ຣັດເຊຍໄດ້ຍິງລູກສອນໄຟ 20 ລູກ ແລະເຮືອບິນບໍ່ມີຄົນຂັບ 5 ລຳ ໃສ່ຢູເຄຣນ ໃນວັນພຸດມື້ນີ້ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນໃນເຂດທະເລດຳຂອງພາກ ພື້ນໂອເດຊາ (Odesa) ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ໂຄງລ່າງພື້ນຖານ ຂອງທ່າກຳປັ່ນ ແລະຖືກໂຮງງານໄຟຟ້າແຫ່ງນຶ່ງ ທາງພາກຕາເວັນຕົກສ່ຽງເໜືອ, ເຈົ້າໜ້າທີ່ກ່າວ, ອີງຕາມອົງການຂ່າວ Reuters.
ຄົນຂັບລົດບັນທຸກຄົນນຶ່ງ ແລະເຈົ້າໜ້າທີ່ຮັກສາຄວາມປອດໄພ ໄດ້ເສຍຊີວິດຢູ່ໃນພາກໃຕ້ຂອງພາກພື້ນໂອເດຊາ (Odesa) ໃນລະຫວ່າງການໂຈມຕີດ້ວຍລູກສອນໄຟ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ສາງສິນຄ້າຂອງທ່າເຮືອ, ລົດບັນທຸກ ແລະກຳປັ່ນພົນລະເຮືອນລຳນຶ່ງ, ທ່ານ ໂອເລ ຄີເປີ (Oleh Kiper), ຜູ້ປົກຄອງພາກພື້ນໂອເດຊາ (Odesa) ກ່າວ ແລະ ກ່າວຕື່ມວ່າ ທະຫານເຮືອຄົນນຶ່ງ ກໍໄດ້ຮັບບາດເຈັບເຊັ່ນກັນ.
ພາກພື້ນ ໂອເດຊາ (Odesa) ເປັນສູນກາງການສົ່ງອອກໃນທະເລດໍາຂອງ ຢູເຄຣນ ທີ່ໄດ້ຖືກຟື້ນຟູຂຶ້ນ ໂດຍບໍ່ມີການເຫັນດ້ວຍຈາກຣັດເຊຍ ຫຼັງຈາກທີ່ ມົສກູ ໄດ້ຍົກເລີກຂໍ້ຕົກລົງທີ່ອົງການສະຫະປະຊາຊາດເປັນຜູ້ໄກ່ເກ່ຍ ໃນລະດູຮ້ອນທີ່ຜ່ານມາ ທີ່ອະນຸຍາດໃຫ້ ກີຢິບ ສາມາດສົ່ງອອກອາຫານໄດ້ ໃນລະຫວ່າງສົງຄາມກັບຣັດເຊຍ.
ສະຖານທີ່ຂອງທ່າກຳປັ່ນຕ່າງໆຂອງພາກພື້ນນີ້ ຖືກໂຈມຕີເປັນປະຈຳ ຈາກການໂຈມຕີໄລຍະໄກຂອງມົສກູ. ຣັດເຊຍ, ເຊິ່ງໄດ້ເປີດການບຸກໂຈມຕີຢ່າງເຕັມສ່ວນໃນເດືອນກຸມພາ 2022, ໄດ້ປະຕິເສດຢ່າງຊ້ຳແລ້ວຊ້ຳອີກ ຕໍ່ການແນເປົ້າ ໝາຍໃສ່ພົນລະເຮືອນ ຫຼືພື້ນຖານໂຄງລ່າງພົນລະເຮືອນຢູ່ໃນ ຢູເຄຣນ.
ຜູ້ປະຕິບັດງານໂຄງການສາຍໄຟຟ້າແຫ່ງຊາດ ກ່າວວ່າ ການໂຈມຕີຕ່າງຫາກ ດ້ວຍເຮືອບິນບໍ່ມີຄົນຂັບ ໄດ້ທໍາລາຍໂຮງໄຟຟ້າແຫ່ງນຶ່ງ ໃນພາກພື້ນຣິບນີ (Rivne) ທາງພາກຕາເວັນຕົກສຽງເຫນືອ. ຜູ້ປົກຄອງພາກພື້ນ ທ່ານ ໂອເລັກຊານເດີ ໂກວາລ (Oleksandr Koval) ກ່າວວ່າ ໄຟໄໝ້ ທີ່ເກີດຂຶ້ນ ໄດ້ຖືກຄວບຄຸມໄດ້ແລ້ວ ແລະບໍ່ມີລາຍງານຜູ້ບາດເຈັບຫຼື ເສຍຊີວິດ.
ການໂຈມຕີດັ່ງກ່າວໄດ້ເຮັດໃຫ້ເກີດການຕັດໄຟຟ້າຊົ່ວຄາວໃນພາກພື້ນ ແຕ່ບໍ່ໄດ້ ເຮັດໃຫ້ຕ້ອງມີການປ່ຽນແປງໃດໆ ຕໍ່ການຕັດໄຟຟ້າຕາມກໍານົດ, ບໍລິສັດໄຟຟ້າ ຢູເຄຣເນີໂກ (Ukrenergo) ກ່າວ.
ອ່ານຂ່າວເປັນພາສາອັງກິດລຸ່ມນີ້:
KYIV, July 10 (Reuters) - Russia launched 20 drones and five missiles at Ukraine on Wednesday, killing two people in the Black Sea region of Odesa, damaging port infrastructure and hitting an energy facility in the northwest, officials said.
A truck driver and security guard were killed in the southern Odesa region during the missile attack, which damaged port warehouses, trucks and a civilian ship, regional governor Oleh Kiper said. A sailor was also wounded, he said.
Odesa region is the central hub for Ukraine's Black Sea exports that it has revived without Russia's assent after Moscow quit a UN-brokered deal last summer that had allowed Kyiv to export food during the war with Russia.
The region's port facilities have been regularly attacked by long-range strikes by Moscow. Russia, which launched its full-scale invasion in February 2022, has repeatedly denied targeting civilians or civilian infrastructure in Ukraine.
Separately, attack drones damaged an energy facility in the northwestern region of Rivne, the national grid operator said. A fire that broke out has been localized and no casualties were reported, governor Oleksandr Koval said.
The attack caused temporary power cuts in the region but did not require any changes to be made to scheduled power cuts, the Ukrenergo grid operator said.
ຟໍຣັມສະແດງຄວາມຄິດເຫັນ