ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ແຊນດີອາກາ ພຸ່ງໂຕຂຶ້ນມາ ໃນການເລືອກຕັ້ງ ຜູ້ທີ່ມີຄຸນສົບບັດ ເປັນປະທານາທິບໍດີ ຂອງອິນໂດເນເຊຍ

ຜູ້ສະໝັກເປັນປະທານາທິບໍດີ ຂອງອິນໂດເນເຊຍ ທ່ານປຣາໂບໂວ ຊູບີອານໂຕ ກ່າວຖະແຫລງ ເພື່ອປະກາດ ໄຊຊະນະ ໃນການເລືອກຕັ້ງ ຂະນະທີ່ຄູ່ຮ່ວມສະໝັກ ທ່ານແຊນດີອາກາ ອູໂນ ຢືນຢູ່ຄຽງຂ້າງທ່ານ ໃນນະຄອນຫຼວງ ຈາກາຕາ ຂອງອິນໂດເນເຊຍ, ວັນທີ 18 ເມສາ 2019.

ຜູ້ສະໝັກເປັນປະທານາທິບໍດີ ຂອງອິນໂດເນເຊຍ ທ່ານປຣາໂບໂວ ຊູບີອານໂຕ ຢືນຢູ່
ເທິງເວທີ ແລ້ວອ້າງວ່າ ໄດ້ຮັບໄຊຊະນະແລ້ວ ໃນການເລືອກຕັ້ງທົ່ວໄປປີນີ້ ຊຶ່ງໜ້ອຍ
ຄົນເຊື່ອວ່າ ເປັນໄປບໍ່ໄດ້ ໃນຂະນະທີ່ ທ່ານແຊນດີອາກາຫຼື “ແຊນດີ” ອູໂນ ຄູ່ຮ່ວມ
ສະໝັກຂອງທ່ານ ແນມເບິ່ງຢູ່ດ້ານຫຼັງ ໂດຍມີສີໜ້າທີ່ອ່ອນເພຍ ແລະບໍ່ພໍໃຈ.

ຜູ້ສະໝັກເປັນປະທານາທິບໍດີ ຂອງອິນໂດເນເຊຍ ທ່ານປຣາໂບໂວ ຊູບີອານໂຕ ກ່າວຖະແຫລງຕໍ່ ພວກສະໜັບສະໜຸນຂອງທ່ານ ຫຼັງຈາກການເລືອກຕັ້ງປະທານາທິບໍດີ ໃນສັບປະດານີ້ ໃນນະຄອນຫຼວງຈາກາຕາ ຂອງອິນໂດເນເຊຍ, ວັນທີ 19 ເມສາ 2019.
ຜູ້ສະໝັກເປັນປະທານາທິບໍດີ ຂອງອິນໂດເນເຊຍ ທ່ານປຣາໂບໂວ ຊູບີອານໂຕ ກ່າວຖະແຫລງຕໍ່ ພວກສະໜັບສະໜຸນຂອງທ່ານ ຫຼັງຈາກການເລືອກຕັ້ງປະທານາທິບໍດີ ໃນສັບປະດານີ້ ໃນນະຄອນຫຼວງຈາກາຕາ ຂອງອິນໂດເນເຊຍ, ວັນທີ 19 ເມສາ 2019.

ພາບດັ່ງກ່າວ ໄດ້ຖືກຊົມໃນສື່ສັງຄົມຢ່າງຫຼວງຫຼາຍ ໂດຍການເນັ້ນຢ້ຳເຖິງ ການແຕກ
ແຍກ ລະຫວ່າງ ທ່ານປຣາໂບໂວ ກັບ ທ່ານແຊນດີອາກາ ຜູ້ທີ່ເຫັນໄດ້ວ່າ ແມ່ນຂັດ
ແຍ້ງກັນ. ອີງຕາມການນັບຄະແນນສຽງທັງໝົດ ນອກເໜືອຈາກຄະແນນສຽງ ຂອງພວກ
ເພິ່ນເອງແລ້ວ ພວກເຂົາເຈົ້າໄດ້ເສຍໄຊ ໃຫ້ແກ່ ທ່ານໂຈໂກ ຫຼື “ໂຈໂກວີ” ວີໂດໂດ ທີ່
ດຳລົງຕຳແໜ່ງ ໃນປັດຈຸບັນ ຜູ້ທີ່ໄດ້ອ້າງວ່າ ໄດ້ຮັບໄຊຊະນະ ດ້ວຍຄະແນນສຽງ 54
ເປີເຊັນ.

ມັນເປັນຜົນນັບຄະແນນສຽງທີ່ ທ່ານປຣາໂບໂວ ປະຕິເສດທີ່ຈະຮັບເອົາ.

ທ່ານເກຣກ ບາຣຕັນ ປະທານ ການເມືອງຂອງອິສລາມໃນທົ່ວໂລກ ຈາກສະຖາບັນ
ອາລເຟຣດ ດີກກິນ ເພື່ອສັນຊາດແລະໂລກາພິວັດໄດ້ເວົ້າວ່າ “ແຊນດີ ເບິ່ງຄືວ່າ
ບໍ່ຄ່ອຍດີໃຈແທ້ໆເລີຍ ໃນຂະນະ ຢູ່ຄຽງຂ້າງລາວ ໃນຄືນວານນີ້. ອັນນັ້ນ ແມ່ນ
ການບົ່ງບອກຂອງສີໜ້າ ທີ່ພວກເຮົາບໍ່ເຄີຍເຫັນມາກ່ອນຂອງແຊນດີ ໃນຕະຫຼອດ
ໄລຍະຂອງການໂຄສະນາຫາສຽງ.”

ຜູ້ສະໝັກເປັນຮອງປະທານາທິບໍດີ ທ່ານແຊນດີອາກາ ອູໂນ ສະແດງທ່າທີ ຂະນະຍ່າງຜ່ານໜ້າບ້ານຂອງທ່ານ ໃນນະຄອນຫຼວງ ຈາກາຕາ ຂອງອິນໂດເນເຊຍ.
ຜູ້ສະໝັກເປັນຮອງປະທານາທິບໍດີ ທ່ານແຊນດີອາກາ ອູໂນ ສະແດງທ່າທີ ຂະນະຍ່າງຜ່ານໜ້າບ້ານຂອງທ່ານ ໃນນະຄອນຫຼວງ ຈາກາຕາ ຂອງອິນໂດເນເຊຍ.

ທ່ານກ່າວອີກວ່າ “ໂດຍທົ່ວໄປແລ້ວ ແຊນດີ ແມ່ນມີກຳລັງວັງຊາ ແລະຍິ້ມແຍ້ມ ອັນນັ້ນ
ແມ່ນສັນຍາລັກຂອງລາວ. ລາວເບິ່ງຄືວ່າ ລາວໄປຮ່ວມໃນງານສົ່ງສະການ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG