ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣັດເຊຍ ຫ້າມນຳເຂົ້າ ອາຫານຈາກ ຢູໂຣບ ແລະສະຫະລັດ (ວີດີໂອ)


Responding to Sanctions, Russia Bans Imports Of Food From West
please wait

No media source currently available

0:00 0:03:10 0:00

ນາຍົກ ລັດຖະມົນຕີຣັດເຊຍ ປະກາດ ການຫ້າມນຳເຂົ້າ ອາຫານ ຈາດຝ່າຍຕາເວັນຕົກ.

ຣັດ​ເຊຍໄດ້​ຫ້າມ​ນຳ​ເຂົ້າ ​ສີນ​ຄ້າປະ​ເພດອາຫານ ມູນ​ຄ່າຫລາຍ
​ກວ່າ 17 ພັນ​ລ້ານ​ໂດ​ລາໃນ​ແຕ່ລະ​ປີ ຈາກ​ຢູ​ໂຣບ​ແລະສະຫະ
ລັດ ​ແຕ່ນັກວິ​ເຄາະ ກ່າວວ່າ ມັນ​ເປັນ​ການ​ເຄື່ອນ​ໄຫວ ທີ່ອາດ​
ສາມາດ​ສ້າງ​ຄວາມ​ລຳບາກ ​ໃຫ້​ແກ່ຜູ້​ບໍລິ​ໂພ​ກ ຊາວຣັດ​ເຊຍ
ຫລາຍ​ເທົ່າໆ​ກັບ ບັນດາ​ກະ​ເສດ​ຕະກອນ​ຂ​ອງ​ເຫລົ່າປະ​ເທດ
​ຕາ​ເວັນ​ຕົກ​.

ມົສກູ​ໄດ້​ປະກາດຫ້າມ​ນຳ​ເຂົ້າອາຫານ​ ໃນວັນ​ພະຫັດ​ວານນີ້
​ເພື່ອ​ເປັນ​ການ​ຕອບ​ໂຕ້ຕໍ່ ສະຫະພາບ​ຢູ​ໂຣບ​ແລະ​ສະຫະລັດ
ສຳ​ຫລັບ​ການ​ລົງ​ໂທດ​ທາງເສດຖະກິດ ທີ່ໄດ້ນຳໃຊ້​ຕໍ່ມົສກູ
ຍ້ອນການ​ສືບ​ຕໍ່​ແຊກ​ແຊງຂອງມົສກູ ເພື່ອ​ສະໜັບ​ສະ​ໜຸນ
ພວກນິຍົມຣັດ​ເຊຍ​ແບ່ງ​ແຍກ​ດິນ​ແດນ ທີ່ຕໍ່ສູ້​ກັບກໍ​າລັງ​ຢູເຄຣນ ຢູ່​ພາກ​ຕາ​ເວັນ​ອອກຂອງ
ຢູ​ເຄຣນນັ້ນ. ການ​ຫ້າມ​ນຳ​ເຂົ້າຂອງຣັດ​ເຊຍ ຍັງ​ກວມ​ເອົາສິນ​ຄ້າ ຈາກອອສ​ເຕຣເລຍ
ກາ​ນາ​ດາ ​ແລະ​ນໍ​ເວ ນຳ.

ນາຍົກລັດຖະມົນຕີຣັດ​ເຊຍ ທ່ານ Dmitry Medvedev ກ່າວວ່າ ການ​ຫ້າມ​ດັ່ງກ່າວ ຈະ​
ອຳນວຍ​ໂອກາດໃຫ້ກະ​ເສດ​ຕະກອນຣັດ​ເຊຍ ​ທີ່ຕ້ອງ​ໄດ້​ດີ້ນ​ຮົນ​ຢູ່ເລື້ອຍໆ ​ເພື່ອ​ແຂ່ງ​ຂັນ​ກັບຜະລິດ​ຜົນຂອງຝ່າຍຕາ​ເວັນ​ຕົກນັ້ນ ​ໄດ້​ເພີ້​ມພູນຜະ​ລິດ​ຜົນ ​ແລະ​ສ່ວນ​ແບ່ງ​ການ​ຂາຍ
ຢູ່​ໃນຣັດ​ເຂຍ.

​ແຕ່ບັນດາ​ນັກວິ​ເຄາະບໍ່​ແນ​່ໃຈ​ວ່າ ພວກ​ກະ​ເສດ​ຕະກອນຣັດ​ເຊຍ ຈະ​ມີ​ເງິນ​ພຽງພໍ ​ເພື່ອ
​ເພີ້​ມທະວີຜະລິດຜົນ​ຂອງ​ເຂົາ​ເຈົ້າ ຊຶ່ງ​ສາ​ເຫດສ່ວນນຶ່ງ ກໍ​ຍ້ອນວ່າ ​ມາດ​ຕະການລົງ​ໂທດ
​ຮອບ​ຫລ້າ​ສຸດ ຂອງປະ​ເທດ​ຕາ​ເວັນ​ຕົກນັ້ນ ຈຳກັດ​ການ​ກູ້​ຢືມ​ເງິນ ລະຫວ່າງບັນດາທະ
ນາຄານ​ຂອງຣັດ​ເຊຍ ​ແລະ​ພວກທະນາຄານຢູ່​ໃນ 28 ປະ​ເທດ​ອີ​ຢູ ຫລື​ສະຫະພາບ​ຢູ​ໂຣບ ​ແລະ​ທະນາຄານສະຫະລັດ.

​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ເງິນສະຫະລັດ ທ່ານ David Cohen ກ່າວ​ວ່າ ການ​ຫ້າມ​ນຳ​ເຂົ້າ
ອາຫານ​ຂອງສະຫະລັດ ຈະມີ​ຜົນ​ກະທົບ​ໜ້ອຍ​ຫລາຍ ​ຕໍ່ເສດຖະກິດ​ສະຫະລັດ ຊຶ່ງ​ເປັນ​ເສດຖະກິ​ດທີ່​ໃຫຍ່ທີ່ສຸດ​ໃນ​ໂລກ. ທ່ານກ່າວ​ວ່າ ສະຫະລັດ ​ໄດ້​ຕຽມ​ພ້ອມ​ທີ່​ຈະ​ລົງ​ໂລດ​
ເພີ້​ມຂື້ນອີກ ຕໍ່ຣັດ​ເຊຍ ​ຖ້າ​ຫາກມົສກູບໍ່​ເຄຶ່ອນ​ໄຫວເພື່ອຫລຸດຜ່ອນການ​ຂັດ​ແຍ້​ງກັນ ​ໃນ
ຢູ​ເຄຣນ. ​

XS
SM
MD
LG