ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ແລະປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ພົບປະກັນເປັນເທື່ອທຳອິດ ຢູ່ນະຄອນຫຼວງປາຣີ ໃນການເຈລະຈາ ທີ່ມີການຄອງຄອຍຖ້າມາເປັນເວລາດົນນານ ເພື່ອແກ້ໄຂບັນຫາຂັດແຍ້ງທາງທະຫານ ຢູ່ໃນພາກຕາເວັນອອກຂອງຢູເຄຣນ ທີ່ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ ຫຼາຍກວ່າ 13,000 ຄົນ ນັບແຕ່ປີ 2014 ເປັນຕົ້ນມາ.
ຫຼັງຈາກໄດ້ມີການພົບປະກັນສອງຝ່າຍເປັນລຳດັບມາທີ່ທຳນຽບເອລີເຊແລ້ວໃນວັນທີ 9 ທັນວາ ທ່ານປູຕິນ ແລະທ່ານເຊເລນສກີກໍໄດ້ພົບປະເຈລະຈາຊ້ອງໜ້າປະທານາທິບໍດີຝຣັ່ງ ທ່ານເອັມມານູແດລ ມາກຣົງ ແລະນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອງເກີລາ ເມີໂກ.
ພວກຜູ້ນຳທັງສາມໄດ້ເຂົ້າໄປໃນຫ້ອງ ໂດຍບໍ່ໄດ້ຫົວຍິ້ມແລະບໍ່ໄດ້ສົບຕາກັນແຕ່ຢ່າງໃດເລີຍ. ພວກທ່ານບໍ່ໄດ້ຈັບມືກັນຢູ່ຕໍ່ໜ້າກ້ອງ.
ການເຈລະຈາ 4 ຝ່າຍ ທີ່ອັນທີ່ເອີ້ນ “ແບບນອກມັງດີ” ນັ້ນ ແມ່ນເທື່ອທຳອິດທີ່ປະມຸກຂອງຢູເຄຣນແລະຣັດເຊຍໄດ້ພົບປະກັນ ນັບແຕ່ປີ 2016 ມາ ແລະເທື່ອທຳອິດ ລະຫວ່າງທ່ານເຊເລນສກີທີ່ຖືກເລືອກໃນເດືອນເມສາປີນີ້ກັບທ່ານປູຕິນ.
ສານອາຍາສາກົນໄດ້ຕັດສິນໃນເດືອນພະຈິກປີ 2016 ວ່າ ສົງຄາມໃນພາກຕາເວັນອອກຢູເຄຣນ “ແມ່ນເປັນບັນຫາຂັດແຍ້ງສາກົນ ລະຫວ່າງຢູເຄຣນແລະສະຫະພັນຣັດເຊຍ.”
ທຸກໆຝ່າຍຕ່າງກໍໃຫ້ການຄາດຫວັງໃນລະດັບປານກາງ ຕໍ່ຄວາມກ້າວໜ້າກ່ອນທີ່ຈະມີການພົບປະກັນນັ້ນ. ວັງເຄຣັມລິນຢາກຮັກສາອິດທິພົນຂອງຕົນຕໍ່ກີຢິບຫຼາຍເທົ່າທີ່ຈະຫຼາຍໄດ້ ໂດຍໃຊ້ດິນທີ່ຄວບຄຸມໂດຍພວກແບ່ງແຍ່ງດິນແດນທີ່ຕົນສະໜັບສະໜຸນຢູ່ທີ່ Donbas ເປັນເຄື່ອງຕໍ່ລອງ. ປະທານາທິບໍດີຢູເຄຣນຕ້ອງໄດ້ຊັ່ງຊາເບິ່ງຜົນປະໂຫຍດແຫ່ງຄວາມກ້າວໜ້າ ໄປສູ່ສັນຕິພາບ ພາຍໃຕ້ຄວາມສ່ຽງທີ່ອາດຈະເກີດຄວາມເສຍຫາຍໃນການຖືກມອງເບິ່ງວ່າເປັນການຍອມຈຳນົນຕໍ່ມົສກູ.