ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອົ​ງ​ການຂ່າວ ຣັດເຊຍ ສວຍໃຊ້ລາຍງານ ກ່ຽວກັບ ການແບ່ງແຍກເຊື້ອຊາດຜິວພັນ


ຍາມເຂດຊາຍແດນ ຢູເຄຣນ ທຳການລາດຕະເວນຢູ່ຕາມເຂດຊາຍແດນລະຫວ່າງ ຢູເຄຣນ ກັບ ຣັດເຊຍ ໃນພາກພື້ນ ຄາຄີຟ, ຢູເຄຣນ, 23 ກຸມພາ, 2022.
ຍາມເຂດຊາຍແດນ ຢູເຄຣນ ທຳການລາດຕະເວນຢູ່ຕາມເຂດຊາຍແດນລະຫວ່າງ ຢູເຄຣນ ກັບ ຣັດເຊຍ ໃນພາກພື້ນ ຄາຄີຟ, ຢູເຄຣນ, 23 ກຸມພາ, 2022.

ຄວາມພະຍາຍາມຂອງ ຣັດເຊຍ ທີ່ຈະສົ່ງຂໍ້ມູນ ແລະ ໂຄສະນາການສະໜັບສະໜູນສຳລັບການບຸກລຸກ ຢູເຄຣນ ຂອງເຂົາເຈົ້າປາກົດວ່າຈະຢຸດຊະງັກ ເຊັ່ນດຽວກັບສື່ມວນຊົນຂອງ ມົສກູ ໄດ້ຖືກກີດກັ້ນໃນ ຢູໂຣບ ແລະ ບ່ອນອື່ນໆ.

ແຕ່ພວກນັກໂຄສະນາຊວນເຊື່ອຂອງ ຣັດເຊຍ ຍັງຄົງພະຍາຍາມທີ່ຈະສວຍໃຊ້ຄວາມຄືບໜ້າ ທີ່ສາມາດຂະຫຍາຍໂອກາດຂອງປະເທດດັ່ງກ່າວໃນ ອາຟຣິກາ.

ບັນດານັກວິເຄາະຢູ່ພັນທະມິດເພື່ອການຮັກສາປະຊາທິປະໄຕ ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ ໄດ້ກ່າວຕໍ່ວີໂອເອວ່າ ຫຼັງຈາກການບໍ່ຫົວຊາຕໍ່ເລື່ອງດັ່ງກ່າວໃນເບື້ອງຕົ້ນ, ສື່ຂ່າວທີ່ເຂົ້າຮ່ວມກັບ ຣັດເຊຍ ໄດ້ພະຍາຍາມທີ່ຈະຂະຫຍາຍລາຍງານ ກ່ຽວກັບ ຊາວອາຟຣິກາ ແລະ ປະຊາຊົນທີ່ມີສີຜິວອື່ນໄດ້ປະເຊີນກັບການແບ່ງແຍກເຊື້ອຊາດຜິວພັນ ໃນຂະນະທີ່ເຂົາເຈົ້າພະຍາຍາມທີ່ຈະຫຼົບໜີອອກຈາກການຕໍ່ສູ້ໃນ ຢູເຄຣນ.

ຄວາມພະຍາຍາມດັ່ງກ່າວ, ໃນປັດຈຸບັນນີ້, ປາກົດວ່າຈະນ້ອຍ, ແຕ່ໄດ້ມີສ່ວນຮ່ວມໃນການແຜ່ກະຈາຍ ການກ່າວຫາດັ່ງກ່າວໃນພາສາ ອັງກິດ, ຝຣັ່ງ ແລະ ອາຣັບ.

ໃນຂໍ້ຄວາມນຶ່ງທີ່ຂຽນຢູ່ ທວິດເຕີ ເມື່ອວັນທີ 28 ກຸມພາ ວ່າ “Redfish” ຫຼື “ປາແດງ”, ເຊິ່ງໄດ້ອະທິບາຍເຖິງເຂົາເຈົ້າເອງ ເປັນ “ນັກສ້າງເນື້ອຫາສາລະທາງດີຕີຕອລ,” ໄດ້ເຜີຍແຜ່ວິດີໂອທີ່ຖືກຮວບຮວມລົງໃນ ທວິດເຕີ ກ່ຽວກັບ ຊາວອາຟຣິກາ ຫຼາຍວັນກ່ອນໜ້ານັ້ນໄດ້ລໍຖ້າເພື່ອໜີອອກຈາກ ຢູເຄຣນ, ລວມທັງສິ່ງທີ່ປາກົດວ່າ ຈະເປັນແມ່ ແລະ ລູກນ້ອຍ.

ສຽງນຶ່ງທີ່ໄດ້ເວົ້າຢູ່ໃນວິດີໂອຕົ້ນສະບັບກ່າວວ່າ “ເຂົາເຈົ້າບໍ່ໄດ້ອະນຸຍາດໃຫ້ຄົນຜິວດຳເຂົ້າໄປຢູ່ນອກປະຕູຕ່າງໆ.”

ໃນວັນດຽວກັນ, ໂທລະພາບ ສປຸດນິກ ຂອງ ຣັດເຊຍ ໄດ້ເຜີຍແຜ່ລາຍງານທີ່ມີຫົວຂໍ້ຂຽນວ່າ “ຊາວອິນເດຍ ແລະ ອາຟຣິກາ ທີ່ຫຼົບໜີຈາກ ຢູເຄຣນ ກ່າວຫາເຈົ້າໜ້າທີ່ຮັກສາຄວາມປອດໄພ ເຂດຊາຍແດນ ຢູເຄຣນ ກ່ຽວກັບ ຄວາມຮຸນແຮງ, ການແບ່ງແຍກເຊື້ອຊາດຜິວພັນໃນວິດີໂອ.”

ລາຍງານດັ່ງກ່າວ ໄດ້ເວົ້າ​ເຖິງ ຂໍ້ຄວາມຈາກບັນດາເຈົ້າໜ້າທີ່ ແລະ ນັກການ ເມືອງ ອິນເດຍ ແລະ ລວມທັງວິດີໂອ ກ່ຽວກັບ ເຈົ້າໜ້າທີ່ຍາມເຂດຊາຍແດນ ຢູເຄຣນ ຖືກກ່າວຫາວ່າ ໄດ້ຮາວີລົບກວນຄົນອິນເດຍ ແລະ ອາຟຣິກາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG