ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຣັດເຊຍ ແລະ ອີຣ່ານ ພົບປະກັນ ກ່ຽວກັບ ບັນຫາ ຊີເຣຍ ແລະ ເສດຖະກິດ


Russian, Iranian Presidents Meet on Syria and Economic Issues
please wait

No media source currently available

0:00 0:02:14 0:00

ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ໄດ້ພົບປະກັບປະທານາທິບໍດີ ຣັດເຊຍ
ທ່ານ Vladimir Putin ໃນນະຄອນ ຫຼວງ ມົສກູ ເພື່ອປຶກສາຫາລື ກ່ຽວກັບ ຜົນປະໂຫຍດ
ຮ່ວມກັນທາງດ້ານເສດຖະກິດ ແລະ ການຮ່ວມມືໃນ ຊີເຣຍ ແລະ ພາກຕາເວັນອອກກາງ.
ອີຣັກ ແລະ ຣັດເຊຍ ແມ່ນຜູ້ສະໜັບສະໜູນຫຼັກ ຕໍ່ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad. ນັກຂ່າວວີໂອເອ Daniel Scheaf ລາຍງານຈາກນະຄອນຫຼວງ ມົສກູ ວ່າໃນ ຂະນະທີ່ ສະຫະລັດ ໄດ້ຖອນຕົວອອກຈາກພາກພື້ນດັ່ງກ່າວ, ອິດທິພົນຂອງ ຣັດເຊຍ ກໍ
ໄດ້ເຕີບໂຕຂຶ້ນ. ຕໍ່ໄປ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ທ່ານ Vladimir Putin ໄດ້ຕ້ອນຮັບທ່ານ Hassan Rouhani ສູ່ວັງ Kremlin ເພື່ອປຶກ
ສາຫາລື ກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ການເມືອງ, ລວມທັງ ໃນພາກຕາ
ເວັນອອກກາງ ແລະ ສົງຄາມໃນ ຊີເຣຍ.

ທ່ານ Hassan Rouhani ປະທານາທິບໍດີ ອີຣ່ານ ກ່າວວ່າ “ເປົ້າໝາຍສູງສຸດຂອງພວກ
ເຮົາແມ່ນເພື່ອເສີມສ້າງສັນຕິພາບ ແລະ ຄວາມໝັ້ນຄົງຢູ່ໃນພາກພື້ນ. ການພັດທະນາ​ສາຍພົວພັນຂອງພວກເຮົາ ບໍ່ໄດ້ແນເປົ້າຕໍ່ຕ້ານປະ​ເທດທີສາມແຕ່ຢ່າງໃດ.”

ແຕ່ບັນດານັກວິເຄາະກ່າວວ່າ ອີຣ່ານ ຢາກໄດ້ຮັບການ​ຄ້ຳປະກັນ ກ່ຽວ​ກັບ ການຊ່ວຍ
ເຫຼືອຂອງ ຣັດເຊຍ ຢູ່ໃນພາກພື້ນ, ບ່ອນທີ່ ເຕຫະຣ່ານ ມີໝູ່ເພື່ອນຈຳນວນໜຶ່ງ.

ທ່ານນາງ Irina Fedorova ຈາກສະຖາບັນການສຶກສາປະເທດຕາ ເວັນອອກ ຂອງມະ
ຫາວິທະຍາໄລວິທະຍາສາດ ຣັດເຊຍ ກ່າວວ່າ “ສະນັ້ນ, ສຳລັບທ່ານ Rouhani ແລ້ວ, ມັນມີຄວາມສຳຄັນຫຼາຍທີ່ຈະໄດ້ຮັບການສະໜັບສະໜູນ, ​ໄດ້​ຮັບ​ການໜູນຫຼັງ, ຖືກສົ່ງ ເສີມໂດຍສະ ຫະພັນ ຣັດເຊຍ ຍ້ອນພວກເຂົາເຈົ້າ, ຍ້ອນຖານະ​ຂອງຣັດ​ເຊຍ ຢູ່ໃນ
ພາກພື້ນ.”

ຖານະຂອງ ຣັດ​ເຊຍ ​ແມ່ນດີຂຶ້ນຫຼັງຈາກ ສະຫະລັດ ໄດ້ຖອນອອກຈາກສົງຄາມ​ໃນຊີເຣຍ.
ແລ້ວ ຣັດເຊຍ ກໍໄດ້ເຄື່ອນເຂົ້າ​ໄປ, ເຮັດໃຫ້ທ່ານ Putin ກາຍເປັນຜູ້ທີ່ມີອຳນາດສຳຄັນຢູ່
ໃນ ຊີເຣຍ.

ໃນເດືອນສິງຫາທີ່ຜ່ານມາ, ຣັດເຊຍ ໄດ້ເລີ່ມການປະຕິບັດການ​ໂຈມ​ຕີທາງອາກາດຈາກ
ຖານທັບ ອີຣ່ານ ອີງຕາມພື້ນຖານຂອງແຕ່ລະກໍລະນີ ຫຼັງຈາກ ອີຣ່ານ ໄດ້ສະເໜີ ທີ່ຈະ
ໃຊ້ຖານ​ທັບ​ເຫຼົ່ານີ້ໃນການສະໜັບສະໜູນຕໍ່ຜູ້ນຳຂອງ ຊີເຣຍ ທ່ານ Bashar al-Assad ໃຫ້ກັບພວກເຂົາເຈົ້າ.

ທ່ານນາງ Anna Borshchevskaya ນັກວິເຄາະ ຈາກສະຖາບັນ ວໍຊິງຕັນສຳລັບນະໂຍ
ບາຍຕະເວັນອອກໃກ້ ໄດ້ກ່າວຜ່ານທາງ Skype ວ່າ ການສະໜັບສະໜູນຕໍ່ ດາມາສກັສ ໄດ້ໃຫ້ຜົນປະໂຫຍດຫຼາຍຢ່າງຕໍ່ ມົສກູ.

ທ່ານນາງ Anna Borshchevskaya ກ່າວວ່າ “ທ່ານ Putin ໄດ້ສວຍໂອກາດ ​ໃຊ້​ຊ່ອງ​
ຫວ່າງ​ທາງອຳນາດ ທີ່ ອາເມຣິກາ ໄດ້ປະ​ໄວ້ນັ້ນ. ລາວເປັນຄົນທີ່ມີຄວາມສາມາດຫຼາຍ ກ່ຽວກັບ ການສວຍໂອກາດໃນການ​ໃຊ້​ຊ່ອງ​ຫວ່າງ​ທາງອຳນາດນີ້.”

​ເຖິງ​ແມ່ນ​ວ່າຄວາມໝັ້ນໃຈກຳລັງຈືດຈາງລົງກໍ​ຕາມ, ​ແຕ່ວັງ Kremlin ກໍຍັງມີຄວາມຫວັງ ​
ໃນ​ການ​ມີສາຍພົວພັນທີ່ດີ​ຂຶນ ລະຫວ່າງ ຣັດເຊຍ ກັບ ສະຫະລັດ ພາຍໃຕ້ປະທານາທິບໍດີ
ທຣຳ. ແຕ່ທ່ານ ທຣຳ ຢາກໃຫ້ເອົາມາດຕະການທີ່ໜັກກວ່າເກົ່າຕໍ່ ອີຣ່ານ.

ທ່ານນາງ Irina Fedorova ກ່າວວ່າ “ສະນັ້ນ, ບາງເທື່ອບັນຫານີ້ອາດໄດ້ຮັບການປຶກ
ສາຫາລື ຫຼື ຂ້າພະເຈົ້າຮູ້ວ່າ ບາງເທື່ອມັນກໍຖືກນຳມາເວົ້າໃນບັນດາສື່ມວນຊົນ ອີີຣ່ານ.
ແຕ່, ຂ້າພະເຈົ້າແນ່ໃຈວ່າ ພວກເຂົາເຈົ້າບໍ່ມີສາ​ເຫດດອັນແທ້ຈິງ, ບໍ່ມີເຫດຜົນໃດໆທີ່
ຈະຕ້ອງເປັນຫ່ວງ.”

ສາຍພົວພັນທີ່ອົບອຸ່ນຂຶ້ນລະຫວ່າງ ຣັດເຊຍ ກັບ ອິສຣາແອລ, ເຊິ່ງເປັນຄູ່ປໍລະປັກໃຫຍ່
ຂອງ ອີຣ່ານ ນັ້ນ, ກໍຍັງໄດ້ສ້າງຄວາມເປັນຫ່ວງໃຫ້ແກ່ ເຕຫະຣ່ານນຳ​ດ້ວຍ.

ທ່ານນາງ Borshchevskaya ກ່າວວ່າ “ຣັດເຊຍ ແລະ ອີຣ່ານ ມີຄວາມເກັ່ງໃນການ
ແຍກຄວາມແຕກຕ່າງຂອງພວກເຂົາເຈົ້າໄວ້ຕ່າງ ຫາກ ຍ້ອນວ່າ ຜົນປະໂຫຍດຫຼັກ
ຂອງພວກເຂົາເຈົ້າແມ່ນການຫຼຸດຜ່ອນອິດ​ທິພົນ​ຂອງປະເທດຕາເວັນຕົກ, ແລະ ສ່ວນ
ໃຫຍ່ນັ້ນແມ່ນຂອງ ອາເມຣິກາ ໃນພາກຕາເວັນອອກກາງ. ແລະ ຍ້ອນວ່າ ພວກເຂົາ
ເຈົ້າຕ້ອງການກັນ ແລະ ກັນ ຂ້າພະເຈົ້າຄິດວ່າ ພວກເຂົາເຈົ້າຈະຮັກສາການແຍກ
ຄວາມແຕກຕ່າງພວກນີ້ໄວ້ຕ່າງຫາກຕໍ່ໄປ ໃນອະນາຄົດອັນ​ໃກ້ໆນີ້.”

ນອກ​ນັ້ນ ທ່ານ Rouhani ຍັງຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກທຸກໆຂໍ້ຕົກລົງດ້ານອາວຸດ
ຫຼື ພະລັງງານທີ່​ໄດ້ລົງນາມກັບ ຣັດເຊຍ, ເຊິ່ງ​ເປັນການເດີນທາງໄປຕ່າງປະເທດຄັ້ງສຸດ
ທ້າຍຂອງທ່ານ ກ່ອນການເລືອກຕັ້ງປະທານາທິບໍດີຂອງ ອີີຣ່ານ ທີ່ຈະຈັດຂຶ້ນໃນເດືອນ
ພຶດສະພານີ້.

((INTRO))
[[Iran's President Hassan Rouhani has met with Russian President Vladimir Putin in Moscow to discuss their shared economic interests and cooperation in Syria and the Middle East. Iran and Russia are the main backers of Syrian President Bashar al-Assad. VOA's Daniel Schearf reports from Moscow that as the U.S. has pulled back from the region, Russia's influence has been growing.]]


((NARRATOR))
Vladimir Putin welcomed Hassan Rouhani to the Kremlin to discuss economic and political cooperation, including in the Middle East and the war in Syria.

((HASSAN ROUHANI, IRANIAN PRESIDENT, (in Farsi) ))
"Our ultimate goal is to strengthen peace and stability in the region.The development of our relations is not aimed against any third party."

((NARRATOR))
But analysts say Iran wants assurances of Russia's support in the region, where Tehran has few friends.

((IRINA FEDOROVA, INSTITUTE OF ORIENTAL STUDIES RAS, (in English) ))
"So, for Rouhani, it's important to get this support, to be backed, to be supported by the Russian Federation because of their, because of its position in the region."

((NARRATOR))
That position was enhanced after the United States pulled back from the Syrian War. Russia moved in, allowing Putin to be the dominant player in Syria.

((NARRATOR))
Last August, Russia began launching air missions from Iranian bases on a case-by-case basis after Iran's offer to use them in mutual support of Syria's leader Bashar al-Assad.

Support for Damascus has benefited Moscow, says analyst Anna Borshchevskaya via Skype.

((ANNA BORSHCHEVSKAYA, WASHINGTON INSTITUTE FOR NEAR EAST POLICY, (in English, :54-1:05, 11 secs))
((Mandatory cg: SKYPE))
"Putin has taken advantage of a power vacuum that American entrenchment has left. He's been very consistent about this taking advantage of power vacuums."

((NARRATOR))
Despite a fading euphoria, the Kremlin still hopes for better Russia-U.S. relations under President Trump. But Trump wants tougher action against Iran.

((IRINA FEDOROVA, INSTITUTE OF ORIENTAL STUDIES RAS, (in English))
"So, maybe this problem might be discussed or I know that sometimes it is being discussed in the Iranian mass media. But, I'm sure they don't have any real cause, any real reason to worry about it."

((NARRATOR))
Russia's warming relations with Israel, Iran's sworn enemy, also concerns Tehran.

((ANNA BORSHCHEVSKAYA, WASHINGTON INSTITUTE FOR NEAR EAST POLICY, (in English, 3:17-3:34, 17 secs))
((Mandatory cg: SKYPE))
"Russia and Iran have been very good at putting their differences aside because their key interest is reducing western, and that is mainly American, influence in the Middle East. And, because they need each other I think they will keep putting these differences aside in the short to near future."

((NARRATOR))
Rouhani stands to benefit also from any arms or energy deals signed in Russia, his last foreign trip before Iran's presidential election in May.

XS
SM
MD
LG