ພວກນັກກີລາແລ່ນສະກີຣັດເຊຍ ໄດ້ກວດເອົາຫຼຽນໄປໝົດ
ທັງສາມຫຼຽນ ໃນການແຂ່ງຂັນຍາດເອົາຫຼຽນ ລາຍການທຳ
ອິດ ໃນຈຳນວນສາມລາຍການ ໃນມື້ສຸດທ້າຍຂອງການ
ແຂ່ງຂັນກີລາໂອລິມປິກລະດູໜາວ ທີ່ເມືອງ Sochi ນັ້ນ.
ທ້າວ Alexander Legkov ໄດ້ຫຼຽນຄໍາ ຂະນະທີ່ເພື່ອນ
ຮ່ວມຊາດອີກສອງຄົນ ໄດ້ຮັບຫຼຽນເງິນແລະທອງແດງ ໃນ
ການແລ່ນສະກີລະຍະໄກ 50 ຫຼັກກິໂລແມັດ ຊຶ່ງເປັນການ
ຮັບປະກັນວ່າ ປະເທດເຈົ້າພາບຈະໄດ້ຮັບຫຼຽນຫຼາຍກວ່າ
ໝູ່ ເວລາການແຂ່ງຂັນປະຈຳປີ 2014ສິ້ນສຸດລົງໃນແລງ
ວັນອາທິດມື້ນີ້ ດ້ວຍອັນທີ່ຄາດກັນວ່າ ຈະເປັນພິທີອັດການ
ແຂ່ງຂັນລົງທີ່ປະທັບໃຈແລະຕື່ນເຕັ້ນທີ່ສຸດນັ້ນ.
ປັດຈຸບັນນີ້ ຣັດເຊຍໄດ້ຮັບທັງໝົດ 32 ຫຼຽນ ຮອງລົງມາແມ່ນສະຫະລັດ ໄດ້ຮັບ 27 ຫຼຽນ ແລະ Norway ໄດ້ຮັບ26 ຫຼຽນ. ຣັດເຊຍຍັງໄດ້ຮັບຫຼຽນຄຳລື່ນໝູ່ເຊັ່ນກັນ ຄື
ໄດ້ຮັບ 12 ຫຼຽນ ຕິດຕາມດ້ວຍ Norway ທີ່ໄດ້ຮັບ 11 ຫຼຽນ.
ການແຂ່ງຂັນສອງລາຍການສຸດທ້າຍ ໃນວັນອາທິດມື້ນີ້ ແມ່ນການແຂ່ງຂີ່ລໍ້ເລື່ອນຫຼື
bobsleigh ເທິງນ້ຳກ້ອນ ປະເພດຊາຍທີ່ຂີ່ນຳກັນ 4 ຄົນ ແລະການແຂ່ງຂັນຕີຄີປະເພດຊາຍ ຊີງເອົາຫຼຽນຄຳ ລະຫວ່າງທີມການາດາ ທີ່ປ້ອງກັນແຊັມ ແລະທີມSweden.
ວີດີໂອ ກ່ຽວກັບ ນັກກິລາຜິວດໍາ ເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກ ຫຼາຍຂຶ້ນ:
ໂອກາດສຸດທ້າຍສຳລັບສະຫະລັດ ທີ່ຈະໄດ້ຫຼຽນ ແມ່ນໃນການແຂ່ງຂັນ bobsleigh ທີ່
ທ້າວ Steven Holcomb ເປັນຫົວໝ້າທີມ ຊຶ່ງເປັນລາຍການແຂ່ງຂັນທີ່ລາວມັກທີ່ສຸດ
ແລະເຮັດໄດ້ດີທີ່ສຸດນັ້ນ. ແຕ່ທີມຣັດເຊຍ ມີຄະແນນນຳໜ້າມາເລັກນ້ອຍແລ້ວ ກ່ອນຈະ
ມາແຂ່ງກັນ ໃນສອງຮອບສຸດທ້າຍນີ້.
ເຖິງແມ່ນໄດ້ມີໄພຂົ່ມຂູ່ຢ່າງແຂງແຮງ ທີ່ວ່າຈະເກີດຄວາມຮຸນແຮງຈາກການກໍ່ການຮ້າຍ ກ່ອນການໄຂການແຂ່ງຂັນນັ້ນກໍຕາມ ແຕ່ການແຂ່ງຂັນກີລາໂອລິມປິກ ທີ່ເມືອງໂຊຈີ ກໍໄດ້ດຳເນີນມາຢ່າງປອດໄພທີ່ສຸດ ຈົນມາຮອດມື້ສຸດທ້າຍນີ້.
ການແຂ່ງຂັນກີລາໂອລິມປິກລະດູໜາວ ເທື່ອໜ້າ ຈະມີຂຶ້ນທີ່ເກົາຫຼີໃຕ້ ໃນປີ 2018.
ຫຼັງຈາກໂຊຈີ ທວນໄຟໂອລິມປິກ ກໍຈະມຸ້ງໜ້າ ໄປຍັງ ບຣາຊິລ ເກົາຫຼີໃຕ້ ແລະຍີ່ປຸ່ນ: