ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທາງ​ການໄທຢືນຢັນວ່າໂຄງການເຂື່ອນ ຊະນະຄາມໃນແມ່ນ້ຳຂອງຍັງບໍ່ທັນ ໄດ້ສຶກສາ ຜົນກະທົບແຕ່ຢ່າງໃດເທື່ອ


​ພາບ​ເຂື່ອນ​ໄປ​ຟ​ຟ້າ​ຊະ​ນະ​ຄາມ ທີ່​ຈະ​ສ້າງ​ຂ​ຶ້ນ​ໃນ​ເມ່​ນ້ຳ​ຂອງ ທີ່​ຢູ່​ກົງ​ກັນ​ຂ້າມ​ກັບ​ຈັງ​ຫວັດ​ເລີຍ​ຂອງ​ໄທ
​ພາບ​ເຂື່ອນ​ໄປ​ຟ​ຟ້າ​ຊະ​ນະ​ຄາມ ທີ່​ຈະ​ສ້າງ​ຂ​ຶ້ນ​ໃນ​ເມ່​ນ້ຳ​ຂອງ ທີ່​ຢູ່​ກົງ​ກັນ​ຂ້າມ​ກັບ​ຈັງ​ຫວັດ​ເລີຍ​ຂອງ​ໄທ

ຜູ້​ກວດ​ການ​ແຜ່ນ​ດິນຂອງລັດ​ຖະ​ສະ​ພາ​ໄທຢືນ​ຢັນ​ວ່າໂຄງ​ການ​ກໍ່​ສ້າງ​ເຂື່ອນ​ຊະ​ນະ​ຄາ​ມ​ຢູ່​ໃນ​ແມ່​ນ້ຳ​ຂອງ​ຍັງ​ບໍ່​ທັນ​ໄດ້​ສຶກ​ສາເພື່ອ​ປ້ອງ​ກັນຜົນ​ກະ​ທົບ​ຕໍ່​ເສັ້ນ​ເຂດ​ແດນ​ລາວ​-ໄທ ​ໃນ​ແມ່​ນ້ຳ​ຂອງ​ແຕ່​ຢ່າງ​ໃດ, ຊົງ​ຣິດ ໂພ​ນ​ເງິນ​ມີ​ລາຍ​ງານນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານຊົງ​ສັກ ສາຍ​ເຊື້ອ ຜູ້​ກວດ​ກາ​ປະ​ກາດ​ຂອງ​ປະ​ເທດ​ໄທ ໃຫ້​ການ​ຢືນ​ຢັນພາຍ​ຫລັງ​ທີ່​ໄດ້​ໄປ​ເກັບ​ກຳ​ຂໍ້​ມູນ​ພາກ​ສະ​ຫນາມ​ຢູ່ບັນ​ດາ​ກຸ່ມ​ບ້ານ​ທີ່​ຕັ້ງແຄມ​ຝັ່ງ​ແມ່​ນ້ຳ​ໂຂງໃນ​ເຂດ​ອຳ​ເພີ​ຊຽງ​ຄານ ແລະ​ອຳ​ເພີປາກ​ຊົມ ຈັງ​ຫວັດ​ເລີຍ ​ທີ່​ຢູ່​ກົງກັນ​ຂ້າມ​ກັບເມືອງຊະນ​ະ​ຄາມ, ແຂວງວຽງ​ຈັນເມື່ອບໍ່​ນານ​ມານີ້ວ່າ ບັນຫາກັງວົນໃຈທີ່ສຸດ ຖ້າ​ຫາກວ່າ ໄດ້​ມີ​ການກໍ່​ສ້າງເຂື່ອນຊະ​ນະ​ຄາມ​ໃນ​ແມ່​ນ້ຳ​ຂອງໃນລາວ ກໍ​ຄືຜົນ​ກະ​ທົບ​ຕໍ່​ເສັ້ນ​ເຂດ​ແດນໃນ​ແມ່​ນ້ຳ​ຂອງ​ລະ​ຫວ່າງລາວ​-ໄທ​ ທີ່​ເລີ້ມ​ຈາກ​ປາກ​ນ້ຳ​ເຫືອງ, ອຳ​ເພີ​ຊຽງ​ຄານເປັນ​ຕົ້ນ​ໄປນັ້ນ ເພາະ​ພາຍ​ຫລັງການກໍ່ສ້າງເຂື່ອນສຳ​ເລັດ ແລະໄດ້​ມີ​ການປ່ອຍນ້ຳໃນປະ​ລິ​ມານຫຼວງຫຼາຍລົງ​ມາ ໃນ​ເຂດລຸ່ມທີ່​ເປັນຈຸດເລີ້ມຕົ້ນຂອງເຂດແດນໃນແມ່ນ້ຳຂອງລະຫວ່າງລາວ-ໄທນັ້ນ ກໍ​ອາດ ຈະສົ່ງຜົນ​ກະ​ທົບ​ຕໍ່ແນວເສັ້ນເຂດແດນດັ່ງ​ກ່າວ​ກໍ​ເປັນໄດ້ ແລະທີ່​ສຳ​ຄັນ​ກໍ​ຄື ຍັງບ່ໍມີການ​ສຶກ​ສາເພື່ອ​ປ້ອງ​ກັນຜົນ​ກະ​ທົບດັ່ງ​ກ່າວແຕ່​ຢ່າງ​ໃດຈຶ່ງ​ຈະ​ຕ້ອງ​ເລື່ອນການກໍ່​ສ້າງເຂື່ອນ​ສາ​ນະ​ຄາມ​ອອກ​ໄປ​ກ່ອນ ດັ່ງທີ່ທ່ານຊົງສັກໃຫ້ການຢືນ​ຢັນ​ວ່າ:
“ຂໍ້ຫ່ວງ​ກັງ​ວົນຂອງພາກສ່ວນຕ່າງໆ ກໍ​ຈະ​ມີ​ຜົນ​ກະ​ທົບໃນຫຼາຍໆດ້ານ ທັງເລື້ອງ​ຄວາມ​ໝັ້ນ​ຄົງ ທັງ​ເລື້ອງ​ຂອງ​ຮ່ອງນ້ຳຈະມີການປ່ຽນແປງ ຫລືບໍ່? ເຂດແດນຈະປ່ຽນແປງຫລືບໍ່? ເກີດ​ການ​ກັດເຊາະບໍ່? ຖ້າ​ເກີດ​ການ​ກັດ​ເຊາະ ມັນ​ກໍ​ກະ​ທົບ​ກັບ​ດິນ​ແດນທີ່​ອາດ​ຈະ​ຫລຸດ​ລົງ​ ຫລື​ປ່ຽນ​ແປງໄປ ເພາະວ່າ​ຖ້າເກາະແກ້ງ ໃນແມ່ນ້ຳຂອງມັນປ່ຽນໄປມັນ​ອາດ​ຈະ​ຫຍັບ ໄປຢູ່ອີກຝັ່ງນຶ່ງຫລາຍ​ຂຶ້ນ ຫລືບໍ່? ຫລື​ຈັ່ງ​ໃດ? ກໍ​ເປັນ​ຄວາມ​ເປັນ​ຫ່ວງກັງ​ວົນລວມ​ທັງ ການ​ຂຶ້ນ-​ລົງ ຂອງກະແສນ້ຳໜີ້ ຊຶ່ງທາງຝ່າຍໄທເອງ ກໍ​ມອງວ່າເຮົາ​ຍັງ​ບໍ່​ໄດ້​ມີ​ຄຳ​ຕອບ​ທີ່​ຊັດ​ເຈນ​ວ່າ ລະດັບການຂຶ້ນ-ລົງຂອງນ້ຳນີ້ ມັນ​ຈະ​ໄປກະທົບຫຼາຍ ຫລືບໍ່”

ທັງ​ນີ້​ ລັດ​ຖະ​ບານ​ໄທ, ກຳ​ປູ​ເຈຍ, ຫວຽດ​ນາມທີ່​ເປັນ​ສະ​ມາ​ຊິກ​ໃນ​ຄະ​ນະ​ກຳ​ມາ​ທິການແມ່​ນ້ຳ​ຂອງ ຫລື MRC ຮ່ວມ​ກັນ​ກັ​ບ​ລາວນັ້ນ ຍັງ​ບໍ່​ເຫັນ​ດີ​ກັບ​ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ຊະນະ​ຄາມ​ ໃນ​ແລວ​ແມ່​ນ້ຳ​ຂອງ​ໃນ​ລາວ ເພາະ​ວ່​າ​ຍັງບໍ່​ໝັ້ນ​ໃຈ​ໃນ​ແຜນ​ການ​ປ້ອງ​ກັນ​ບັນ​ຫາ​ຜົນ​ກະທົບ​ຕໍ່​ສະ​ພາບ​ແວດ​ລ້ອມ​ທຳ​ມະ​ຊາດ ແລະ​ສັງ​ຄົມ ​ທີ່​ກຸ່ມ​ຜູ້​ລົງ​ທຶນໃນ​ໂຄງ​ການ ແລະ​ທາງ​ການ​ລາວໄດ້​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ MRC ເມື່ອ​ເດື​ອນ​ກັນ​ຍາ 2021 ນັ້ນ​ ໂດຍ​ຍັງ​ຕ້ອງ​ການ​ຂໍ້​ມູນ​ເພີ້ມ​ເຕີມ ​ກ່ຽວ​ກັບ​ແຜນ​ການ​ປ້ອງ​ກັນ​ຜົນ​ກະ​ທົບ​ດັ່ງ​ກ່າວ ຈຶ່ງ​ໄດ້​ສະ​ເໜີ​ໃຫ້​ເລື່ອນ​ການກໍ່​ສ້າງ​ເຂື່ອນ​ຊະນະ​ຄາມ​ອອກ​ໄປ​ກ່ອນ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ ໂຄງ​ການ​ເຂື່ອນ​ປາກ​ແບງ​ໃນ​ແລວ​ແມ່​ນ້ຳ​ຂອງ​ໃນ​ເຂດ​ອຸ​ດົມ​ໄຊ​ນັ້ນ ທາງ​ການ​ໄທ​ໄດ້​ສະ​ເໜີໃຫ້​ເລື່ອນ​ການກໍ່​ສ້າງ ອອກ​ໄປ​ເຊັ່ນ​ດຽວກັນ ເພາະ​ຍັງ​ບໍ່​ເຊື່ອ​ໝັ້ນ ໃນ​ມາດ​ຕະ​ການ​ປ້ອງ​ກັນ​ຜົນ​ກະ​ທົບ ຕໍ່​ສັງ​ຄົມ ແລະ​ສິ່ງ​ແວ​ດ​ລ້ອມ​ທຳ​ມະ​ຊາດ​ໃນ​ເຂດ​ຈັງ​ຫວັດ​ຊຽ​ງ​ຣາຍ​ຂອງ​ໄທ ດັ່ງ​ທີ່​ທ່ານ​ສຸລະ​ສີ ກິ​ຕິ​ມົນ​ທົນ, ເລ​ຂາ​ທິ​ການ​ສຳ​ນັກ​ງານ​ຊັບ​ພະ​ຍາ​ກອນ​ນ້ຳ​ແຫ່ງ​ຊາດ ໃນ​ຖາ​ນະ​ທີ່ເປັນ​ຜູ້​ແທນ​ຂອງ​ລັດ​ຖະ​ບານ​ໄທ​ໃນ MRC ໃຫ້​ການ​ຢືນ​ຢັນ​ວ່າ:
“ເຂື່ອນປາກແບງ ຈະຢູ່ເໜືອເຂື່ອນໄຊຍະບູລີ ແຕ່ໃກ້ຝັ່ງຈັງຫວັດຊຽງຣາຍ ຊຶ່ງນະທີ່ນີ້ ພີ່ນ້ອງປະ​ຊາ​ຊົນ​ກັງວົນວ່າ ໃນການທີ່ເຂົາສ້າງເຂື່ອນຂຶ້ນມາຫັ້ນ ຢ້ານວ່າ ຈະມີນ້ຳເທີ້ກັບຂຶ້ນມາຫັ້ນ ຈະມາຖ້ວມບ້ານເຮືອນ ນັ້ນ​ຄື​ປະ​ເດັນ​ທີ 1. ປະເດັນທີ 2 ຄື ພີ່ນ້ອງ-ປະຊາຊົນ​ເປັນຫ່ວງວ່າ ປາໜີ້ ຈະສູນພັນ ຫຼື ບໍ່? ຈະ​ມີ​ຄວາມ​ອຸ​ດົມ​ສົມ​ບູນ​ເໝືອນ​ເດີມ ຫລືບໍ່? ຕໍ່ມາ ກະໃນເລື້ອງຂອງຄວາມໝັ້ນຄົງຂອງເຂື່ອນວ່າ ຈະໝັ້ນຄົງພຽງພໍ ຫຼືບໍ່ ແລ້ວກໍຈະມາເວົ້າເລື້ອງຂອງຕະກອນ ຕະຫລິ່ງພັງ ຊຶ່ງ​ຫົວ​ໃຈຫຼັກໆ ເລີຍ​ທີ່​ກະ​ທົບ ຕົງ​ທີ່​ສຸດ ກໍ​ຄື ລື້ອງນ້ຳເທີ້​ກັບ​ຂຶ້ນ​ມາແລ້ວກໍຈະ​ມາ​ຖ້ວມ​ບ້ານ​ເຮືອນ.”

ທາງ​ດ້ານ​ເຄື່ອ​ຂ່າຍ​ປະ​ຊາ​ຊົນ​ໄທ 8 ​ຈັງຫ​ວັດ ​ໃນເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ກໍ​ໄດ້​ເລີ້ມ​ເຄື່ອນ​ໄຫວໃຫ້​ມີ​ການ​ສ້າງ​ຕັ້ງ​ອົງ​ການ​ມະ​ຫາ​ຊົນ​ຂອງພາກ​ປະ​ຊາ​ຊົນ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ຂຶ້ນ​ມາ ​ເພື່ອ​ພັດ​ທະ​ນາຄວາ​ມ​ຮ່ວມ​ມື​ໃນ​ການ​ນຳ​ໃຊ້​ປະ​ໂຫຍດ ຈາກ​ແມ່​ນ້ຳ​ຂອງຢ່າງ​ຍືນ​ຍົງ​ ໃນ​ການ​ປະ​ຕິ​ບັດ​ໂຕ​ຈິງ​ໃຫ້​ໄດ້​ໄວ​ທີ່​ສຸດ ເພາະ​ການ​ໃຊ້​ປະ​ໂຫຍ​ດຈາກ​ແມ່​ນ້ຳ​ຂອງ​ໃນ​ໄລຍະທີ່​ຜ່າ​ນ​ມາ ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ນອກ​ຈາກບໍ່​ມີ​ສ່ວນ​ຮ່ວມຂອງ​ພາກ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ​ແລ້ວ ກໍ​ຍັງ​ປາ​ກົດ​ວ່າ ໂຄງ​ການພັດ​ທະ​ນາ​ຕ່າງໆ ໃນ​ແມ່​ນ້ຳ​ຂອງ​ ໂດຍ​ສະ​ເພາະ​ແມ່ນ​ໂຄງ​ການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ ໄດ້​ສົ່ງ​ຜົນ​ກະ​ທົບຕໍ່​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ ແລະ​ຊີ​ວິດ​ຂອງປະ​ຊາ​ຊົນ ໃນເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ຫລາຍກວ່າ 60 ລ້ານ​ຄົນຮຸ​ນ​ແຮງຂຶ້ນ​ນັບ​ມື້ ຊຶ່ງ​ກໍ​ເປັນ​ຜົນມາຈາ​ກ​ການກໍ່​ສ້າງ​ເຂື່ອນ​ເທິງ​ແລວ​ແມ່​ນ້ຳ​ຂອງໃນ​ຈີນ ​ຈຳ​ນວນ 11 ແຫ່ງ ກັບ 2 ແຫ່ງ​ໃນ​ລາວທັງ​ຍັງຈະ​ກໍ່​ສ້າງ​ເພີ້ມ​ຂຶ້ນ​ອີກເຖິງ 7 ໂຄງ​ການ​ໃນ​ລາວ ​ກັບ 2 ໂຄງ​ການ​ໃນເຂດ​ແມ່​ນ້ຳ​ຂອງ​ໃນ​ກຳປູ​ເຈຍອີກ​ດ້ວຍ.

XS
SM
MD
LG