ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກທີ່ເລືອກຕັ້ງໃໝ່ ຂອງເກາະຊາມົວ ຖືກກັນບໍ່ໃຫ້ເຂົ້າໄປໃນສະພາ ແລະບໍ່ສາມາດເຂົ້າດໍາລົງຕໍາແໜ່ງໄດ້


ນາຍົກ Tuilaepa Sailele Malielegaoi ຂອງຊາມົວກ່າວຄໍາປາໄສໃນກອງປະຊຸມສະມັດຊາໃຫຍ່ຄັ້ງທີ 74 ຂອງອົງການສະຫະປະຊາຊາດທີ່ຈັດຂຶ້ນໃນສໍານັກງານໃຫຍ່ຂອງອົງການດັ່ງກ່າວ ໃນວັນທີ 27 ກັນຍາ, 2019. (ພາບໂດຍ AP Photo/Kevin Hagen)
ນາຍົກ Tuilaepa Sailele Malielegaoi ຂອງຊາມົວກ່າວຄໍາປາໄສໃນກອງປະຊຸມສະມັດຊາໃຫຍ່ຄັ້ງທີ 74 ຂອງອົງການສະຫະປະຊາຊາດທີ່ຈັດຂຶ້ນໃນສໍານັກງານໃຫຍ່ຂອງອົງການດັ່ງກ່າວ ໃນວັນທີ 27 ກັນຍາ, 2019. (ພາບໂດຍ AP Photo/Kevin Hagen)

ປະເທດເກາະຊາມົວ (Samoa) ທີ່ເປັນປະເທດນ້ອຍໆ ໃນມະຫາສະໝຸດປາຊິຟິກ ໄດ້ກ້າວເຂົ້າສູ່ວິກິດການດ້ານລັດຖະທຳມະນູນໃນວັນຈັນມື້ນີ້ ຫລັງຈາກນາຍົກລັດຖະມົນຕີຕຸຍແລບປາ ຊາຍເລເລ ມາລາຍເລກວຍ (Tuilaepa Sailele Malielegaoi) ປະຕິເສດບໍ່ຍອມອອກຈາກຕຳແໜ່ງ ເຖິງແມ່ນວ່າພັກຂອງທ່ານ ຈະເສຍໄຊໃນການເລືອກຕັ້ງສະມາຊິກສະພາໃນເດືອນແລ້ວນີ້ກໍຕາມ.

ພັກຂອງນາຍົກລັດຖະມົນຕີ ຕຸຍແລບປາ (Tuilaepa) ໄດ້ເສຍໄຊ ໂດຍໄດ້ຮັບຄະແນນສຽງແບບສູສີກັນກັບພັກຝ່າຍຄ້ານທີ່ນຳພາໂດຍທ່ານນາງ ຟຽມ ນາວມີ ມາຕາ' ອາຟາ (Fiame Naomi Mata'afa). ທ່ານນາງຟຽມ (Fiame) ໄດ້ໄປປາກົດໂຕ ຢູ່ສະພາແຫ່ງຊາດໃນວັນຈັນມື້ນີ້ ເພື່ອຈັດຕັ້ງລັດຖະບານໃໝ່ຂຶ້ນ, ແຕ່ທ່ານນາງ ແລະຜູ້ສະໜັບສະໜູນທ່ານນາງໄດ້ ຖືກກັນໄວ້ ບໍ່ໃຫ້ເຂົ້າໄປໃນອາຄານນັ້ນ.

ສານສູງສຸດໃນທ້າຍອາທິດຜ່ານມານີ້ ໄດ້ສັ່ງໃຫ້ລັດຖະສະພາເປີດກອງປະຊຸມໃນວັນຈັນມື້ນີ້ ເພື່ອໃຫ້ທ່ານນາງຟຽມ (Fiame) ສາມາດເຂົ້າໄປນັ່ງໃນສະພາໄດ້, ແຕ່ປະມຸກຂອງປະເທດ ຕຸຍມາແລລີຟາໂນ ວະອາເລຕົວ ຊູອາລາວວີ II (Tuimalealiifano Va'aletoa Sualauvi II) ໄດ້ຍົກເລີກ ກອງປະຊຸມດັ່ງ ກ່າວ.

ທ່ານຕຸຍແລບປາ (Tuilaepa) ກ່າວຕໍ່ນັກຂ່າວໃນວັນຈັນມື້ນີ້ວ່າ "ພວກເຮົາຍັງຢູ່ໃນບົດບາດນີ້ຢູ່ ແລະດຳເນີນວຽກງານຕາມປົກກະຕິ."

ຖ້າທ່ານນາງຟຽມ (Fiame) ໄດ້ຂຶ້ນກຳອຳນາດ, ທ່ານນາງຈະເປັນນາຍົກລັດ ຖະມົນຕີຍິງຄົນທຳອິດຂອງຊາມົວ ແລະຈະເຮັດໃຫ້ການກຳອຳນາດຂອງທ່ານຕຸຍແລບປາທີ່ມີມາໄດ້ 22 ປີນັ້ນສິ້ນສຸດລົງ. ທ່ານນາງໄດ້ໃຫ້ຄຳໝັ້ນສັນຍາວ່າຈະຍົກເລີກການພັດທະນາທ່າເຮືອທີ່ມີມູນຄ່າ 100 ລ້ານໂດລາທີ່ສະໜັບສະໜູນ ໂດຍຈີນນັ້ນ, ໂດຍເອີ້ນມັນວ່າເປັນການໃຊ້ຈ່າຍຫຼາຍເກີນໄປ ສຳລັບປະເທດນຶ່ງທີ່ເປັນໜີ້ປັກກິ່ງຢ່າງໜັກໜ່ວງຢູ່ແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG