ຍານອະວະກາດໂຊຢຸດຂອງຣັດເຊຍ ບໍ່ສາມາດເຂົ້າຈອດຢູ່ສະຖານີອະວະກາດ ສາກົນ
ຫຼື ISS ໃນວັນເສົາມື້ນີ້.
ຍານອະວະກາດດັ່ງກ່າວ ໄດ້ນຳເອົາຫຸ່ນຍົນ ທີ່ມີກຳໜົດຈະເລີ້ມການປະຕິບັດງານຢູ່
ເທິງສະຖານີອະວະກາດ ກັບພວກນັກບິນອະວະກາດ ທີ່ຢູ່ທີ່ນັ້ນ.
ອົງການອະວະກາດສະຫະລັດຫຼື NASA ກ່າວຢູ່ໃນລາຍງານ ທາງອິນເຕີແນັດ ຂອງ
ຕົນວ່າ ລະບົບການເຂົ້າຈອດຂອງຍານອະວະກາດໂຊຢຸດໄດ້ປະສົບບັນຫາໃນການ
ເຊື່ອມຕໍ່ກັບສະຖານີອະວະກາດສາກົນຫຼື ISS.
ຍານໂຊຢຸດ ໄດ້ຖອຍອອກໄປຈາກສະຖານີ ISS ໃນຂະນະທີ່ພວກນັກບິນອະວະກາດ
ພວມກວດເບິ່ງລະບົບເຂົ້າຈອດຂອງສະຖານີດັ່ງກ່າວ.
ພວກເຈົ້າໜ້າທີ່ກ່າວວ່າ ຍານໂຊຢຸດຈະພະຍາຍາມເທື່ອໃໝ່ເພື່ອຈະເຂົ້າຈອດຢູ່ ສະ
ຖານີ ISS ໃນວັນຈັນຈະມາເຖິງນີ້.
A Russian Soyuz spacecraft failed to dock with the International Space Station Saturday.
The craft was carrying a humanoid robot that was scheduled to conduct a mission on the station with the cosmonauts who are there.
NASA said on its blog that the docking system of the Soyuz spacecraft failed to properly lock onto its target on the ISS.
The Soyuz has backed away from the ISS while the cosmonauts work on the station's docking system.
Officials say the Soyuz will attempt another ISS docking Monday.