ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຳລັງ ຕໍ່ຕ້ານ ພວກກໍ່ການຮ້າຍ ໃນເຂດ Sahel ຍັງຂາດເງິນທຶນ


ເຮືອບິນເຮລິຄອບເຕີ Tigre ຂອງຝຣັ່ງ ປະຕິບັດງານ ຢູ່ໃນເຂດ ພາກກາງປະເທດ Mali.
ເຮືອບິນເຮລິຄອບເຕີ Tigre ຂອງຝຣັ່ງ ປະຕິບັດງານ ຢູ່ໃນເຂດ ພາກກາງປະເທດ Mali.

ລັດຖະມົນ​ຕີ​ຕ່າງປະ​ເທດ Burkina Faso ກ່າວ​ວ່າ ກຳລັງ​ຕໍ່ຕ້ານພວກກໍ່ການຮ້າຍໃນ
ເຂດ Sahel ຂອງອາຟຣິກາ ຕ້ອງ​ການ​ທຶນ​ຢ່າງ​ຫລວງຫລາຍ​ໃນ​ການ​ປະຕິບັດ​ງານ.

ກຳລັງ G5 ໃນເຂດ Sahel ​ຈັດ​ຕັ້ງຂຶ້ນມາ ​ເພື່​ອຊ່ວຍປະເທດ Burkina Faso, Mali,
Niger, Mauritania ​ແລະ Chad ປ້ອງກັນກຸ່ມຫົວ​ຮຸນ​ແຮງ​ອິສລາມ ທີ່​ປະ​ຕິ​ບັດ​ງານ
​ຢູ່ໃນຂົງ​ເຂດ ​ເຊັນ​ວ່າ ກຸ່ມ al-Qaida ຢູ່​ໃນລັດ​ອິສລາມ Maghreb ​ແລະ ກຸ່ມ Boko
Haram. ການຕັ້ງກຳລັງດັ່ງກ່າວ ທີ່​ໄດ້ຮັບ​ອະນຸ​ຍາດ ​ໂດ​ຍມະ​ຕິ ​2509 ຂອງອົງການ ສະຫະປະຊາ​ຊາດ ທີ່​ໄດ້​ເຫັນພ້ອມ​ໂດຍ​ຝຣັ່ງ ​ແລະ​ສະຫະລັດ ຫລັງ​ຈາກ​ການ​ເຈລະ
ຈາທີ່​ຂຸ້ນຂ້ຽວ. ທ່ານ Alpha Barry ກ່າວ​ຕໍ່ ວີ​ໂອ​ເອ ​ພະ​ແນ​ກພາສາຝຣັ່ງໄປອາ​ຟຣິ
ກາ​ວ່າ ກຳລັງ G5 ໃນເຂດ Sahel ​ໄດ້​ຮັບແຕ່​ພຽງນຶ່ງ​ສ່ວນ​ສີ່​ຂອງ​ເງິນທີ່ຕ້ອງການທັງ
ໝົດຊຶ່ງຄາດວ່າ ປະມານ 423 ລ້ານ​ຢູ​ໂຣ ຫຼື 500 ລ້າ​ນ​ໂດ​ລາສະຫະລັດ ສຳລັບ​ການ​
ປະຕິ​ບັດ​ງານປະຈຳປີ.

ທ່ານ Barry ​ໄດ້​ກ່າວຕໍ່ວີ​ໂອ​ເອ ພະ​ແນ​ກພາສາ​ຝຣັ່ງໄປອາ​ຟຣິກາ ໃນ​ວັນ​ພະຫັດຜ່ານ
ມານີ້ວ່າ “​ເທົ່າ​ເຖິງປັດຈຸບັນ ​ພວກ​ເຮົາໄດ້ຮັບເງິນທັງໝົດ 108 ລ້ານ​ຢູ​ໂຣ. ສະຫະພາບ
ຢູໂຣບໄດ້ບໍລິຈາກ 50 ລ້ານຢູໂຣ ຝຣັ່ງ 8 ລ້ານຢູໂຣ ແລະຈາກ Mali, Burkina Faso,
Niger, Mauritania ແລະ Chad ປະເທດລະ 10 ລ້ານຢູໂຣ. ຈຳນວນທີ່ຍັງຂາດແມ່ນ
ສຳຄັນຫຼາຍໃນປັດຈຸບັນນີ້.

ທ່ານ Barry ກ່າວວ່າ 60 ລ້ານໂດລາ ໄດ້ໃຫ້ຄຳໝັ້ນສັນຍາໂດຍ ສະຫະລັດ ໃນການ
ຊ່ວຍເຫລືອກອງທັບຢູ່ໃນຂົງເຂດ ບໍ່ແມ່ນກຳລັງ G5.

ບັນດາຜູ້ນຳຂອງຂົງເຂດແມ່ນກາງຕໍ່ກອງປະຊຸມທີ່ນະຄອນ Brussels ວັນທີ 14 ທັນ
ວາຈະມາເຖິງນີ້ ເພື່ອຊັກຊວນຜູ້ບໍລິຈາກ ໂດຍສະເພາະບັນດາປະເທດຈາກເຂດອ່າວ
ເປີເຊຍ ເພື່ອໃຫ້ຄວາມໝັ້ນໝາຍທາງດ້ານການເງິນ ແກ່ G5 ໃນເຂດ Sahel.

ທ່ານ Barry ກ່າວວ່າ "ນີ້ແມ່ນບາດກ້າວທີ່ສຳຄັນ ໄປສູ່ການປິດງົບປະມານຂອງພວກ
ເຮົາ. ພວກເຮົາຂໍຮຽກຮ້ອງໃຫ້ມີການລະດົມຢ່າງແຮງ ໂດຍສະເພາະ ຈາກສະຫະລັດ.
ຖ້າຫາກການກໍ່ການຮ້າຍ ບໍ່ສາມາດເອົາຊະນະຢູ່ໃນປະເທດຂອງພວກເຮົາແລ້ວ ມັນ ຈະເປັນໄພຂົ່ມຂູ່ຕໍ່ໂລກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG