ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ເປນ ຢາກ​ໜີ​ອອກຈາກ​ການ​ໃຊ້​ນ້ຳ​ມັນ​ຊີວະພາບ ຊຶ່ງອາດ​ປະ​ເຊີນ​ໜ້າ​ກັບ​ການ​ຂັດ​ຂວາງ


​ພວກ​ພະ​ນັກ​ງານ​ກຳ​ລັງ​ປະ​ກອບ​ລົດ ຢູ່​ໂຮງງ​ານ ໃກ້​ໆກັບ​ນະ​ຄອນ ບາ​ຣ​ເຊີ​ໂລ​ນາ ປະ​ເທດ​ສະ​ເປນ ວັນ​ທີ 31 ຕຸ​ລາ 2018.
​ພວກ​ພະ​ນັກ​ງານ​ກຳ​ລັງ​ປະ​ກອບ​ລົດ ຢູ່​ໂຮງງ​ານ ໃກ້​ໆກັບ​ນະ​ຄອນ ບາ​ຣ​ເຊີ​ໂລ​ນາ ປະ​ເທດ​ສະ​ເປນ ວັນ​ທີ 31 ຕຸ​ລາ 2018.

ສະ​ເປນ​ກຳ​ລັງ​ຮ່າງ​ແຜນຢ່າງກະ​ຕື​ລື​ລົ້ນ ທີ່​ຈະ​ປ່ຽນ​ພະ​ລັງ​ງານ​ສິ່ງ​ແວດ​ລ້ອມເພື່ອ​ນຳຊັບ
​ພະ​ຍາ​ກອນມາ​ໃຊ້​ຄືນໃໝ່ ແລະ​ຫ້າມ​ການ​ໃຊ້ຊາກ​ສັດ​ ແລະ​ພຶດ​ເພື່ອ​ຍານ​ພາ​ຫາ​ນະ​ໃນ
​ປີ 2020 ອີງ​ຕາມ​ການ​ປ່ຽນ​ແປງກົ​ດ​ໝາຍ​ດິນ​ຟ້າ​ອາ​ກາດ ທີ່​ໄດ້​ເປີດ​ເຜີຍ​ໂດຍນ​າ​ຍົກ​ລັດ
​ຖະ​ມົນ​ຕີ​ສັງ​ຄົມ​ນິ​ຍົມ ທ່ານ​ເປ​ໂດ​ຣ ແຊນ​ເຈ​ສ ອາ​ທິດ​ແລ້ວ​ນີ້.

ແຕ່​ການ​ລິ​ເລີ້ມໂຕ້​ຖຽງກັນ​ຈຳ​ນວນ​ນຶ່ງ ທີ່​ຕິດ​ຕ​າມ​ການ​ນຳ​ພາຂອງ​ລັດ​ຖະ​ບານ​ສະ​ຫະ​
ພາບ​ຢູ​ໂຣບ​ອື່ນໆ ອາດ​ຈະ​ກະ​ຕື​ລື​ລົ້ນ​ເກີນ​ໄປ ​ສຳລັບ​ປະ​ເທດ​ນຶ່ງ ຜູ້​ທີ່​ອຸດ​ສາ​ຫະ​ກຳ​ລົດ​
ຍັງ​ອ່ອນແອ ​ຕໍ່​ການ​ກະ​ກຽມຫັນ​ປ່ຽນ​ດັ່ງ​ກ່າວ. ສະ​ເປນ​ຍັງ​ລາກຫຼັງ​ຢູ່​ຫ່າງ​ຈາກ​ບັນ​ດາ​ປະ​
ເທດ​ຢູ​ໂຣບ​ອື່ນໆ ໃນ​ຕະ​ຫຼາດຍ​ານ​ພາ​ຫາ​ນະ​ໄຟ​ຟ້າ ທີ່​ແບ່ງ​ປັນ​ກັບ​ການ​ໃຊ້​ລົດ​ໄຟ​ຟ້າ​
ພຽງ​ແຕ່ 0.22 ເປີ​ເຊັນ​ຂອງ​ຕະ​ຫຼາດ​ຕົນ​ເອງ ປຽບ​ທຽບ​ໃສ່ ປະ​ມານ 2 ເປີ​ເຊັນ​ຢູ່​ໃນ​ຝ​ຣັ່ງ
ແບ​ລ​ຈ້ຽມ ເຢຍ​ຣະ​ມັນ ແລະ​ເນ​ເທີ​ແລນ.

ພວກ​ປະ​ທ້ວງ​ພາ​ກັນ​ນຸ່ງ​ເສື້ອ​ສີ​ເຫລື​ອງ ຕ້ານ​ຄ່າ​ນໍ້​າ​ມັນ​ແພງ ຕັນ​ຖະ​ໜົນ​ຫຼວງ ຊຳ​ເອ​ລີ​ເຊໃນ​ນະ​ຄອນ​ຫຼວງ​ປາ​ຣີ ວັນ​ທີ 24 ພະ​ຈິກ 2018.
ພວກ​ປະ​ທ້ວງ​ພາ​ກັນ​ນຸ່ງ​ເສື້ອ​ສີ​ເຫລື​ອງ ຕ້ານ​ຄ່າ​ນໍ້​າ​ມັນ​ແພງ ຕັນ​ຖະ​ໜົນ​ຫຼວງ ຊຳ​ເອ​ລີ​ເຊໃນ​ນະ​ຄອນ​ຫຼວງ​ປາ​ຣີ ວັນ​ທີ 24 ພະ​ຈິກ 2018.

ມາດ​ຕະ​ການ​ອາດ​ຍັງ​ເປັນເວ​ລາໃນການ​ເມືອງ​ທີ່ອ່ອນ​ແອ ເກີດ​ຂຶ້ນ​ພ້ອມ​ກັບ​ການ​ປະ
​ທ້ວງ​ຢ່າງ​ໃຫຍ່​ໃນ​ປະ​ເທດ​ເພື່ອນ​ບ້ານ​ຝ​ຣັ່ງ ທີ່​ສະ​ເໜີ​ໃຫ້​ເຫັນ​ການ​ທ້າ​ທາຍ​ທີ່​ສຳ​ຄັນ​ຕໍ່
​ລັດ​ຖະ​ບານ​ທີ່​ມີ​ອາ​ຍຸ​ນຶ່ງ​ປີ​ຂອງ​ປະ​ທາ​ນາ​ທິ​ບໍ​ດີເອມ​ມາ​ນຸຍ​ແອ​ລ ມາກ​ຣົງ.

ພວກ​ພະ​ນັກ​ງານ​ກຳ​ລັງ​ປະ​ກອບ​ລົດ ຢູ່​ໂຮງງ​ານ ໃນ​ເມືອງ​ມາກ​ໂຕ​ແຣນ ໃກ້​ກັບ​ນະ​ຄອນ ບາ​ຣ​ເຊີ​ໂລ​ນາ ປະ​ເທດ​ສະ​ເປນ ວັນ​ທີ 31 ຕຸ​ລາ 2018.
ພວກ​ພະ​ນັກ​ງານ​ກຳ​ລັງ​ປະ​ກອບ​ລົດ ຢູ່​ໂຮງງ​ານ ໃນ​ເມືອງ​ມາກ​ໂຕ​ແຣນ ໃກ້​ກັບ​ນະ​ຄອນ ບາ​ຣ​ເຊີ​ໂລ​ນາ ປະ​ເທດ​ສະ​ເປນ ວັນ​ທີ 31 ຕຸ​ລາ 2018.

​ພວກ​ປະ​ທ້ວງ​ຢູ່​ໃນ​ຝ​ຣັ່ງກຳ​ລັງ​ດືງ​ໄປ​ທາງ​ຊ້າຍ​ອຽງ​ໄປ​ສູ່​ສຽງ​ຍອດ​ນິ​ຍົມ ຕິດຕ​າ​ມມາ​ດ້ວຍ
​ການ​ເພີ້ມ​ຫົກ​ເປີ​ເຊນ ​ການ​ເກັບ​ພາ​ສີ​ນ້ຳ​ມັນ ທີ່​ມີ​ຄວາມ​ໝາຍ​ບໍ່​ໃຫ້​ໃຊ້​ນ້ຳ​ມັນ​ດີ​ແຊ​ລ ແລະ​
ນໍ້​າ​ມັນ​ທຳ​ມະ​ດາ. ຫຼາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ແລະ​ຢ່າງ​ໜ້ອຍ​ສອງ​ຄົນ​ໄດ້​ເສຍ​ຊີ​ວິດ
​ໃນ​ອາ​ທິດ​ທີ່​ຜ່ານ​ມາ ລະ​ຫວ່າງ​ການ​ລົບ​ກວນ ທີ່​ລັດ​ຖ​ະ​ບານ​ກ້າວ​ໜ້າ​ຢູ່​ທົ່ວ​ຢູ​ໂຣບ ພາ​ກັນ​
ເບິ່ງ​ຢ່າງບໍ່​ສະ​ບາຍ​ໃຈ ໃນ​ຂ​ະ​ນະ​ທີ່​ເຂົາ​ເຈົ້າ​ເຮັດ​ນະ​ໂຍ​ບາຍ​ການ​ໃຊ້​ເຊື້ອ​ເພີງ​ຊາກ​ສັດ​ວ່າ​
ມີ​ຜົນ​ກະ​ທົບ​ຢ່າງຮ້າຍແຮງ .

ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​ສະ​ເປນ ທ່ານ​ເປ​ໂດ​ຣ ແຊນ​ເຈ​ສ ກ່າວ​ຕໍ່​ພວກ​ນັກ​ຂ່າວທີ່​ນະ​ຄອນ​ບາ​ເຊີ​ໂລ​ນາ ວັນ​ທີ 10 ຕຸ​ລາ 2018.
ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​ສະ​ເປນ ທ່ານ​ເປ​ໂດ​ຣ ແຊນ​ເຈ​ສ ກ່າວ​ຕໍ່​ພວກ​ນັກ​ຂ່າວທີ່​ນະ​ຄອນ​ບາ​ເຊີ​ໂລ​ນາ ວັນ​ທີ 10 ຕຸ​ລາ 2018.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG