ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານຂອງຣັດເຊຍ ປະຕິເສດທີ່ຈະປ່ອຍຕົວ ນັກຂ່າວສະຫະລັດ ຈາກການຖືກຄຸມຂັງ ກ່ອນໜ້າການດຳເນີນຄະດີ


Russian Court Refuses to Release US Journalist from Pretrial Detention
please wait

No media source currently available

0:00 0:03:06 0:00

ວີດີໂອ ກ່ຽວກັບສານຂອງຣັດເຊຍ ປະຕິເສດ ທີ່ຈະປ່ອຍຕົວ ນັກຂ່າວສະຫະລັດ ຈາກການຄຸມຂັງ ກ່ອນໜ້າການດຳເນີນຄະດີ

ສານຂອງຣັດເຊຍ ໄດ້ປະຕິເສດທີ່ຈະປ່ອຍໂຕນັກຂ່າວຂອງສະຫະລັດ ທ່ານແອບວັນ ເກີສໂກວິຈ ອອກຈາກຄຸກ ໃນຂະນະທີ່ລາວລໍຖ້າການດຳເນີນ ຄະດີໃນຂໍ້ກ່າວຫາວ່າ ລາວໄດ້ສອດແນມຕໍ່ຣັດເຊຍ ໃນຂະນະທີ່ຖືກມອບໝາຍ ໜ້າທີ່ການລາຍງານໃນເດືອນແລ້ວນີ້. ນັກຂ່າວອາວຸໂສດ້ານການທູດຂອງ ວີໂອເອ ຊິນດີ ເຊນນ໌ ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳ ລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ນັກຂ່າວຂອງໜັງສືພິມ ວອລ ສະຕຣີດ ເຈີນໂນລ (Wall Street Journal) ແອບວັນ ເກີສໂກວິຈ ໄດ້ອອກມາປາກົດໂຕຕໍ່ສາທາລະນະເປັນ ເທື່ອທຳອິດ ໃນຫ້ອງການສານຂອງມົສກູ ເມື່ອວັນອັງຄານຜ່ານມານີ້ ຫຼັງຈາກໄດ້ຖືກຈັບກຸມເກືອບສາມອາທິດຜ່ານມາໃນຂໍ້ຫາການສອດແນມ. ນັກຂ່າວໄວ 31 ປີ ຜູ້ນີ້ໄດ້ຂໍຮ້ອງໃຫ້ຖືກກັກຂັງຢູ່ພາຍໃນບ້ານພັກ ໃນຂະນະລໍຖ້າການ ດຳ ເນີນຄະດີແຕ່ຜູ້ພິພາກສາ ໄດ້ລົງຄວາມເຫັນວ່າ ຜູ້ກ່ຽວຕ້ອງຍັງຄົງຢູ່ໃນຄຸກຕໍ່ໄປ.

ທະນາຍຄວາມຊາວຣັດເຊຍຂອງທ່ານເກີສໂກວິຈ ໄດ້ກ່າວຕໍ່ບັນດານັກຂ່າວ ຫຼັງຈາກທີ່ໄດ້ຮັບຟັງຄຳເຫັນຂອງສານ.

ທ່ານນາງມາເຣຍ ກອຈຈີນາ ທະນາຄວາມຂອງທ່ານແອບວັນ ເກີສໂກວິຈ ເວົ້າວ່າ “ລາວຢາກຈະພິສູດວ່າ ລາວ ບໍ່ຜິດ ແລະລາວຢາກຈະພິສູດວ່າ ມີ ສະຖານທີ່ສຳລັບເສລີພາບຂອງການລາຍງານຂ່າວ.”

ທ່ານນາງລິນ ເທຣຊີ ເອກອັກຄະລັດຖະທູດສະຫະລັດປະຈຳຣັດເຊຍ ໄດ້ກ່າວ ຕໍ່ບັນດານັກຂ່າວຫຼັງຈາກການຮັບຟັງຄວາມເຫັນຂອງສານ.

ທ່ານນາງເທຣຊີ ກ່າວວ່າ “ຂ້າພະເຈົ້າພຽງສາມາດກ່າວວ່າ ມັນໜ້າເປັນຫ່ວງ ຊ່ຳໃດທີ່ໄດ້ເຫັນທ່ານແອບວັນ ນັກຂ່າວຜູ້ທີ່ບໍລິສຸດ ຖືກຄຸມຕົວໃນສະຖານະການ ທັງຫຼາຍເຫຼົ່ານີ້. ຂ້າພະເຈົ້າສາມາດໄດ້ພົບກັບທ່ານແອບວັນ ມື້ວານນີ້ ຢູ່ທີ່ຄຸກ Lefortovo. ມັນເປັນຄັ້ງທຳອິດທີ່ພວກເຮົາໄດ້ຮັບການອະນຸຍາດໃຫ້ກົງສຸນ ເຂົ້າເຖິງໄດ້ນັບຕັ້ງແຕ່ການຄຸມຂັງລາວຢ່າງບໍ່ຖືກຕ້ອງຫຼາຍກວ່າສອງອາທິດ ຜ່ານມາ. ຂ້າພະເຈົ້າສາມາດລາຍງານວ່າ ລາວມີສຸຂະພາບດີ ແລະຍັງຄົງ ແຂງແຮງເຖິງແມ່ນວ່າ ລາວຢູ່ໃນສະພາບການຕ່າງໆນີ້. ພວກເຮົາຈະສືບຕໍ່ສະໜອງການສະໜັບສະໜຸນທີ່ເມາະສົມທຸກຢ່າງແກ່ທ່ານແອບວັນ ແລະຄອບຄົວຂອງລາວ ແລະພວກເຮົາຄາດໝາຍວ່າ ທາງການຂອງ ຣັດເຊຍ ສືບຕໍ່ໃຫ້ກົງສຸນເຂົ້າຫາທ່ານແອບວັນ. ຂໍ້ກ່າວຫາຕ່າງໆ ຕໍ່ທ່ານແອບວັນ ແມ່ນບໍ່ມີພື້ນຖານ ແລະພວກເຮົາຮຽກຮ້ອງຕໍ່ສະຫະພັນຂອງຣັດເຊຍ ໃຫ້ປ່ອຍຕົວລາວ ໃນທັນທີ.”

ຣັດເຊຍ ກ່າວອ້າງໂດຍປາດສະຈາກນຳເອົາຫຼັກຖານໃດໆອອກມາ ທີ່ວ່າ ທ່ານເກີສໂກວິຈ ໄດ້ຖືກຈັບໄດ້ “ຄາມື” ໃນຂະນະທີ່ສອດແນມ, ເກັບກຳສິ່ງທີ່ຕົນໄດ້ອ້າງວ່າ ເປັນຄວາມລັບຂອງປະເທດກ່ຽວກັບສະຖານອຸດສາຫະກຳດ້ານການທະຫານ.

ນັກສືພິມ Wall Street Journal ແລະລັດຖະບານສະຫະລັດ ໄດ້ປະຕິເສດຕໍ່ຂໍ້ກ່າວຫາການສອດແນມ ຊຶ່ງຖ້າຫາກລາວ ຖືກຕັດສິນວ່າມີຄວາມຜິດ ໂດຍມີໂທດຈຳຄຸກສູງເຖິງ 20 ປີ.

ກະຊວງການຕ່າງປະເທດຂອງສະຫະລັດ ເມື່ອອາທິດແລ້ວນີ້ ໄດ້ກ່າວຖະແຫລງວ່າ ທ່ານເກີສໂກວິຈ ຖືກຄຸມຂັງຢ່າງບໍ່ຖືກຕ້ອງ.

ໂຄສົກທຳນຽບຂາວ ທ່ານນາງຄາຣີນ ຊອນ-ປີແອຣ໌ ໄດ້ກ່າວປະນາມການລົງຄວາມເຫັນຂອງສານມົສກູ ແລະຍັງໄດ້ຮຽກຮ້ອງໃຫ້ປ່ອຍຕົວ ທ່ານພອລ ວີລແລນ ພົນລະເມືອງສະຫະລັດ ໃນທັນທີ ຜູ້ທີ່ສະຫະລັດ ຍັງໄດ້ຖືກກຳນົດໃຫ້ ເປັນ “ການຄຸມຂັງຢ່າງບໍ່ຖືກຕ້ອງ” ເຊັ່ນກັນ.

ທ່ານນາງຊອນ-ປີແອຣ໌ ກ່າວວ່າ “ເບິ່ງ, ພວກເຮົາເປັນຫ່ວງຢ່າງເລິກເຊິ່ງໂດຍຂ່າວຄາວທີ່ວ່າ ຣັດເຊຍ ຈະສືບ ຕໍ່ຄຸມຂັບຢ່າງບໍ່ຖືກຕ້ອງທ່ານແອບວັນ ພາຍຫຼັງຈາກການດຳເນີນຄະດີໃນມື້ນີ້ ແລະອັນນັ້ນ ເປັນສິ່ງທີ່ພວກເຮົາໄດ້ເຫັນໃນຕອນເຊົ້າມື້ນີ້. ຄະນະລັດຖະບານ ທ່ານໄບເດັນ ແລະທ່ານນາງແຮຣິສ ພວມພົວພັນກັບຣັດເຊຍ ໂດຍຜ່ານທຸກ ຊ່ອງທາງທີ່ມີເພື່ອນຳເອົາທ່ານແອບວັນ ແລະເພື່ອນຮ່ວມຊາດຊາວອາເມຣິກັນ ພອລ ວີລແລນ ມາບ້ານ ຜູ້ທີ່ຍັງເປັນບູລິມະສິດສຳລັບພວກເຮົາ.”

ທ່ານວີລແລນ ກ່າວວ່າ “ຂ້ອຍບໍລິສຸດຕໍ່ຂໍ້ຫາໃດໆທີ່ເປັນຜົນ ມາຈາກການລັກພາຕົວທີ່ເປັນໄປໄດ້ນີ້.......”

ທ່ານພອລ ວີລແລນ ອະດີດທະຫານມາຣີນຂອງສະຫະລັດ ໄດ້ຖືກຄຸມຂັງ ໃນຣັດເຊຍເປັນເວລາຫຼາຍກວ່າສີ່ປີ. ສະຫະລັດກ່າວວ່າ ທັງທ່ານເກີສໂກວິຈ ແລະທ່ານວີລແລນ ສົມຄວນໃຫ້ໄປບ້ານຫາຄອບຄົວຂອງພວກເຂົາເຈົ້າ.

A Russian court has refused to release U.S. journalist Evan Gershkovich from jail while he awaits trial on accusations that he spied on Russia while on a reporting assignment last month. VOA’s Senior Diplomatic Correspondent Cindy Saine reports.

Wall Street Journal reporter Evan Gershkovich made his first public appearance in a Moscow courtroom Tuesday after being arrested nearly three weeks ago on espionage charges. The 31-year-old reporter asked to be detained under house arrest while awaiting trial, but the judge ruled he must remain in jail.

Gershkovich’s Russian lawyer spoke to reporters after the hearing.

(Maria Korchagina, Lawyer for Evan Gershkovich)

”He would like to prove that he is not guilty, and he would like to prove there is a place for freedom of journalism.”

U.S. Ambassador to Russia, Lynn Tracy, spoke to reporters after the hearing.

(Lynne Tracy, US Ambassador to Russia))

"I can only say how troubling it was to see Evan, an innocent journalist, held in these circumstances. I was able to meet Evan yesterday at Lefortovo prison. It was the first time we were granted consular access since his wrongful detention more than two weeks ago. I can report that he is in good health and remains strong despite his circumstances. We will continue to provide all appropriate support to Evan and his family, and we expect Russian authorities to provide continued consular access to Evan. The charges against Evan are baseless and we call on the Russian Federation to immediately release him.”

Russia claims, without producing evidence, that Gershkovich was caught “red-handed” while spying, collecting what it claimed were state secrets about a military industrial complex.

The Wall Street Journal and the U.S. government have rejected the charge of espionage, which, if he were to be convicted, carries a sentence of up to 20 years in prison.

The U.S. State Department last week declared that Gershkovich is wrongfully detained.

White House Press Secretary Karine Jean-Pierre condemned the Moscow court ruling and also called for the immediate release of U.S. citizen Paul Whelan, whom the U.S. has also designated as “wrongfully detained.”

(Karine Jean-Pierre, White House Press Secretary)

“Look, we're deeply concerned by the news that Russia will continue to wrongfully detain Evan following a sham judicial proceeding today, and that's what we saw earlier today. The Biden-Harris administration is engaging with Russia through every available channel to bring Evan and fellow American Paul Whelan home, who is also a priority for us.”

(Paul Whelan)

“I am innocent of any charge resulting from this potential kidnapping…”

Former U.S. Marine Paul Whelan has been held in Russia for more than four years. The U.S. says both Gershkovich and Whelan deserve to go home to their families.

XS
SM
MD
LG