ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງ​ການ Safe Passage ສະໜອງທະນາຍ ໃຫ້​ພວກ​ເດັກ​ນ້ອຍ ທີ່​ເຂົ້າ​ມາ ໃນ ສ​ຫລ ແບບ​ຜິດ​ກົດ​ໝາຍ (ວີດີໂອ)


'Safe Passage' Brings Legal Aid to Children Facing Deportation
please wait

No media source currently available

0:00 0:02:38 0:00

ເຍົາວະຊົນເຫຼົ່ານີ້ ແມ່ນໄດ້ຮັບຄວາມຊ່ອຍເຫຼືອ ຈາກໂຄງການ "ທາງຜ່ານທີ່ປອດໄພ" ຫຼື Safe Passage.

ພວກເດັກນ້ອຍທີ່ບໍ່ມີເອກະສານ ຫຼືບໍ່ໄດ້ຂຶ້ນທະບຽນ ໃນຈຳນວນ
ເພີ້ມຂຶ້ນເລື້ອຍໆ ກຳລັງ​ປະ​ເຊີນ​ໜ້າ​ ກັບ​ການ​ດຳ​ເນີນ​ຄະ​ດີ ຢູ່
ຕາມສານຕ່າງໆ​ ຂອງ​ອົງການກວດ​ຄົນ​ເຂົ້າ​ເມືອງສະຫະລັດ ເພື່ອ
ການເນລະ​ເທດ ພວກກ່ຽວກັບ​ຄືນ​ປະ​ເທດ. ບາງ​ສ່ວນ​ຂອງ​ເດັກ​
ເຫຼົ່ານີ້ແມ່ນມາ​ຈາກ​ທະວີບອາ​ເມ​ຣິກາ​ກາງ ໄດ້​ຖືກ​ເຈົ້າໜ້າ​ທີ່ຈັບ​
ຕົວໄວ້ຢູ່​ຕາມເຂດແດນລະ ຫວ່າງສະຫະລັດກັບເມັກ​ຊິ​ໂກ. ສ່ວນ
ເດັກນ້ອຍ​ອື່ນໆນັ້ນ ແມ່ນມາ​ຈາກ ຢູ​ໂຣບ ຫຼືອາ​ຟຣິກາ ​ຊຶ່ງໄດ້​ເຂົ້າ
ມາ​ໃນສະຫະລັດ ໃນ​ນາມ​ນັກ​ທ່ອງ​ທ່ຽວ ​ແຕ່​ພວກ​ເຂົາ​ໄດ້​ຢູ່​ເກີນ​
ກຳນົດຂອງ​ວີ​ຊານັ້ນ. ມີ​ໂຄງການຊ່ວຍເຫຼືອທາງ​ກົດໝາຍອັນ​ໜຶ່ງ​
ໃນ​ລັດ New York ​ທີ່ໄດ້​ຈັດ​ຫາທະນາຍຄວາມ ມາຕໍ່ສູ້ຄະດີໃຫ້​
ແກ່ພວກເຍົາວະ​ຊົນ​ເຫຼົ່ານີ້ ຢູ່ຕາມ​ສານ​ອົງການກວດຄົນ​ເຂົ້າ
​ເມືອງຕ່າງໆ ​ເພາະ​ເຍົາວະ​ຊົນ​ສ່ວນຫລາຍທີ່ກຳລັງປະ​ເຊີນໜ້າ​
ກັບການ​ເນລະເທດ ​ແມ່ນບໍ່​ໄດ້​ຮັບ ​ການ​ປຶກສາທາງ​ດ້ານ​ກົດ
ໝາຍ​ເລີຍ. ຜູ້​ສື່​ຂ່າວ​ຂອງ​ວີ​ໂອ​ເອ Carolyn Weaver ມີ​ລາຍ​ງານ ຊຶ່ງ ​ໄຊ​ຈະ​ເຣີນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ.

ເຍົາວະ​ຊົນ​ເຫຼົ່ານີ້ ໄດ້ພາກັນສະ​ເຫຼີມສະຫຼອງ​ ໃນ​ງານຫາ​ລາຍ​ໄດ້​ທີ່ເອີ້ນວ່າ ທາງ​ຜ່ານ​ທີ່​ປອດ​ໄພຫຼື Safe Passage ຊຶ່ງ​ເປັນ​ໂຄງການ ທີ່ຈັດ​ຫາ​ບັນດາທະນາຍຄວາມອາສາ​ສະໝັກ ໃຫ້​ແກ່ພວກເຍົາວະ​ຊົນ​ຢູ່ ຕາມສານ​ຂອງອົງການກວດຄົນ​ເຂົ້າ​ເມືອງແຫ່ງຕ່າງ​ໆ.

ທ່ານນາງ Lenni Benson ​ແມ່ນ​ຜູ້​ສ້າງຕັ້ງ​ໂຄງການ​ດັ່ງກ່າວນີ້ຂຶ້ນມາ.

ທ່ານນາງ Lenni Benson ​ເວົ້າວ່າ: “​ໃນເດືອນ​ແລ້ວນີ້ ​ໄດ້​ມີເດັກນ້ອຍໄວ 3 ປີ
ຄົນນຶ່ງ ນັ່ງ​ຢູ່​ຕັ່ງ ສະ​ເພາະ​ຄະ​ດີການ​ເນລະ​ເທດ ໃນ​ສານ​ແຫ່ງ​ໜຶ່ງ. ມີ​ໄອຍາ​ການ​
ຂອງ​ລັດຖະບານ ມີ​ປະທານ​ຜູ້​ພິພາກສາ ​ແລະ ມີ​ເດັກ​ນ້ອຍ​ທີ່ນັ່ງ​ກັບ​ນາຍ​ແປ​ພາສາ
​ແລະ​ໃນ​ກໍລະນີ​ນີ້ ​ແມ່ນ​ແມ່​ເຖົ້າຂອງ​ເດັກ​ຄົນ​ນັ້ນ​ເອງ. ​ຖ້າ​ຫາກ​ວ່າ ​ໂຄງການ Safe
Passage ບໍ່​ມີຢູ່ໃນ​ສະຖານທີ່ດັ່ງກ່າວ ກໍບໍ່​ມີ​ໃຜ​ເລີຍ​ທີ່​ຈະ​ເປັນ​ຕົວ​ແທນມາ​ປົກ​ປ້ອງ​
ເດັກ​ນ້ອຍ​ອາຍຸພຽງ ​3 ປີ ຫຼືຊ່ອຍ​ເຫຼືອ​ແມ່​ເຖົ້າຄົນ ນັ້ນ​ ໃນ​ການດຳເນີນການຕ່າງໆ
ໄປຕາມ​ລະບົບສານ.”


ທ່ານນາງ Benson ​ເປັນ​ສາດສະດາຈານ ຢູ່ທີ່ ​ສະ​ຖາ​ບັນ​ກົດໝາຍ​ນະຄອນ New York ​
ໃຊ້​ເວລາ​ຢ່າງ​ນ້ອຍໜຶ່ງ​ມື້​ຕໍ່ເດືອນ ​ຢູ່​ທີ່ສານອົງ ການກວດ​ຄົນ​ເຂົ້າ​ເມືອງ ​ແລະສ່ວນຫຼາຍ​
ແລ້ວ​ ແມ່ນຢູ່ຫຼາຍມື້ກວ່າ​ນັ້ນ ​ເພື່ອ​ຈັດ​ສັນບັນດາທະ​ນາຍ​ຄວາມ​ອາສາ​ສະໝັກ​ໃຫ້ກັບ​ພວກເດັກນ້ອຍທີ່ ເຂົ້າເມືອງຜິດກົດໝາຍເຫຼົ່ານີ້.

ທ່ານນາງ Benson ​ເວົ້າວ່າ: “​ເຍົາວະ​ຊົນ​ທີ່​ພວກ​ເຮົາ​ຊ່ອຍ​ເຫຼືອນັ້ນ​ ຕ່າງກໍມີ​ເຫດຜົນ
ທີ່​ບໍ່​ຢາກ​ກັບ​ຄືນ​ ບ້ານເກີດຂອງ​ຕົນ ບໍ່ແມ່ນ​ສະເພາະແຕ່​ຄວາມທຸກ​ຍາກທໍ່ນັ້ນ ​
ແຕ່​ຍ້ອນ ໄພອັນຕະລາຍ​ອັນ​ແທ້​ຈິງ​ ຢູ່​ໃນ​ປະຊາຄົມຂອງ​ພວກ​ເຂົາ.”


ທ່ານ​ນາງ Benson ກ່າວ​ວ່າ ​ໃນ​ຂະນະ​ທີ່ກົດໝາຍ​ຄົນ​ເຂົ້າ​ເມືອງຂອງ ສະຫະລັດ ​ໄດ້
ໃຫ້ການປົກປ້ອງຄຸ້ມຄອງເປັນພິ​ເສດທາງດ້ານກົດໝາຍ ຕໍ່​ພວກເດັກນ້ອຍ ແຕ່ມັນ​ບໍ່​
ໄດ້ສະໜອງ ບັນດາທະນາຍ​ຄວາມ ​ໃຫ້​ແກ່ ພວກເຂົາ ເພື່ອຊ່ວຍຕໍ່ສູ້ເອົາສິດທິເຫຼົ່ານັ້ນ.
ນາງ Isik Basirir ໄດ້ມາຮອດ​ອາ​ເມຣິກາຈາກປະ​ເທດ​ເທີ​ກີ ຕອນ​ມີອາຍຸ​ໄດ້ 15 ປີ ແລະ​
ໄດ້​ພົບ​ກັບໂຄງການ Safe Passage ພາຍຫຼັງຈາກ​ການ​ຊອກ​ຫາ​ທີ່​ສັບສົນ.

ນາ​ງ Isik Basirir ​ເປັນ​ນັກ​ສຶກສາ​ວິທະຍາ​ໄລ ​ເວົ້າວ່າ: “​ເອື້ອຍ​ຂອງ​ຂ້ອຍ​ໄດ້​ຮັບ ບັດ​
ຂຽວ ຊຶ່ງຂ້ອຍ​ເດົາວ່າ​ປະມານ 2 ປີກວ່າ ຫຼັງຈາກ ຂ້ອຍມາ​ຮອດ​ນີ້ ​ແຕ່​ລາວ​ຍັງ​ບໍ່​
ທັນ​ໄດ້​ສັນຊາດເທື່ອ ໃນ​ເວລາ​ນັ້ນ ​ສະນັ້ນ ລາວ​ບໍ່​ສາມາດ​ປະກັນ​ເອົາ​ຂ້ອຍ​ໄດ້.
ພວກ​ເຮົາ​ໄດ້​ໄປ​ຫາ​ທະນາຍຄວາມ​ເອກະຊົນຫຼາຍຄົນ​ແລ້ວ​ ເພື່ອ​ສອບຖາມ​ວ່າ​
ພວກ​ເຮົາ​ຄວນ​ເຮັດ​ສິ່ງ​ໃດ​ໄດ້​ແດ່. ​ແຕ່​ພວກ​ເຂົາ​ໄດ້​ຕອບສະ​ເໝີ​ວ່າ​ບໍ່ມີ ຄື​ກັບ​ວ່າ
ບໍ່​ມີ​ທາງ​ເລີຍ.”


Ousmane Barry ​ແມ່ນ​ນັກຮຽນ​ມັດທະຍົມ ​ເວົ້າວ່າ: “ຊີວິດ​ຢູ່ນີ້ ​ແມ່ນ​ດີຫລາຍ. ​ກິລາ
ເຕາະ​ບານ​ກໍ​ດີ​ຄື​ກັນ.”


ທ້າວ Ousmane Barry ໄວ 16 ປີ ມາ​ຈາກ​ປະ​ເທດ ກີ​ເນຍ ຕອນ​ລາວ​ມີອາຍຸ​ໄດ້ 8 ປີ.
ພໍ່​ແລະ​ແມ່​ຂອງລາວ​ເສຍ​ຊີວິດ​ແລ້ວ ​ແລະ​ລາວ​ຢູ່​ກັບລຸງ. ທະນາຍຄວາມຂອງໂຄງການ
Safe Passage ​ໄດ້​ຕໍ່ສູ້ຄະດີໃຫ້​ລາວ​ຈົນ​ລາວໄດ້ຮັບອະນຸຍາດ ໃຫ້ຢູ່ອາໄສ ໃນສະຫະລັດ
ໄດ້ຢ່າງ​ຖືກ ຕ້ອງ​ຕາມ​ກົດໝາຍ​ເຊັ່ນ​ກັນ.

ທ້າວ Ousmane Barry ​ເວົ້າຕື່ມວ່າ: “​ແລະ​ມັນ​ມີ​ຄວາມໝາຍ​ຫຼາຍ ​ເພາະວ່າ​ດຽວນີ້
ຂ້ອຍ​ສາມ​າດ​ເດີນທາງ ອອກ​ຈາກ​ສະຫະລັດ ​ແລະ​ກັບ​ຄືນ​ເຂົ້າມາ​ໄດ້ ​ແລະ ​ໄປ
ຄື​ວ່າ​ຂ້ອຍ​ຢາກໄປ​ຢ້ຽມຢາມປະ​ເທດ​ຂອງ​ຂ້ອຍ. ຂ້ອຍ​ກະສາ​ມາດ​ໄປ​ ​ແລະ​ກັບ​
ຄືນ​ເຂົ້າມາໄດ້.”


ທ້າວ Barry ​ແມ່ນ​ນຶ່ງໃນພວກທີ່ໂຊກ​ດີ​ ຈຳນວນທີ່ບໍ່ຫລາຍປານໃດ.​ ໂຄງການ Safe Passage ​ແລະ​ໂຄງການ​ອື່ນໆ​ທີ່​ຄ້າຍ​ຄືກັນນີ້ ສາມ​າດຊ່ອຍ​ເຫຼືອ​ໄດ້​ພຽງ​ສ່ວນ​ເລັກນ້ອຍ​
ເທົ່ານັ້ນ ຂອງ​ພວກ​ທີ່​ຕ້ອງການ​ ຄວາມ​ຊ່ອຍ​ເຫຼືອທັງ​ໝົດ ໃນຂະນະທີ່ຈຳນວນພວກເດັກ
ນ້ອຍທີ່ບໍ່ມີເອກະ​ສານ ຫລື ບໍ່ມີຄົນຕິດຕາມມານັ້ນ ​ເພີ້​ມສູງຂຶ້ນ. ​ໂດຍ​ສະ​ເພາະໃນ​ປີ​ນີ້
ລັດຖະບານ​ກາງ​ສະຫະລັດ ທຳນາຍວ່າ ຈະມີເຍົາວະຊົນ ແລະ ເດັກນ້ອຍຫຼາຍ ກວ່າ
60,000 ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ມາ​ຈາກທະວີ​ບອາເມຣິກາ​ກາງ ຈະ​ ​ຖືກ​ຈັບ​ກຸມ ຢູ່ບໍລິເວນ
ຊາຍແດນ ລະຫວ່າງສະຫະລັດ ກັບເມັກ​ຊິ​ໂກ.
XS
SM
MD
LG