ໄຂບັນຫານີ້ ທ່ານນາງເວົ້າວ່າ ກະຊວງສຶກສາຈັດການບັນຈຸຄູເຂົ້າໃນ 3 ບັນຊີ
ຄື ນັກຮຽນ-ນັກສຶກສາຄູ ທີ່ຮຽນຈົບໃໝ່ ແລະ ຄູອາສາສະໝັກ ສາມາດສອບເສັງເປັນ
ຄູສັນຍາຈ້າງໄດ້. ສຳລັບຄູອາສະໝັກ ທີ່ບໍ່ໄດ້ຮັບການບັນຈຸ ແລະ ມີວິຊາສະເພາະບໍ່
ສອດຄ່ອງກັບຄວາມຕ້ອງການຈະໄດ້ລວບລວມເປັນບັນຊີທີ 2 ເພື່ອສົ່ງໄປຍົກລະດັບ
ຫຼື ອາດຈະໄປເຂົ້າຢູ່ໃນເປັນບັນຊີທີ 3 ກໍໄດ້. ຊຶ່ງບັນຊີ ທີ 3 ນີ້ ແມ່ນສໍາລັບຜູ້ສະເໜີໄປ
ຮຽນວິຊາຊີບຕາມໂຄງການຂອງການບຳລຸງວິຊາຊີບໄລຍະສັ້ນ ແລະ ໄລຍະຍາວ.

ສ່ວນຢູ່ເຂດທ້ອງຖິ່ນນັ້ນ ທາງພະນັກງານຂັ້ນສູງທ່ານນຶ່ງໃນພະແນກສຶກສາແຂວງ
ຈໍາປາສັກກໍໃຫ້ຄໍາເຫັນ ກ່ຽວກັບບັນຫາຂອງຄູອາສາ ໃນລາວວ່າ:

“ເຂົາກະສັບຊ້ອນແລ້ວໝົດລະເດປີນີ້ ແລ້ວລະເດ ກະມີແຕ່ເຂົາຈັດສັນນອນໃນ 3 ບັນ
ຊີຫັ້ນໜາ, ຍັງຄົ້ນຄ້ວາກັນຢູ່, ຍັງເຮັດບັນຊີກັນຢູ່ດຽວນີ້. ຟັງເບິ່ງເຂົາ ພາຍຫລັງເຂົາບັນ
ຈຸແລ້ວປີ 2020 ເຂົາສັບຊ້ອນໃໝ່ ຟັງເບິ່ງກ່ອນ, ເຂົາມອບໃຫ້ແຕ່ລະເມືອງຈັດສັນຫາ
ກັນໃໝ່. ເຂົາມີມາດຖານເງື່ອນໄຂມາແຕ່ກະຊວງ, ເຂົາຄັດໃນສາມບັນຊີ ກະລອງເບິ່ງ
ກ່ອນບັນຊີອອກມາເປັນແນວໃດ ມັນກະຄ້າຍຄືກັນທົ່ວປະເທດ, ເອີຄົນ 7-8 ພັນ ເອົາ
ຄົນພັນປາຍ. ແຕ່ແຂວງເຮົາກະ 7 ຮ້ອຍ.”

ສະຫລຸບແລ້ວ ການທີ່ລັດຖະບານລາວບໍ່ສາມາດບັນຈຸຄູໃຫ້ເຂົ້າເປັນລັດຖະກອນ ຢູ່ໃນ
ຕົວເມືອງໄດ້ນັ້ນ ມີຜົນກະທົບຕໍ່ພວກຄູໜຸ່ມນ້ອຍທີ່ ຍອມສູ້ຊົນອົດທົນເປັນ ຄູອາສາສະ
ໝັກໂດຍບໍ່ໄດ້ຮັບຄ່າຕອບແທນຫຍັງ ຕັ້ງຫລາຍປີ ເຮັດໃຫ້ເຂົາເຈົ້າໝົດກໍາລັງໃຈ. ແຕ່
ໃນຂະນະດຽວກັນສະພາບ ດັ່ງກ່າວນັ້ນ ກໍສືບເນື່ອງມາຈາກ ຫລາຍບັນຫາ, ໂດຍສະ
ເພາະແມ່ນການສ້າງແຜນການຊັບຊ້ອນຄູສອນຍັງບໍ່ລະ ອຽດ ແລະບໍ່ເໝາະສົມກັບສະ
ພາບຕົວຈິງ ໃນຂະນະທີ່ລັດຖະບານມີງົບປະມານ ຈໍາກັດ ໃນການຮັບເອົາຄູເຂົ້າໃນ
ລະບົບລັດຖະກອນ.

XS
SM
MD
LG