ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ໂຈມ​ຕີ​ເມືອງ​ທ່າ​ເຮືອ ໂອ​ເດ​ຊາ ດ້ວຍ​ລູກ​ສອນ​ໄຟ ແລະ ໂດ​ຣນ


ທະ​ຫານ ຢູ​ເຄ​ຣນ ຂີ່​ລົດຫຸ້ມ​ເກາະ APC ​ຢູ່​ແນວ​ໜ້າ​ໃກ້​ກັບ​ເມືອງ ບາກ​ມຸດ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ, 13 ສິງ​ຫາ 2023.
ທະ​ຫານ ຢູ​ເຄ​ຣນ ຂີ່​ລົດຫຸ້ມ​ເກາະ APC ​ຢູ່​ແນວ​ໜ້າ​ໃກ້​ກັບ​ເມືອງ ບາກ​ມຸດ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ, 13 ສິງ​ຫາ 2023.

ບັນ​ດາ​ເຈົ້າ​ໜ້​າ​ທີ່​ຢູ​ເຄ​ຣນ​ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ຣັດ​ເຊຍ ໃສ່​ເມືອງ​ທ່າ​ເຮືອ ໂອ​ເດ​ຊາ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ໄດ້​ເຮັດ​ໃຫ້​ຢ່າ​ງ​ໜ້ອຍ 3 ຄົນບາດ​ເຈັບ.

ກອງ​ທັບ​ໄດ້​ກ່າວ​ວ່າ​ລະ​ບົບ​ປ້ອງ​ກັນ​ໄພ​ທາງອາ​ກາດ​ໄດ້​ຍິງ​ໂດ​ຣນ ຣັດ​ເຊຍ ​ທີ່​ຖືກ​ໃຊ້​ໃນ​ການ​ໂຈມ​ຕີ​ຕົກທັງ​ໝົດ 15 ລຳ, ພ້ອມ​ກັບ​ລູກ​ສອນ​ໄຟ​ທີ່​ຖືກ​ຍິງ​ຈາກ​ທະ​ເລ 8 ລູກ, ແຕ່​ຊາກ​ຫັກ​ພັງ​ທີ່​ຕົກ​ລົງ​ມາ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢູ່​ພື້ນ​ດິນ.

ສາມ​ຄົນ​ໄດ້​ຮັບ​ບາດ​ເຈັບຫຼັງ​ຈາກ​ຊາ​ກ​ຫັກ​ພັງ​ໄດ້​ຕົກ​ໃສ່​ຮ້ານ​ຊັບ​ພະ​ສິນ​ຄ້າ​ແຫ່ງ​ນຶ່ງ, ແລະ ຫໍ​ພັກ​ນັກ​ສຶກ​ສາ​ກໍ​ໄດ້​ຮັບ​ຄວາມ​ເສຍ​ຫາຍເຊັ່ນ​ກັນ.

ບັນ​ດາ​ນັກ​ດັບ​ເພີງ​ ໄດ້​ມອດ​ໄຟຫຼາຍ​ບ່ອນ ​ທີ່​ໄດ້​ເກີດ​ຂຶ້ນ​ຍ້ອນ​ຊິ້ນ​ສ່ວນ​ຂອງ​ຈະ ຫຼວດ​ທີ່​ໄດ້​ຕົກ​ລົງ​ມາ, ອີງ​ຕາມ​ການ​ກ່າວຂອງ​ຜູ້​ປົກ​ຄອງ​ພາກ​ພື້ນ ທ່ານ ໂອ​ເລ ຄີ​ເປີ ​ໃນ Telegram.

ການ​ລະ​ດົມ​ຍິງ​ຂອງ ຣັດ​ເຊຍ ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 7 ຄົນ​ໃນ​ວັນ​ອາ​ທິດ​ວານນີ້, ລວມ​ທັງ​ເດັກ​ຍິງ​ອາ​ຍຸ 23 ວັນ, ແລະ ຄົນ​ອື່ນ​ອີກ​ຢ່າງ​ໜ້ອຍ 22 ຄົນ​ໃນ​ພາກ​ພື້ນ​ເຄີ​ສັນ​ຂອງ ຢູ​ເຄ​ຣນ.

ປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ການ​ກ່າວ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ​ວ່າ “ອ້າຍ​ຂອງ​ລາວ, ຜູ້​ທີ່​ມີ​ອາ​ຍຸ​ແຕ່ 12 ປີ, ໄດ້​ຖືກ​ພາ​ໄປ​ໂຮງ​ໝໍ. ບໍ່​ເປັນ​ຈັ່ງ​ໂຊກ, ເຂົາ​ເຈົ້າ​ບໍ່​ສາ​ມາດ​ຊ່ວ​ຍລາວ​ໄດ້. ລາວ​ໄດ້​ເສຍ​ຊີ​ວິດ​ດ້ວຍ​ບາດ​ແຜ​ທີ່​ຮ້າຍ​ແຮງ. ຜູ້​ເປັນ​ແມ່​ຂອງ​ລູກ​ນັ້ນ, ຊື່​ລາວ​ແມ່ນ ໂອ​ເລ​ເຊຍ, ອາ​ຍຸ​ພຽງ 39 ປີ, ກໍ​ໄດ້​ເສຍ​ຊີ​ວິດ. ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ເສຍ​ໃຈ​ດ້ວຍ.”

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ຢູ​ເຄ​ຣນ ໃນ​ວັນ​ຈັນ​ມື້ນີ້​ໄດ້​ກ່າວ​ປະ​ນາມ ​ສິ່ງ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ​ການ​ລ່ວງ​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ຢ່າງ​ຮຸນ​ແຮງ​ໂດຍກອງ​ທັບ​ເຮືອ​ຂອງ ຣັດ​ເຊຍ ຫຼັງ​ຈາກ​ກຳ​ປັ່ນ​ລົບ​ຂອງ ຣັດ​ເຊຍ ໄດ້​ທຳ​ການ​ຍິງ​ເຕືອນ​ໃສ່​ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ​ທີ່​ຕິດ​ທຸງ ປາ​ລາວ, ທີ່​ໄດ້​ມຸ່ງ​ໜ້າ​ໄປ​ທ່າ​ເຮືອ ອິ​ສ​ມາ​ອິ​ລ ຂອງ
ຢູ​ເຄ​ຣນ.

ຖະ​ແຫຼງ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ໄດ້​ຮຽກ​ຮ້ອງ​ປະ​ຊາ​ຄົມ​ສາ​ກົນ​ໃຫ້ “ດຳ​ເນີນ​ການ​ຢ່າງ​ເດັດ​ດ່ຽວ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ສະ​ຫະ​ພັນ ຣັດ​ເຊຍ ​ທຳ​ການຂັດ​ຂວາງຕໍ່ການ​ເດີນ​ທາງ​ຢ່າງ​ສັນ​ຕິ​ ຂອງ​ກຳ​ປັ່ນ​ຕ່າງໆ​ຜ່ານ​ທະ​ເລ​ດຳ.”

XS
SM
MD
LG