ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນ ຢືນ​ຢັນວ່າ ໄວ​ຣັ​ສ​ປອດ​ບວມ ​ຊະ​ນິດ​ໃໝ່ ​ສາ​ມາດ​ຕິດຕໍ່​ ຈາກ​ຄົນນຶ່ງ ໄປ​ຫາ​ຄົນອື່ນ​ໄດ້​


ບັນ​ດາ​ຜູ້​ເດີນ​ທາງ​ໃສ່​ຜ້າ​ປິດ​ປາກ​ໄວ້ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ ຍ່າງ​ຢູ່ນອກ​ສະ​ຖາ​ນີ​ລົດ​ໄຟ ​ໃນ​ນະ​ຄອນ​ປັກ​ກິ່ງ, ວັນ​ທີ 20 ມັງ​ກອນ, 2020.
ບັນ​ດາ​ຜູ້​ເດີນ​ທາງ​ໃສ່​ຜ້າ​ປິດ​ປາກ​ໄວ້ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ ຍ່າງ​ຢູ່ນອກ​ສະ​ຖາ​ນີ​ລົດ​ໄຟ ​ໃນ​ນະ​ຄອນ​ປັກ​ກິ່ງ, ວັນ​ທີ 20 ມັງ​ກອນ, 2020.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ຈີນໃນ​ວັນ​ຈັນ​ວານນີ້ ໄດ້​ຢືນ​ຢັນໄວ​ຣັ​ສ​ປອດ​ບວມ​ຊະ​ນິດ​ໃໝ່ ຫຼື ໂຄ​ໂຣ​ນາ​ໄວ​ຣັ​ສ​ ທີ່​ໄດ້​ເຮັດ​ໃຫ້ 4 ຄົນ​ເສຍ​ຊີ​ວິດ​ໄປ​ນັ້ນ ເປັນ​ພະ​ຍາດ​ທີ່​ຕິດ​ແປດໄດ້ ຊຶ່ງ​ໄດ້​ເຮັດ​ໃຫ້ມີ​ຄວາມ​ຢ້ານ​ກົວວ່າ ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ​ສາມາດ​ແຜ່​ຜາຍ​ໄປ​ຢ່າງ​ໄວ​ວາໃນ​ຝູງ​ຄົນໄດ້.
ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ ເຊື້ອ​ໄວ​ຣັ​ສ ທີ່​ພາ​ໃຫ້​ເກີດ​ໂຣກ​ປອດບວມ​ປະ​ເພດ​ນຶ່ງ ສາ​ມາດ​ທີ່​ຈະ​ຕິດ​ຕໍ່​ຈາກ​ຄົນ​ນຶ່ງ​ໄປ​ຫາ​ອີກ​ຄົນ​ນຶ່ງ ໄດ້ ແລະ​ບໍ່​ແມ່ນ​ແຕ່​ຕິດ​ຕໍ່​ຈາກ​ສັດ​ໄປ​ຫາ​ຄົນ​ເທົ່າ​ນັ້ນ, ອີງ​ຕາມ​ອົງ​ການ​ຂ່າວ​ຊິນ​ຫົວຂອງ​ທາງ​ການ​ຈີນ.

ໃນ​ເຊົ້າ​ວ​ວັນ​ຈັນ​ວານນີ້, ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກຈີນ ໄດ້​ຢືນ​ຢັນວ່າ ມີ ​136 ກໍ​ລະ​ນີໃໝ່ ​ທີ່​ຕິດ​ເຊື້ອໄວ​ຣັ​ສທີ່​ຫາກໍ່​ຖືກ​ຄົ້ນ​ພົບ​ທີ່​ວ່ານີ້ ເຊິ່ງເປັນ​ການ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ​ໃນ​ສາມ​ວັນ​ທີ່​ຜ່ານ​ມາ ຊຶ່ງ​ລວມ​ທັງ​ບັນ​ດາ ກໍ​ລະ​ນີທຳ​ອິດຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ ແລະຊຽງ​ໄຮ.

ບັນ​ດາ​ແພດ​ໝໍ​ໃນ​ເມືອງວູ​ຫານຂອງ​ຈີນ ​ບ່ອນທີ່​ການ​ລະບາດ​ຂອງ​ເຊື້ອ​ໄວ​ຣັ​ສນີ້ ເລີ້ມຕົ້ນ​ຂຶ້ນນັ້ນ ເວົ້າ​ວ່າ ຈຳ​ນວນ​ທັງ​ໝົດ​ຂອງ​ກໍ​ລະ​ນີ​ຄົນ​ຕິດເຊື້ອ​ໄວ​ຣັ​ສ​ໃນ​ເວ​ລານີ້​ແມ່ນ ​ເກີນ 200 ກໍ​ລະ​ນີແລ້ວ, ໂດຍ​ທີ່​ສ່ວນຫຼາຍກໍ​ລະ​ນີ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ໄດ້​ຖືກ​ອະ​ທິ​ບາຍ​ວ່າ ບໍ່​ຮຸນ​ແຮງ. ກໍ​ລະ​ນີ​ຫລ້າ​ສຸດ​ທີ່​ຢືນ​ຢັນ​ວ່າໄດ້​ເສຍ​ຊີ​ວິດ​ແລ້ວ​ ແມ່ນ​ຊາຍ​ຊະ​ລາ​ຄົນ​ນຶ່ງ ອາ​ຍຸ 89 ປີ​ຢູ່​ເມືອງວູ​ຫານ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ເກົາຫຼີ​ໃຕ້ ​ກ່າວ​ໃນ​ວັນ​ຈັນວານນີ້​ວ່າ ເຂົາ​ເຈົ້າ​ໄດ້​ຢືນ​ຢັນ​ກໍ​ລະ​ນີ​ໄວ​ຣັ​ສ​ປອດບວມຂອງ​ແມ່​ຍິງ​ອາ​ຍຸ 35 ປີ​ຄົນ​ນຶ່ງ ​ທີ່​ໄດ້​ເດີນ​ທາງ​ດ້ວຍ​ເຮືອ​ບິນ​ຈາກ​ເມືອງວູ​ຫານໄປຫາ​ສະ​ໜາມ​ບິນອິນ​ຈອນຂອງ​ເກົາ​ຫລີ​ໃຕ້. ປະ​ເທດໄທ ແລະຍີ່​ປຸ່ນ ກໍ​ໄດ້​ຢືນ​ຢັນວ່າ​ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ສດັ່ງ​ກ່າວ​ເຊັ່ນ​ກັນ.

ກະ​ຊວງສາ​ທາ​ລະ​ນະ​ສຸກຂອງ​ອິນ​ໂດ​ເນ​ເຊຍ​ເວົ້າ​ວ່າ ຕົນ​ໄດ້​ເພີ່ມ​ການກວດ​ກາສຸ​ຂະ​ພາບ​ຂອງ​ຜູ້​ໂດຍ​ສານ​ທີ່​ເດີນ​ທາງ​ມາ​ຈາກ​ຈີນຢູ່​ໃນ​ສະ​ໜາມ​ບິນໃຫ້​ຫລາຍ​ຂຶ້ນ ເພື່ອ​ພະ​ຍາ​ຍາມ​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ​ເຂົ້າ​ໄປ​ແຜ່​ຜາຍ​ຢູ່​ໃນ​ອິນ​ໂດ​ເນ​ເຊຍ. ທ່ານ ອະ​ນັງ ຊູ​ກິ​ຫານ​ໂຕ​ໂນ (Anung Sugihantono), ອຳ​ນວຍ​ການ​ໃຫຍ່ດ້ານ​ການ​ຄວບ​ຄຸມ ແລະ​ຫ້ອງ​ກັນ​ພະ​ຍາດ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ກະ​ຊວງສາ​ທາ​ລະ​ນະ​ສຸກກຳ​ລັງ​ກວດ​ກາ​ພວກ​ເດີນ​ທາງ​ເຂົ້າ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ ພວກ​ທີ່​ເດີນ​ທາງ​ມາ​ຈາກ​ຈີນ ໂດຍ​ໃຊ້​ເຄື່ອງກວດອຸນ​ຫະ​ພູມ ພ້ອມ​ທັງ​ເອົາ​ບັດ ເຕືອນ​ດ້ານ​ສຸ​ຂະ​ພາບ​ແຈກ​ໃຫ້.

ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ສູນ​ກາງ​ເພື່ອ​ການ​ຄວບ​ຄຸມ​ ແລະປ້ອງ​ກັນ​ພະ​ຍາດ​ຂອງ​ ສະ​ຫະ​ລັດໄດ້​ເລີ່ມ​ກວດ​ກາ​ຜູ້​ໂດຍ​ສານ​ທີ່​ເດີນ​ທາງ​ມາ​ຈາກ​ເມືອງວູ​ຫານ ຢູ່​ສະ​ໜາມ​ບິນ​ສາມ​ແຫ່ງ ​ໃນ​ສາມ​ເມືອງ​ຄື, ເມືອງແຊນ ແຟ​ຣນຊິ​ສ​ໂກ, ລອ​ສ ແອນ​ເຈີ​ລິ​ສ ແລະນິວຢອກ. ສະ​ໜາມ​ບິນ​ໃນ​ປະ​ເທດຍີ່​ປຸ່ນ, ໄທ, ເກົາຫຼີ​ໃຕ້ ແລະ ສິງ​ກະ​ໂປ ກໍ​ໄດ້​ກວດ​ກາ​ຜູ້​ໂດຍ​ສານ​ເຊັ່ນ​ກັນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ຈີນ ແລະ ສະ​ຫະ​ລັດ ແມ່ນ​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ພິ​ເສດ ເພາະ​ວ່າຫຼາຍ​ຄົນ​ຂອງ​ປະ​ຊາ​ກອນຈີນທີ່​ມີນຶ່ງ​ພັນ​ສີ່​ຮ້ອຍ​ລ້ານ​ຄົນ ​ຄາດ​ວ່າ​ຈະ​ເດີນ​ທາງຢູ່ທັງ​ພາຍ​ໃນຈີນ ແລະອອກ​ໄປຕ່າງ​ປະ​ເທດ ໃນຊ່ວງ​ວັນ​ພັກ​ປີ​ໃໝ່ ຫລືກຸດຈີນທີ່​ຈະ​ເລີ່ມ​ຂຶ້ນ​ໃນ​ວັນ​ທີ 25 ມັງ​ກອນຈະ​ມາ​ເຖິງນີ້.

​ໂຄ​ໂຣ​ນາ​ໄວ​ຣັ​ສ ແມ່ນ​ນຶ່ງ​ໃນ​ຄອບ​ຄົວ​ໄວ​ຣັ​ສ​ທີ່​ໃຫຍ່ ທີ່​ສາ​ມາດ​ກໍ່​ໃຫ້​ເກີດ​ອາ​ກາດ​ເຈັບ​ປ່ວຍຕ່າງ​ໆ​ໄດ້ ​ນັບ​ແຕ່​ການ​ເປັນ​ຫວັດ​ທົ່ວ​ໄປ ຈົນ​ເຖິງ​ອາ​ການ​ຫາຍ​ໃຈ​ບໍ່​ອອກ​ຂັ້ນ​ຮຸນ​ແຮງ ຫລື (SARS). ໂຣກຊາ​ສ໌ (SARS), ເຊິ່ງ​ໄດ້​ເລີ່ມເກີດ​ຂຶ້ນ​ຢູ່ໃນຈີນ ເຊັ່ນ​ກັນ​ນັ້ນ, ໄດ້​ສັງ​ຫານ​ປະ​ຊາ​ຊົນເກືອບ​ຮອດ​ 800 ຄົນ​ໃນ​ທົ່ວ​ໂລກ​ຢູ່ໃນໄລ​ຍະ​ທີ່​ມີ​ການ​ແຜ່​ລະ​ບາດ​ໃນ​ເກືອບ​ຮອດ 20 ປີ ທີ່​ຜ່ານ​ມາ.

ບັນ​ດາ​ຜູ້​ຊ່ຽວ​ຊານ​ສາ​ທາ​ລະ​ນະ​ສຸກຈີນ ​ແມ່ນ​ມີ​ຄວາມ​ຮູ້​ພຽງ​ເລັກ​ນ້ອຍ​ກ່ຽວ​ກັບ ເຊື້ອ​ໄວ​ຣັດສາຍ​ພັນ​ໃໝ່​ນີ້, ເຊິ່ງ​ຮູ້​ຈັກຄ້າຍ​ກັບ 2019-nCoV. ພວກເຂົາ​ເຈົ້າ​ສົງ​ໄສວ່າການ​ແຜ່ນ​ລະ​ບາດ​ໄດ້​ເລີ່ມ​ຂຶ້ນ​ຢູ່​ຮ້ານ​ຂາຍ​ອາ​ຫານ​ທະ​ເລແຫ່ງ​ນຶ່ງ ໃນ​ເມືອງວູ​ຫານ, ເຊິ່ງ​ໄດ້​ຂາຍ​ສັດ​ຊະ​ນິດ​ອື່​ນ​ໆ​ເຊັ່ນ​ກັນ​ ເຊັ່ນ​ວ່າ ສັດ​ປີກ, ເຈຍ, ໂຕ​ບ່າງ ແລະເນື້ອ​ສັດ​ທີ່​ຖືກ​ລ່າ. ອົງ​ການ​ອະ​ນາ​ໄມ​ໂລກເວົ້າ​ວ່າ ສັດ​ໂຕ​ນຶ່ງ ຊຶງ​ເປັນແຫລ່ງທີ່​ມາ ປາ​ກົດ​ວ່າ​ຈະ​ເປັນ "ແຫລ່ງ​ທີ່​ມາ​ທຳ​ອິດ​ທີ່​ເປັນ​ໄປ​ໄດ້​ຫລາຍ​ທີ່​ສຸດ" ໂດຍ​ທີ່ “ການ​ຕິດ​ແປດ​ຈາກ​ຄົນ​ນຶ່ງ​ໄປ​ຫາ​ຄົນ​ນຶ່ງ ແມ່ນ​ເກີດ​ຂຶນ​ຍ້ອນ​ໄດ້​ມີ​ການ​ສຳ​ພັດ​ຢ່າງ​ໃກ້​ຊິດ.” ອົງ​ການ​ອະ​ນາ​ໄມ​ໂລກໄດ້​ຮຽກ​ໃຫ້​ມີ​ການ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ດ້ານ​ໄພ​ສຸກ​ເສີນ​ໃນ​ວັນ​ພຸດມື້​ອື່ນນີ້ ເພື່ອ​ສົນ​ທະ​ນາ​ຫ​ສ​ລື​ກັນ​ກ່ຽວ​ກັບ​ສະ​ພາບ​ການ​ດັ່ງ​ກ່າວ.

ບັນ​ດາ​ທ່ານ​ໝໍ​ຢູ່​ໃນ​ເມືອງວູ​ຫານເຊິ່ງ​ແມ່ນ​ເມືອງ​ທີ່​ມີ​ຄົນ​ໜາ​ແໜ້ນ​ທີ່​ສຸດ​ເປັນ​ອັນ​ດັບ​ເຈັດ​ຂອງ ຈີນ ນັ້ນ, ໄດ້​ຂະ​ຫຍາຍ​ການກວດ​ກາ​ສຸ​ຂະ​ພາບ​ສຳ​ລັບ​ຜູ້​ຕ້ອງ​ສົງ​ໄສ​ຕິດ​ໂຣກ​ປອດບວມ. ເຂົາ​ເຈົ້າ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ລະ​ວັງ​ຕົວຫຼາຍ​ຂຶ້ນ ກ່ຽວ​ກັບ ສຸ​ຂະອະ​ນາ​ໄມ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ ແລະ ໃຫ້​ປິດ​ປາກ​ຂອງ​ເຂົາ​ເຈົ້າ​ເວ​ລາ​ໄອ ຫຼື ຈາມ.

ອ່ານ​ຂ່າ​ວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG