ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ນັກຮຽນມັດທະຍົມຕົ້ນ ຈາກເມືອງແວນຄູເວີ ເດີນ​ທາງມາທັດສະນະສຶກສາ ຢູ່ນະຄອນຫຼວງວໍຊິງຕັນ


ພວກນັກຮຽນກຳລັງຢືນໄວ້ອາໄລ ຢູ່ຂຸມຝັງສົບ ປະທານາທິບໍດີ John F. Kennedy ປະທານາທິບໍດີ ຄົນທີ 35 ຂອງສະຫະລັດ ທີ່ຖືກລອບສັງຫານໃນປີ 1963.
ພວກນັກຮຽນກຳລັງຢືນໄວ້ອາໄລ ຢູ່ຂຸມຝັງສົບ ປະທານາທິບໍດີ John F. Kennedy ປະທານາທິບໍດີ ຄົນທີ 35 ຂອງສະຫະລັດ ທີ່ຖືກລອບສັງຫານໃນປີ 1963.

ທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ຂອງວີ​ໂອ​ເອ ປະ​ຈຳແລງ​ວັນ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ຟັງ​ການໂອ້​ລົມ​ກັບຄູອາຈານ ນັກ ຮຽນ ແລະພໍ່ແມ່ ຈາກໂຮງຮຽນມັດທະຍົມ St Joseph Catholic Schoolຢູ່ເມືອງແວນຄູເວີ ລັດວໍຊິງຕັນ ທີ່ນຳພາພວກນັກຮຽນ ມາທັດສະນະສຶກສາ ສຸສານແຫ່ງຊາດ ອະນຸສາວະລີ ຫໍພິພິດຕະພັນ ແລະສະຖານທີ່ສຳຄັນຕ່າງໆໃນນະຄອນຫລວງວໍຊິງຕັນ. ໂຄງການສຶກສາດັ່ງກ່າວນີ້ມີຫຍັງແດ່ນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ.

ທຸກໆປີ ເລີ້ມແຕ່ລະດູບານໃໝ່ ຈົນຮອດຕົ້ນລະດູຮ້ອນ ນະຄອນຫລວງ ວໍຊິງຕັນ ຈະສັງເກດເຫັນພວກນັໍກຮຽນມັດທະຍົມ ພາກັນເດີນທາງເປັນກຸ່ມມາຈາກທົ່ວປະເທດໂດຍທາງເຮືອບິນແລະລົດບັສ ເພື່ອມາທັດສະນະສຶກສາ ປະ ຫວັດສາດ ວັດຖຸ​ໂບຮານ ຫໍພິພິດຕະພັນ ທຳນຽບຂາວ ສຸສານແຫ່ງຊາດ ແລະສະຖານທີ່ສຳຄັນຕ່າງໆ. ຮ່ວມຢູ່ໃນການເດີນທາງປີນີ້ ມີນາງແຊຣາ ກອງມະນີເພັດ ອາຍຸ 14 ​ປີເກີດຢູ່ໃນສະຫະລັດ ພ້ອມດ້ວຍໝູ່ນັກຮຽນຍິງແລະຊາຍອີກ 28 ຄົນ ຕິດຕາມດ້ວຍບັນດາຄູອາຈານ ຊຶ່ງເຂົາເຈົ້າໃຊ້ເວລາ ມາສຶກສາທ່ອງທ່ຽວເປັນເວລາສີ່ວັນ ຊຶ່ງ ດຣ. ຈີມ ບາເບຣີ ຄູສອນ ແລະຫົວໜ້ານຳພາ ກ່າວສູ່ ວີໂອເອ ຟັງເຖິງຈຸດປະສົງດັ່ງນີ້:

ພວກນັກຮຽນພາກັນເຕົ້າໂຮມອ່ານກ່ຽວກັບບ້ານພັກຂອງ ນາຍພົນ ໂຣເບີດ ອີ ລີ ຕັ້ງຢູ່ເທິງໂນນສູງ ສ້າງຢູ່ໃນສະໄໝສົງຄາມກາງເມືອງ ປີ 1861.
ພວກນັກຮຽນພາກັນເຕົ້າໂຮມອ່ານກ່ຽວກັບບ້ານພັກຂອງ ນາຍພົນ ໂຣເບີດ ອີ ລີ ຕັ້ງຢູ່ເທິງໂນນສູງ ສ້າງຢູ່ໃນສະໄໝສົງຄາມກາງເມືອງ ປີ 1861.

