ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດລັດຖະມົນຕີ 2 ຄົນ ຂອງຣວັນດາ ຖືກຕັດສິນ ໃຫ້ພົ້ນໂທດ


ກະໂຫຼກຫົວຂອງພວກເຄາະຮ້າຍ ໃນການຂ້າລ້າງເຊື້ອຊາດເຜົ່າພັນທີ່ຣວັນດາໃນປີ 1994 ທີ່ໂຮງຮຽນການຊ່າງ Murambi ບ່ອນທີ່ພວກເຄາະຮ້າຍຫຼາຍໆຄົນ ໄດ້ຖືກຂ້າຕາຍນັ້ນ ແລະໃນເວລານີ້ ໄດ້ກາຍເປັນຫໍພິພິດທະພັນ (3 ມີນາ 2011)
ກະໂຫຼກຫົວຂອງພວກເຄາະຮ້າຍ ໃນການຂ້າລ້າງເຊື້ອຊາດເຜົ່າພັນທີ່ຣວັນດາໃນປີ 1994 ທີ່ໂຮງຮຽນການຊ່າງ Murambi ບ່ອນທີ່ພວກເຄາະຮ້າຍຫຼາຍໆຄົນ ໄດ້ຖືກຂ້າຕາຍນັ້ນ ແລະໃນເວລານີ້ ໄດ້ກາຍເປັນຫໍພິພິດທະພັນ (3 ມີນາ 2011)

ສານອາຊະຍາກຳສົງຄາມຂອງອົງການສະຫະປະຊາຊາດໄດ້ຕັດສິນໃຫ້ອະດີດລັດຖະມົນຕີ 2 ຄົນຂອງຣວັນດາພົ້ນໂທດ ໃນຂໍ້ຫາທີ່ວ່າພວກທ່ານ ໄດ້ມີບົດບາດສຳຄັນໃນການຂ້າລ້າງເຊື້ອ
ຊາດຜົ່າພັນຢູ່ຣວັນດາໃນປີ 1994.

ລຸນຫຼັງການອອກຄຳພິພາກສາໃນມື້ວັນສຸກວານນີ້ແລ້ວອະດີດລັດຖະມົນຕີສາທາລະນະສຸກ
ທ່ານ Casimir Bizimungu ແລະອະດີດລັດຖະມົນຕີການຕ່າງ ປະເທດທ່ານ Jerome-
Clement Bicamumpaka ກໍໄດ້ຮັບອິດສະຫຼະພາບຂອງພວກທ່ານຫຼັງຈາກໄດ້ຖືກຄຸກມາ
ເປັນເວລາ 12 ປີ. ການດຳເນີນຄະດີພວກທ່ານໄດ້ເລີ່ມຂຶ້ນໃນປີ 2003.

ທ່ານ Bizimungu ກ່າວຕໍ່ພວກນັກຂ່າວວ່າ ທ່ານຮູ້ສຶກດີໃຈຫຼາຍຫຼັງຈາກໄດ້ມີການຕັດສິນ
ໂທດແລະໄດ້ຂອບອົກຂອບໃຈພວກທະນາຍຄວາມ ຄອບຄົວແລະເພື່ອນຝູງຂອງທ່ານແລະ
ກໍພະຜູ້ເປັນເຈົ້າ.

ຄະນະໄອຍະການກ່າວວ່າ ພວກເຂົາເຈົ້າຈະກວດສອບເບິ່ງອີກເທື່ອນຶ່ງວ່າ ພໍຈະມີພື້ນຖານ ກ່ຽວກັບການຂໍອຸທອນຕໍ່ຄຳພິພາກສານີ້ໄດ້ຫຼືບໍ່.

ສ່ວນອະດີດລັດຖະມົນຕີອີກ 2 ຄົນ ຄືອະດີດລັດຖະມົນຕີບໍລິການສັງຄົມ ທ່ານ Prosper
Mugiraneza ແລະອະດີດລັດຖະມົນຕີກະຊວງການຄ້າ ທ່ານ Justin Mugenzi ໄດ້ຖືກ
ສານດັ່ງກ່າວ ພົບເຫັນວ່າມີຄວາມຜິດໃນມື້ວັນສຸກວານນີ້ ຊຶ່ງເປັນຜົນທີ່ຄະນະໄອຍະການ
ເວົ້າວ່າ ພວກເຂົາເຈົ້າໄດ້ມີຄວາມພໍໃຈເປັນຢ່າງຍິ່ງ. ທ່ານ Mugiraneza ແລະທ່ານ Mu-
genzi ໄດ້ຖືກຕັດສິນໂທດໃຫ້ຈຳຄຸກ ເປັນເວລາ 30 ປີ.

ອະດີດລັດຖະມົນຕີທັງ 4 ໄດ້ຖືກກ່າວຫາວ່າ ໃຊ້ຄວາມເວົ້າຍຸຍົງໃຫ້ເກີດຄວາມໂກດແຄ້ນທີ່
ນຳໄປສູ່ການສັງຫານໝູ່.

ສານອາຊະຍາກຳສົງຄາມສະຫະປະຊາຊາດ ທີ່ມີສຳນັກງານຢູ່ປະເທດ Tanzania ໄດ້ສ້າງ
ຕັ້ງຂຶ້ນມາ ເພື່ອດຳເນີນຄະດີພວກທີ່ຖືວ່າເປັນຜູ້ຮັບຜິດຊອບ ໃນການຂ້າລ້າງເຊື້ອຊາດເຜົ່າ
ພັນຢູ່ຣວັນດາໃນປີ 1994 ຊຶ່ງໃນລະຫວ່າງນັ້ນພວກຮູຕູ ຫົວຮຸນແຮງໄດ້ສັງຫານຊາວຕູຊີ
ແລະພວກຮູຕູທີ່ນິຍົມແນວທາງປານກາງປະມານ 800,000 ຄົນ.

XS
SM
MD
LG