ທະຫານຣັດເຊຍອາຍຸ 21 ປີໄດ້ສາລະພາບຜິດໃນວັນພຸດວານນີ້ຕໍ່ການສັງຫານພົນລະເຮືອນຢູເຄຣນທີ່ບໍ່ມີອາວຸດໃນຄະດີອາຊະຍາກຳສົງຄາມຄັ້ງທຳອິດ ທີ່ລັດຖະບານກີຢິບໄດ້ຈັດຂຶ້ນ ນັບຕັ້ງແຕ່ການບຸກລຸກຂອງຣັດເຊຍເມື່ອສາມເດືອນທີ່ຜ່ານມາ.
ສິບເອກ ວາດິມ ຊີຊີມາຣິນ ອາດຖືກຕັດສິນຂັງຄຸກຕະຫຼອດຊີວິດສຳລັບການຍິງປືນໃສ່ຫົວຂອງຜູ້ຊາຍຢູເຄຣນອາຍຸ 62 ປີຜ່ານປ່ອງຢ້ຽມລົດທີ່ເປີດຢູ່ ສີ່ວັນຫຼັງຈາກຣັດເຊຍ ໄດ້ເປີດການບຸກລຸກໃນທ້າຍເດືອນກຸມພາທີ່ຜ່ານມາ.
ໄອຍະການໃຫຍ່ຂອງຢູເຄຣນ ທ່ານນາງ ໄອຣີນາ ເວເນດິກໂຕວາ ກ່ອນໜ້ານີ້ໄດ້ກ່າວວ່າຫ້ອງການຂອງລາວແມ່ນກຳລັງກະກຽມຄະດີອາຊະຍາກຳສົງຄາມຕໍ່ທະຫານຣັດເຊຍ 41 ຄົນ ສຳລັບການໂຈມຕີ ທີ່ລວມມີການຖິ້ມລະເບີດໃສ່ພື້ນຖານໂຄງລ່າງພົນລະເຮືອນ, ການສັງຫານພົນລະເຮືອນ, ການຂົ່ມຂືນ ແລະ ປຸ້ນສະດົມ. ມັນບໍ່ຈະແຈ້ງວ່າມີຊາວຣັດເຊຍຖືກຄວບຄຸມຕົວໃນຢູເຄຣນຫຼາຍປານໃດ ຫຼື ມີຈັກຄົນທີ່ຖືກດຳເນີນຄະດີໂດຍບໍ່ປາກົດຕົວ.
ຄະດີຂອງທ້າວ ຊີຊີມາຣິນ ໄດ້ດຳເນີນຂຶ້ນໃນສານຂອງນະຄອນຫຼວງກີຢິບ, ທ່ານນາງ ເວເນດິກໂຕວາ ໄດ້ກ່າວຫາວ່າ ລາວເປັນນຶ່ງໃນກຸ່ມທະຫານຣັດເຊຍທີ່ໄດ້ຫຼົບໜີຈາກກອງກຳລັງຢູເຄຣນໃນວັນທີ 28 ກຸມພາ, ຂັບລົດໄປບ້ານ ຊູປາຄິບກາ, ເຊິ່ງແມ່ນບ້ານແຫ່ງນຶ່ງທີ່ຕັ້ງຢູ່ປະມານ 320 ກິໂລແມັດ ທາງພາກຕາເວັນອອກຂອງນະຄອນຫຼວງ ກີຢິບ.
ໄອຍະການໃຫຍ່ໄດ້ກ່າວວ່າ ຢູ່ຕາມຫົນທາງພວກທະຫານຣັດເຊຍໄດ້ເຫັນຜູ້ຊາຍຄົນນຶ່ງຂີ່ລົດຖີບ ແລະ ລົມໂທລະສັບຂອງລາວ. ທ້າວ ຊີຊີມາຣິນ, ອີງຕາມການກ່າວຂອງທ່ານນາງ ເວເນດິກໂຕວານັ້ນ, ຖືກສັ່ງໃຫ້ຂ້າຜູ້ຊາຍຄົນດັ່ງກ່າວ ສະນັ້ນລາວຈຶ່ງບໍ່ສາມາດລາຍງານເຂົາເຈົ້າຕໍ່ພວກເຈົ້າໜ້າທີ່ກອງທັບຢູເຄຣນ ແຕ່ບໍ່ໄດ້ເວົ້າວ່າແມ່ນໃຜອອກຄຳສັ່ງ.
ທ້າວ ຊີຊີມາຣິນ ໄດ້ຍິງປືນຍາວ ກາລາສນີກອຟ ຂອງລາວຜ່ານປ່ອງຢ້ຽມທີ່ເປີດຢູ່ຂອງລົດ ແລະ ຍິງຖືກຫົວຂອງຜູ້ເຄາະຮ້າຍ, ອີງຕາມການຂຽນຂອງທ່ານນາງ ເວເນດິກໂຕວາ ໃນບັນຊີເຟສບຸກຂອງລາວ.
ທ່ານນາງກ່າວວ່າ “ຜູ້ຊາຍຄົນນັ້ນໄດ້ເສຍຊີວິດຄາທີ່ ພຽງຊາວ-ສາມສິບແມັດຫ່າງຈາກເຮືອນຂອງລາວ.”
ໃນການເລົ່າໂດຍຫຍໍ້ຜ່ານທາງວິດີໂອກ່ຽວກັບເຫດການທີ່ຖືກຜະລິດໂດຍຫ້ອງການຮັກສາຄວາມປອດໄພຂອງຢູເຄຣນນັ້ນ, ທ້າວ ຊີຊີມາຣິນ ໄດ້ກ່າວວ່າ “ຂ້ອຍຖືກສັ່ງໃຫ້ຍິງ. ຂ້ອຍຍິງປືນນຶ່ງນັດໃສ່ລາວ. ລາວໄດ້ລົ້ມລົງ. ແລະ ພວກເຮົາກໍໄດ້ເດີນທາງຕໍ່ໄປ.”