ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ເສຍຊີວິດ ຍ້ອນ ເຮືອຂ້າມຟາກຫຼົ້ມ ທີ່ ເກົາຫລີໃຕ້ ເພີ້ມຂື້ນເປັນ ເກືອບ 150 ຄົນ (ວີດີໂອ)


ບັນດາຜູ້ຊອກຄົ້ນຫາ ແລະມະນຸດກົບ ກຳລັງປະຕິບັດງານ ຊອກ ຫາຊາກສົບຜູ້ເຄາະຮ້າຍ ຈາກເຮືອຂ້າມຟາກຫລົ້ມ
ບັນດາຜູ້ຊອກຄົ້ນຫາ ແລະມະນຸດກົບ ກຳລັງປະຕິບັດງານ ຊອກ ຫາຊາກສົບຜູ້ເຄາະຮ້າຍ ຈາກເຮືອຂ້າມຟາກຫລົ້ມ
ໂຕເລກ​ຜູ້​ເສຍ​ຊີວິດທີ່ໄດ້ຮັບການຢືນຢັນແລ້ວ ຍ້ອນອຸບ
ປະຕິເຫດເຮືອ​ຂ້າມ​ຟາກ​ຫລົ້ມທີ່​ເກົາຫລີ​ໃຕ້ ​ໄດ້​ເພີ້ມ​ຂື້ນ​
ເປັນ 146 ຄົນ​ໃນ​ວັນ​ພຸດ​ມື້​ນີ້ ນຶ່ງ​ອາທິດ​ຫຼັງຈາກ​ ເຮືອ​ໂດຍ
ສານລຳນີ້​ໄດ້​ປີ້ນຂວ້ຳແລະຫລົ້ມ​ລົງຢູ່​ນອກ​ຝັ່ງ​ທະເລທາງ
ກ້ຳຕາເວັນຕົກ ສຽງໃຕ້ຂອງປະ​ເທດດັ່ງກ່າວ.

ບັນ​ດາ​ມະນຸດ​ກົບ ພາກັນ​ປະຕິບັດ​ງານ​ ຢ່າງ​ຊ້າໆ ​ເຂົ້າ​ໄປ​
ຫາ​ຊັ້ນ​ທີ​ສາມແລະ​ສີ່​ຂອງ​ເຮືອ Sewol​. ​ເຮືອ​ໂດຍສານລຳ
ນີ້ ໄດ້ປີ້ນ​ຂວ້ຳເອົາທ້ອງຂຶ້ນ ແລະ​ຈົມລົງ​ໄປໃນນຳ້ ທີ່​ຂ້ອນ
ຂ້າງຂຸ້ນ​ແລະກະ​ແສນຳ້ທະ​ເລໄຫລແຮງ.
KOREA FERRY CNPK
please wait
Embed

No media source currently available

0:00 0:02:25 0:00

​ທ່ານ Ko Myung-suk ຊຶ່ງເປັນເຈົ້າ​ໜ້າ​ທີ່​ຍາມ​ຝັ່ງກ່າວ​ວ່າ ພວກ​ມະນຸດ​ກົບໃນ ​ອີກບໍ່​
ຊ້າ​ນີ້ ກໍຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ຍ້ອນການ​ມາ​ເຖິງ​ຂອງເຄື່ອງອຸບປະກອນ ຊອກຄົ້ນ
ຫາ​ຢູ່​ໃຕ້​ນໍ້າ ແບບຮາຍເທັກ. ທ່ານກ່າວ​ເພີ້​ມ​ອີກ​ວ່າ:

“ພວກ​ເຮົາ​ມີ​ແຜນ​ທີ່​ຈະສົ່ງ​ເຄຶ່ອງຫຸ່ນຍົນແບບ​ຫລາຍຂາ​ລົງ​ແລະ​ເຄຶ່ອງໂຊນາ ລົງ ໄປ
ໃຕ້ນ້ຳ. ນີ້​ໝາຍ​ຄວາມ​ວ່າ ພວກ​ເຮົາ​ຈະ​ນຳໃຊ້ອຸບປະກອນ​ ​ແລະນຳໃຊ້​ວິທີຕ່າງໆ
ຫລາຍ​ເທົ່າ​ທີ່ເຮົາ​ສາມາດກະທຳໄດ້ ຖ້າ​ຫາກ​ວ່າ ມັນ​ເປັນ​ການ​ຊ່ວຍ​ເຫລືອ​ແກ່ການ​ປະ
ຕິບັດ​ງານ​ກູ້​ໄພ.”
CN- Death Toll Passes 100 as Divers Search South Korea Ferry
please wait

No media source currently available

0:00 0:02:04 0:00

ມີຜູ້​ໂດ​ຍສານຫຼາຍ​ກວ່າ 150 ຄົນຍັງຫາຍ​ສາບ​ສູນຢູ່ ​ແລະ​ສັນນິດຖານ​ວ່າ ​ໄດ້ເສຍ​ຊີ
ວິດ​ແລ້ວ ຊຶ່ງຈະເຮັດໃຫ້ໂຕເລກຜູ້​ເສຍ​ຊີວິດ​ຂັ້ນສຸດທ້າຍ ເພີ້ມຂຶ້ນເປັນປະ ມານ 300
ຄົນ ແລະຈະເຮັດ​ໃຫ້ອຸບປະຕິເຫດເຮືອຂ້າມຟາກຫຼົ້ມ ໃນຄັ້ງນີ້ ເປັນ ອຸບປະຕິເຫດທີ່
ຮ້າຍແຮງສຸດຢູ່ເກົາຫລີ​ໃຕ້ ​ໃນຮອບ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

ຫລັງ​ຈາກ​ຊາກ​ສົບ​ໄດ້ຖືກ​ພົບ​ເຫັນແລ້ວ ສົບເຫຼົ່ານີ້ກໍຈະຖືກສົ່ງໄປເກາະ Jindo ທີ່ຢູ່​
ໃກ້ໆນັ້ນ. ຢູ່ຕາມ​ຜາມ​ຕ່າງໆ​ບ່ອນ ​ທີ່​ເກັບ​ຊາກ​ສົບໄວ້ນັ້ນ​ ກໍສາມາດໄດ້ຍິນ ສຽງ​ຮ້ອງ​
ໄຫ້​ ທຸກ​ໆຄັ້ງ​ທີ່ຍາດຕິ​ພີ່ນ້ອງ ​ໄດ້​ພິສູດເບິ່ງ​ສົບຂອງຜູ້​ເຄາະ​ຮ້າຍ.

ອຸບປະຕິເຫດໃນຄັ້ງນີ້ ​ໄດ້ສ້າງຄວາມຕື່ນ​ຕົກ​ໃຈ​ໃຫ້ແກ່​ເກົາຫລີ​ໃຕ້. ປະຊາຊົນໄດ້ ມີ
ຄວາມ​ໂກດ​ແຄ້ນ ​ຢ່າງກວ້າງຂວາງ ​ຕໍ່ບັນດາ​ລູກ​ເຮືອ ທີ່​ປະລະ​ແລະອອກໜີໄປຈາກ
ເຮືອ ກ່ອນ​ທີ່ການຊ່ອຍຜູ້ໂດຍສານອອກຈາກເຮືອຈະເສັດສິ້ນລົງ.
XS
SM
MD
LG