ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫຼວດ ເກົາຫຼີໃຕ້ ບຸກເຂົ້າໄປ ຊອກຫາໂຕ ນັກທຸລະກິດ ທີ່ໂບດແຫ່ງນຶ່ງ (ສະໄລດ໌/ວີດີໂອ)


ຕຳຫລວດ ເກົາຫລີໃຕ້ ຈັບສະມາຊິກ ຈຳນວນນຶ່ງ ທີ່ໂບດໂປຣແຕັສຕັງ
ຕຳຫລວດ ເກົາຫລີໃຕ້ ຈັບສະມາຊິກ ຈຳນວນນຶ່ງ ທີ່ໂບດໂປຣແຕັສຕັງ
ຕຳຫລວດ​ເກົາຫລີ​ໃຕ້ຫຼາຍ​ພັນ​ຄົນໄດ້ບຸກເຂົ້າໄປໃນບໍລິເວນ
ໂບດຂອງ​ສາສະໜາ ​ໂປຣແຕັສຕັງໃນ​ວັນ​ພຸດ​ມື້​ນີ້ ເພຶຶ່ອ​ຊອກ​
ຫານັກທຸລະກິດ​ຄົນ​ນຶ່ງ ​ທີ່​ທາງການຕ້ອງ ການ​ໂຕ​ໃນ​ການມີ
ສ່ວນພົວພັນ​ກັບເຮືອ​ຂ້າມ​ຟາກ​ຫລົ້ມ ​ໃນ​ເດືອນ​ເມສາ​ທີ່​ຜ່ານ​
ມາ ​ຊຶ່ງເຮັດ​ໃຫ້​ 300 ຄົນກວ່າຄົນ​ເສຍ​ຊີວິດ.

ທ່ານ Yoo Byuang-un ​ເປັນ​ຫົວໜ້າ​ຄອບຄົວ ຊຶ່ງບໍລິຫານ
ງານບໍລິສັດເດີນ ເຮືອ Chonghaejin ຊຶ່ງເປັນ​ເຈົ້າ​ຂອງ ແລະ
ຜູ້ຄວບຄຸມເຮືອ​ຂ້າມ​ຟາກ Sewol. ທ່ານ Yoo ອາຍຸ 72 ປີ​
ໄດ້​ຫລົບໜີຈາກ​ການຕາມລ່າໃນທົ່ວ​ປະ​ເທດ ມາ​ເປັນ​ເວລາ
​ເກືອບນຶ່ງ​ເດືອນ​ແລ້ວ ​ຊຶ່ງທາງການ​ຕ້ອງການໂຕ ​ໃນ​ຂໍ້ຫາຍັກ
ຍອກເງິນ ປ່ອຍປະ​ລະ​ເລີຍໜ້າທີ່ ​ແລະ​ຫລົບ​ລີ້ໜີ​ພາສີ.

​ເຈົ້າ​ໜ້າ​ທີ່​ຕຳຫລວດ ປະມານ 6,000 ຄົນ ຫລາຍ​ຄົນ​ພາກັນ​ນຸ່ງເຄຶ່ອງປາບຈະລາຈົນໄດ້
ບຸກເຂົ້າໄປໃນ​ບໍລິເວນໂບດຂອງສາສະໜາໂປຣແຕັສຕັງ ນິກາຍບັບ ຕິສ ທີ່​ທ່ານ Yoo
​ໄດ້​ເປັນ​ຜູ້​ຮ່ວມ​ກໍ່​ຕັ້ງ​. ຫລັງ​ຈາກ​ມີ​ການປະເຊີນໜ້າ​ກັນເປັນເວ ລາສັ້ນໆ ຕຳຫລວດກໍໄດ້​
ເຂົ້າ​ໄປຂ້າງ​ໃນ​ສະຖານ​ທີ່ດັ່ງກ່າວ ປະມານ 80 ກິ​ໂລ​ແມັດ ຢູ່ທາງພາກ​ໃຕ້​ຂອງ​ນະຄອນ
ຫຼວງໂຊ​ລ.

ຕຳ​ຫລວດ​ບໍ່ໄດ້​ພົບ​ເຫັນ ທ່ານ Yoo ​ແຕ່​ຢ່າ​ງນ້ອຍ​ໄດ້​ຈັບ​ສະມາ​ຊິກໂບດສາມ​ຄົນ ​ຊຶ່ງເປັນ​
ຜູ້​ຕ້ອງ​ສົງ​ໄສຊ່ວຍ ທ່ານ yoo ຫລົບໜີ. ນີ້​ເປັນ​ເທຶ່ອທີ່ສອງທີ່​ຕຳ ຫລວດ​ ໄດ້​ບຸກເຂົ້າໄປໃນ​
ສະຖານ​ທີ່​ດັ່ງກ່າວ.

ປະທານາທິບໍດີ Park Geun-hye ​ທີ່​ລັດຖະບານ​ຂອງ​ທ່ານ ​ໄດ້​ຖືກ​ຕິຕຽນ ​ໃນການຮັບມື
ກັບໄພພິບັດເຮືອ​ຂ້າມ​ຟາກຫລົ້ມນັ້ນ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ບອກ​ແກ່​ຄະນະ​ລັດຖະ
ບານຂອງ​ທ່ານນາງ​ວ່າ ທ່ານ Yoo ຕ້ອງຖືກ​ນຳພາ​ໂຕ​ມາ​ຂື້ນ​ສານ. ບັນດາ​ນັກ​ສືບສວນ ຍັງ​ພາກັນ​ພິຈາລະນາ​ຢູ່​ວ່າ ການ​ຂາດ​ມາດຕະຖານ​ດ້ານ​ຄວາມ​ປອດ​ໄພ ​ແລະ​ບໍ່ບົວລະ
ບັດຮັກສາເຮືອຢ່າງພຽງພໍນັ້ນ ​ໄດ້​ນຳພາ​ໄປ​ສູ່​ການເກີດໄພພິບັດດັ່ງກ່າວຫຼືບໍ່.
SOKOR FERRY RAID VO
please wait
Embed

No media source currently available

0:00 0:01:42 0:00
XS
SM
MD
LG