“ຂ້າພະເຈົ້າ ດຣ. ຈີມ ບາເບຣີ ຄູສອນຢູ່ໂຮງຮຽນຄາໂຕລິກ Saint Joseph Catholic School. ນີ້ແມ່ນປີທີ 13 ທີ່ພວກເຮົາໄດ້ປະຕິບັດກັນມາ ພວກເຮົາບໍ່ໄດ້ມາສອງສາມປີແລ້ວ ຍ້ອນການລະບາດໂຄວິດ-19. ການເດີນທາງມາແຕ່ລະເທື່ອ ຕ້ອງໄດ້ວາງແຜນໄວ້ກ່ອນລ່ວງໜ້ານຶ່ງປີ ສຳລັບພວກນັກຮຽນມັດທະ ຍົມຕົ້ນເທົ່ານັ້ນ ທີ່ມີຫລັກສູດການຮຽນປະຫວັດສາດສະຫະລັດ. ມື້ນີິ້ພວກເຮົາຈະພາກັນຢ້ຽມຢາມສະຖານທີ່ສຳຄັນຕ່າງໆ ເຊັ່ນອະ​ນຸ​ສອນ​ສະ​ຖານ ອະນຸສາ- ວະລີຕ່າງໆ ເມົາເວີນັນ ບ້ານປະທານາທິບໍດີສະຫະລັດຄົນທຳອິດ ທ່ານຈອຣ໌ຈ ວໍຊິງຕັນ ຕິດຕາມດ້ວຍ ຫໍພິພິດທະພັນທີ່ສຳຄັນຕ່າງໆ ອະນຸສາວະລີ ເອບຣາແຮມ ລິນຄອນ ອະນຸສາວະລີສົງຄາມເກົາຫລີ ສົງຄາມໂລກຄັ້ງທີສອງ ຫໍພິພິດ ທະພັນໂຮໂລຄອດ ບ່ອນໄວ້ອາໄລຊາວຢີວ ທີ່ຖືກສັງຫານໃນສົງຄາມໂລກຄັ້ງທີສອງ ນອກນັ້ນກໍມີສະຖານທີ່ຕ່າງໆອີກ ພວກເຮົາຈະໃຊ້ເວລາ ຢູ່ນະຄອນຫຼວງ ວໍຊິງຕັນເປັນເວລາຫ້າມື້ ສີ່ຄຶືນ ແລ້ວກໍກັບຈະຄືນບ້ານ.”

ບັນດານັກຮຽນຍິງ ແລະຊາຍຈາກມັດທະຍົມ Saint Joseph Catholic School ອາຍຸ 14 ປີ ຮຽນຢູ່ຊັ້ນແປດ ເປັນເທື່ອທຳອິດທີ່ເຂົາເຈົ້າໄດ້ເດີນທາງຈາກເມືອງແວນຄູເວີ ລັດວໍຊິງຕັນ ຕັ້ງຢູ່ພາກຕາເວັນຕົກ ສຽງເໜືອສຸດ ຂອງສະຫະລັດ ຕິດກັບຊາຍແດນປະເທດການາດາ. ເຂົາເຈົ້າໄດ້ໃຊ້ເວລາເດີິນທາງຫົກຊົ່ວໂມງຂ້າມປະເທດໂດຍທາງເຮືອບິນ ມານະຄອນຫລວງວໍຊິງຕັນ. ນາງແຊຣາ ກອງມະນີເພັດ ນັກຮຽນອາເມຣິກັນເຊື້ອສາຍລາວຄົນດຽວໃນໝູ່ຄະນະ ໄດ້ສະແດງຄວາມຕື່ນເຕັ້ນສູ່ ວີໂອເອ ຟັງດັ່ງນີ້:

ນາງແຊຣາ (ຊ້າຍ) ແລະນາງລີໂອນາ (ຂວາ)
ນາງແຊຣາ (ຊ້າຍ) ແລະນາງລີໂອນາ (ຂວາ)

“ຂະນ້ອຍຊື່ແຊຣາ ກອງມະນີເພັດ ຂະນ້ອຍດີໃຈ ແລະຕື່ນທີ່ໄດ້ເດີນທາງມາຢ້ຽມຢາມນະຄອນຫລວງ ວໍຊິງຕັນ ເປັນເທືື່ອທຳອິດ ແລະພວກຂະນ້ອຍຈະ ຢ້ຽມຢາມຫໍພິພິດທະພັນຕ່າງໆ. ຂະນ້ອຍຍັງບໍ່ແນ່ໃຈວ່າຢາກຮຽນວິຊາຊີບຝ່າຍໃດໃນອະນາຄົດ ແລະກຳລັງພິຈາລະນາຢູ່.”

ທ່ານກອງມະນີເພັດ ພໍ່ຂອງນາງແຊຣາ ໄດ້ຊ່ວຍຕອບຄຳຖາມໃຫ້ແກ່ລູກສາວນາງແຊຣາດັ່ງນີ້:

ລິງໂດຍກົງ

ນັກຮຽນອາເມຣິກັນເຊື້ອສາຍຈີນອີກຄົນນຶ່ງຄືນາງ ລີໂອນາ ອາຍຸ 14 ປີ ເພື່ອນໃກ້ຊິດກັບນາງແຊຣາ ໄດ້ກ່າວຕໍ່ ວີໂອເອ ວ່າ:

ປັດຈຸບັນນີ້ມີທະຫານນັກລົບເກົ່າ ປະມານ 400,000 ຄົນ ທີໄດ້ນຳມາຝັງໄວ້ຢູ່ ສູສານແຫ່ງຊາດ ຫລື Arlington National Cemetary.
ປັດຈຸບັນນີ້ມີທະຫານນັກລົບເກົ່າ ປະມານ 400,000 ຄົນ ທີໄດ້ນຳມາຝັງໄວ້ຢູ່ ສູສານແຫ່ງຊາດ ຫລື Arlington National Cemetary.

“ຂະນ້ອຍແມ່ນອາເມຣິກັນເຊື້ອສາຍຈີນ ມາຢ້ຽມນະຄອນຫລວງວໍຊິງຕັນເປັນເທື່ອທຳອິດ ແລະຕື່ນເຕັ້ນຫຼາຍ ເວລາຂະນ້ອຍໃຫຍ່ຂຶ້ນ ຂະນ້ອຍຢາກເປັນໝໍຝ່າຍໃສ່ຢາສະຫລົບ ຫລື Anesthesia ຂະນ້ອຍກຳລັງຮຽນຢູ່ຫ້ອງແປດ ຈາກໂຮງຮຽນມັດທະບົມ St Joseph Catholic School ຢູ່ Vancouver ລັດ Washington ຂະນ້ອຍໃຊ້ເວລາຂີ່ເຮືອບິນຫົກຊົ່ວໂມງຈຶ່ງມາເຖິງນະຄອນ ຫລວງວໍຊິງຕັນ.”

ຊາວອາເມຣິກັນຫລາຍໆຄົນເກີດໃຫຍ່ຢູ່ໃນສະຫະລັດ ແຕ່ບໍ່ເຄີຍໄດ້ເດີນທາງມາຢ້ຽມຢາມນະຄອນຫລວງວໍຊິງຕັນ ນອກຈາກເບິ່ງທາງໂທລະພາບ. ແຕ່ສຳລັບ ພວກນັກຮຽນເດີນທາງມາທັດສະນະສຶກສາ ແມ່ນໂຊກດີຫລາຍ ໃນຊີວິດຂອງເຂົາເຈົ້າເພື່ອເປີດຫູເປີດຕາ ໃຫ້ມີປະສົບການດ້ວຍຕົນເອງ. ໂຄງການດັ່ງກ່າວ ນີ້ ຂຶ້ນຢູ່ກັບຫລັກສູດການຮຽນ ແລະການນຳພາຂອງແຕ່ລະໂຮງຮຽນ. ນອກ ຈາກນັ້ນແລ້ວ ຄອບຄົວຕ້ອງພ້ອມພຽງທາງດ້ານການໃຊ້ຈ່າຍທຸກຢ່າງ.

XS
SM
MD
LG