ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຮືອ​ບິນສອດ​ແນມ ​ຂອງ ຣັດ​ເຊຍ ຖືກ​ພົບ​ເຫັນ​ຢູ່​ໃກ້​ນ່ານ​ຟ້າ​ ຂອງ​ລັດ​ ອາ​ລາ​ສ​ກາ


ຮູບພາບ​ຂອງ​ກອງ​ບັນ​ຊາ​ການ NORAD ນີ້​ສະ​ແດງ​ໃຫ້​ເຫັນ ເຮືອ​ບິນ​ລົບ​ຂອງກອງ​ບັນ​ຊາ​ການ​ປ້ອງ​ກັນ​ອາ​ວະ​ການ ອາ​ເມ​ຣິ​ກາ​ເໜືອ ເຂົ້າ​ສະ​ກັດ​ກັ້ນ​ເຮືອ​ບິນ​ຖິ້​ມ​ລະ​ເບີດ​ຂອງ ຣັດ​ເຊຍ ທີ່​ບິນ​ເຂົ້າ​ໄປ​ໃນເຂດ​ປ້ອງ​ກັນ​ອາ​ກາດ​​ລັດ ອາ​ລາ​ສ​ກາ, 16 ມິ​ຖຸ​ນາ, 2020.
ຮູບພາບ​ຂອງ​ກອງ​ບັນ​ຊາ​ການ NORAD ນີ້​ສະ​ແດງ​ໃຫ້​ເຫັນ ເຮືອ​ບິນ​ລົບ​ຂອງກອງ​ບັນ​ຊາ​ການ​ປ້ອງ​ກັນ​ອາ​ວະ​ການ ອາ​ເມ​ຣິ​ກາ​ເໜືອ ເຂົ້າ​ສະ​ກັດ​ກັ້ນ​ເຮືອ​ບິນ​ຖິ້​ມ​ລະ​ເບີດ​ຂອງ ຣັດ​ເຊຍ ທີ່​ບິນ​ເຂົ້າ​ໄປ​ໃນເຂດ​ປ້ອງ​ກັນ​ອາ​ກາດ​​ລັດ ອາ​ລາ​ສ​ກາ, 16 ມິ​ຖຸ​ນາ, 2020.

ກອງ​ທັບ ສະ​ຫະ​ລັດ ເວົ້າ​ວ່າ​ ເຮືອ​ບິນສອດ​ແນມ​ຂອງກ​ອງ​ທັບ ຣັດ​ເຊຍ ໄດ້ບິນເຂົ້າ​ໄປ​ໃນ​ເຂດ​ປ້ອງ​ກັນ​ອາ​ກາດ​ຂອງ​ລັດ ອາ​ລາ​ສ​ກາ ໃນ​ສອງ​ຄັ້ງ​ແຍກ​ກັນ​ເມື່ອ​ສອງວັນ​ທີ່​ຜ່ານ​ມາ.

ເຮືອ​ບິນ​ລົບ ສະ​ຫະ​ລັດ F-22 ໄດ້​ເຂົ້າ​ສະ​ກັດ​ກັ້ນ​ ລຳ​ທີ​ສອງ ​ກ່ອນ​ເຂົ້າ​ໄປ​ໃນ​ນ່ານ​ຟ້າ​ດັ່ງ​ກ່າວ, ອີງ​ຕາມ​ການ​ກ່າວ​ຕໍ່​ວີ​ໂອ​ເອ​ ຂອງ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ. ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ຕື່ມ​ວ່າ ການ​ບິນ​ເຂົ້າ​ທັ​ງ​ສອງ​ຄັ້ງ​ນັ້ນ​ປະ​ກອບ​ມີ ​ເຮືອ​ບິນສອດ​ແນມ ຣັດ​ເຊຍ ຊະ​ນິດ​ດຽວ​ກັນ.

ເຂດ​ປ້ອງ​ກັນ​ອາ​ກາດ​ນຶ່ງ ຈະ​ຂະ​ຫຍາຍ​ກາຍ​ອອກ​ໄປ​ຈາກ​ນ່ານ​ຟ້າ​ຂອງ​ປະ​ເທດ​ນຶ່ງ ທີ່​ລວມ​ມີ​ເຂດ​ທີ່​ປະ​ເທດ​ນຶ່ງ​ພະ​ຍາ​ຍາມ​ຈະ​ລະ​ບຸ, ຊີ້​ຕຳ​ແໜງ ແລະ ຄວບ​ຄຸມ​ເຮືອ​ບິນເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.

ເຮືອ​ບິນ​ຣັດ​ເຊຍ ແມ່ນ​ໄດ້​ຢູ່​ໃນ​ນ່ານ​ຟ້າ​ສາ​ກົນ ແລະ ບໍ່​ໄດ້​ເຂົ້າ​ໄປ​ໃນ​ນ່ານ​ຟ້າ​ທີ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ອາ​ເມ​ຣິ​ກາ ຫຼື ກາ​ນາ​ດາ, ອີງ​ຕາມ​ສື່​ສັງ​ຄົມ​ທີ່​ຂຽນ​ລົງ​ໂດຍກອງ​ບັນ​ຊາ​ການ​ປ້ອງ​ກັນ​ອະວະ​ກາດ ອາ​ເມ​ຣິ​ກາ​ເໜືອ ຫຼື NORAD ໃນ​ວັນ​ພຸດ​ວານ​ນີ້.

ຂໍ້​ຄວາມ​ນັ້ນ​ໄດ້​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຍັງ​ຄົງ​ຕຽມ​ພ້ອມ​ທີ່​ຈະ​ສົ່ງ​ທາງ​ເລືອກ ​ໃນ​ການ​ຕອບ​ໂຕ້ຫຼາຍ​ຢ່າງ ​ໃນ​ການ​ປ້ອງ​ກັນ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ອາ​ເມ​ຣິ​ກາ ​ເໜືອ ແລະ ຂົ້ວ​ໂລກ​ເໜືອ.”

ນີ້​ແມ່ນ​ເຫດ​ການ​ທີ່​ຖືກ​ລາຍ​ງານ​ເທື່ອ​ທຳ​ອິດ ກ່ຽວ​ກັບ ເຮືອ​ບິນກອ​ງ​ທັບ ຣັດ​ເຊຍ ໄດ້​ບິນ​ເຂົ້າ​ໃກ້​ນ່ານ​ຟ້າ​ຂອງ​ລັດ ອາ​ລາ​ສ​ກາ ໃນ​ປີ 2022, ແຕ່​ການ​ພົບ​ເຫັນ​ດັ່ງ​ກ່າວ​ແມ່ນ​ໄດ້​ກາຍ​ເປັນ​ເລື່ອງ​ທົ່ວ​ໄປ ​ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ.

ເຮືອ​ບິນກອງ​ທັບ ຣັດ​ເຊຍ ໄດ້​ຖືກ​ຕິດ​ຕາມ​ໃນ​ເຂດ​ປ້ອງ​ກັນ​ອາ​ກາດ​ລັດ ອາ​ລາ​ສ​ກາ 14 ຄັ້ງ​ໃນ​ປີ 2020, ເຊິ່ງ​ແມ່ນ​ຕົວ​ເລກ​ທີ່​ສູງ​ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ, ດ້ວຍ 6 ຄັ້ງ​ຂອງ​ເຫດ​ການ​ດັ່ງ​ກ່າວ​ ໄດ້​ເກີດ​ຂຶ້ນ​ພາຍ​ໃນ​ໄລ​ຍະ​ເວ​ລາ​ພຽງ 1 ເດືອນ.

ຣັດ​ເຊຍ ໄດ້​ເປີດ​ການ​ບຸກ​ລຸກ​ຂະ​ໜາດ​ໃຫຍ່​ເຂົ້າ​ໃນ​ປະ​ເທດ ຢູ​ເຄ​ຣນ ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ.

ໃນ​ການ​ກ່າວ​ຕໍ່​ວີ​ໂອ​ເອເມື່ອ​ຕົ້ນ​ປີນີ້, ສະ​ມາ​ຊິກ​ສະ​ພາ​ສູງ​ ທ່ານ ແດນ ຊຸ​ລ​ລີ​ວານ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ຈາກ​ລັດ ອາ​ລາ​ສ​ກາ ໄດ້​ກ່າວ​ວ່າ ກອງ​ທັບ ສະ​ຫະ​ລັດ ໄດ້ “ສົ່ງ” ເຮືອ​ບິນ​ລົບຫຼາຍກວ່າ​ເກົ່າ​ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ​ເພື່ອ​ໄປ​ສະ​ກັດ​ກັ້ນ​ເຮືອ​ບິນກອງ​ທັບ ຣັດ​ເຊຍ “ຄົງ​ຈະ​ຫຼາຍກວ່າ​ຄັ້ງ​ໃດໆ​ນັບ​ຕັ້ງ​ແຕ່​ກາງ​ຊຸມ​ປີ 1980 ເປັນ​ຕົ້ນ​ມາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG