ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Sanders ຈະພົບປະກັບ ທ່ານນາງ Clinton ຫຼັງການເລືອກຕັ້ງຂັ້ນຕົ້ນ ຄັ້ງສຸດທ້າຍ


ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກ ເດໂມແຄຣັດ ທ່ານ Bernie Sanders, ສະມາຊິກສະພາສູງ ຈາກລັດ Vermont, ຖະແຫລງ ຢູ່ທີ່ກອງຊຸມນຸມ ເມື່ອວັນທີ 17 ພຶດສະພາ 2016, ໃນເມືອງ Carson, ລັດ California.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກ ເດໂມແຄຣັດ ທ່ານ Bernie Sanders, ສະມາຊິກສະພາສູງ ຈາກລັດ Vermont, ຖະແຫລງ ຢູ່ທີ່ກອງຊຸມນຸມ ເມື່ອວັນທີ 17 ພຶດສະພາ 2016, ໃນເມືອງ Carson, ລັດ California.

ສະມາຊິກສະພາສູງຈາກລັດ Vermont ທ່ານ Bernie Sanders ຜູ້ທີ່ໄດ້ ດຳເນີນການຕໍ່ສູ້ມາ ເປັນເວລາຫຼາຍເດືອນ ກັບ ຜູ້ທີ່ຄາດວ່າ ຈະຖືກສະເໜີ ຊື່ລົງແຂ່ງຂັນເປັນປະທານາທິບໍດີ ຂອງພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວວ່າ ທ່ານ ຈະພົບປະກັບທ່ານນາງ ຫຼັງຈາກການເລືອກຕັ້ງ ຂັ້ນຕົ້ນຂອງພັກ ເທື່ອສຸດທ້າຍ ໃນວັນອັງຄານມື້ອື່ນ ຢູ່ທີ່ ນະຄອນຫຼວງ ວໍຊິງຕັນ ເພື່ອຈະປຶກສາຫາລື ລາຍການໆເມືອງຂອງພວກເພິ່ນ ກ່ອນຈະ ຕັດສິນໃຈວ່າ ຈະຍຸຕິການແຂ່ງຂັນ ຫຼືບໍ່.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກ ເດໂມແຄຣັດ ທ່ານນາງ Hillary Clinton ທັກທາຍ ບັນດາຜູ້ສະໜັບສະໜູນ ໃນລະຫວ່າງ ການໂຮມຊຸມນຸມ ເມື່ອວັນທີ 7 ມິຖຸນາ 2016. (AP)
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກ ເດໂມແຄຣັດ ທ່ານນາງ Hillary Clinton ທັກທາຍ ບັນດາຜູ້ສະໜັບສະໜູນ ໃນລະຫວ່າງ ການໂຮມຊຸມນຸມ ເມື່ອວັນທີ 7 ມິຖຸນາ 2016. (AP)

ທ່ານ Sanders ໄດ້ສົ່ງສັນຍານໃຫ້ຊາບເມື່ອສັບປະດາແລ້ວນີ້ວ່າ ການໂຄສະນາ ຫາສຽງຂອງທ່ານ ແມ່ນໃກ້ຈຸດຈົບແລ້ວ ແຕ່ໄດ້ປະຕິເສດທີ່ຈະຍອມແພ້ໃນການ ແຂ່ງຂັນ ຈົນກວ່າລຸນຫຼັງທີ່ພວກມີສິດອອກສຽງ ໃນນະຄອນຫຼວງຂອງປະເທດ ທີ່ເຕັມໄປດ້ວຍຜູ້ສະໜັບສະໜູນພັກເດໂມແຄຣັດ ຈະມີໂອກາດ ທີ່ຈະລົງຄະ ແນນສຽງ ໃນວັນອັງຄານມື້ອື່ນນີ້ ຊຶ່ງເປັນການເລືອກຕັ້ງຂອງພັກຄັ້ງສຸດທ້າຍ ໃນການແຂ່ງຂັນ ເພື່ອທີ່ຈະໄດ້ຖືກສະເໜີຊື່ ໃນແຕ່ລະລັດ ທີ່ໄດ້ເລີ້ມຕົ້ນຂຶ້ນ ໃນເດືອນກຸມພາຜ່ານມາ.

ສ່ວນທ່ານນາງ Clinton ອະດີດລັດຖະມົນຕີຕ່າງປະເທດ ສະຫະລັດ ເມື່ອ ສັບປະດາແລ້ວນີ້ ໄດ້ຮັບຄະແນນສຽງຈາກຜູ້ແທນທີ່ພຽງພໍ ທີ່ຈະໄດ້ຮັບ ການສະເໜີຊື່ເປັນຕົວແທນຂອງພັກ ທີ່ກອງປະຊຸມໃຫຍ່ພັກ ໃນເດືອນກໍລະກົດ ຊຶ່ງຈະກາຍເປັນ ຜູ້ຍິງ ຄົນທຳອິດທີ່ໄດ້ຮັບໄຊຊະນະ ການສະເໜີຊື່ເຂົ້າ ແຂ່ງຂັນເປັນປະທານາທິບໍດີ ສຳລັບ ພັກການເມືອງໃຫຍ່ຂອງສະຫະລັດ. ປະທານາທິບໍດີ ບາຣັກ ໂອບາມາ ໃນທັນທີ່ ໄດ້ຮັບຮອງເອົາທ່ານນາງ ແຕ່ ທ່ານນາງ ແມ່ນຈະປະເຊີນໜ້າ ກັບ ການເອົາຊະນະຈິດໃຈ ພວກສະໜັບ ສະໜູນ ຂອງທ່ານ Sanders ສຳລັບການເລືອກຕັ້ງ ທົ່ວປະເທດ ໃນເດືອນ ພະຈິກຈະມາເຖິງ ໂດຍສະເພາະ ແມ່ນພວກມີສິດອອກສຽງ ທີ່ເປັນຊາວໜຸ່ມ ຜູ້ທີ່ຢາກໃຫ້ທ່ານແຊນເດີສໄດ້ ຢ່າງລົ້ນເຫຼືອ.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສະຫະລັດ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ຢູ່ທີ່ການຊຸມນຸມ ໃນນະຄອນ Pittsburgh, ວັນທີ 11 ມິຖຸນາ 2016.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສະຫະລັດ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ຢູ່ທີ່ການຊຸມນຸມ ໃນນະຄອນ Pittsburgh, ວັນທີ 11 ມິຖຸນາ 2016.

ທ່ານແຊນເດີສ ໄດ້ບອກ ລາຍການ Meet the Press ຂອງ ໂທລະພາບ NBC ໃນວັນອາທິດວານນີ້ ວ່າ ການເອົາຊະນະ ຜູ້ຄາດວ່າຈະໄດ້ຖືກສະເໜີ ຊື່ ຈາກພັກຣີພັບບລີກັນ ມະຫາເສດຖີພັນລ້ານ ທ່ານ Donald Trump ສັງກັດພັກຣີພັບບລີກັນ ນັ້ນ ແມ່ນເປັນບຸລິມະສິດອັນດັບໜຶ່ງຂອງທ່ານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG