ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກໍາລັງພິຈາລະນາສະໜອງ ອາວຸດຮ້າຍແຮງແກ່ຢູ່ເຄຣນໄວ້ ປ້ອງກັນຕົວ


ປະທານາທິບໍດີ Petro Poroshenko ຂອງຢູເຣນ (ຊ້າຍ) ແລະທ່ານ James Mattis ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດໄດ້ພົບປະກັນໃນນະຄອນຫລວງກຽບຂອງຢູເຄຣນ ໃນວັນທີ 24 ສິງຫາ, 2017.
ປະທານາທິບໍດີ Petro Poroshenko ຂອງຢູເຣນ (ຊ້າຍ) ແລະທ່ານ James Mattis ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດໄດ້ພົບປະກັນໃນນະຄອນຫລວງກຽບຂອງຢູເຄຣນ ໃນວັນທີ 24 ສິງຫາ, 2017.

ທ່ານ Jim Mattis ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ​ເວົ້າ​ຢູ່ໃນ​ໄລຍະ
​ຢ້ຽ​ມ ຢາມຢູ​ເຄຣນ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ລັດຖະບານ​ຂອງ​ທ່ານ​ທຣໍາກໍາລັງ “ທົບ
​ທວນຄືນຢ່າງ​ຫ້າວຫັນ” ​ເພື່ອ​ເບິ່ງວ່າ ຈະ​ສະໜອງອາວຸດຮ້າຍ​ແຮງ ໃຫ້​ແກ່​ປະ​ເທດ
​ທີ່​ກໍາລັງ​ມີ​ເສິກ​ສົງຄາມແຫ່ງນັ້ນ​ໄວ້​ປ້ອງ​ກັນ​ຕົວຫລືບໍ່.

​ເມື່ອ​ຖືກ​ຖາມ​ວ່າ ການ​ເຮັດເຊັ່ນ​ນັ້ນ ຈະເຮັດ​ໃຫ້ຣັດ​ເຊຍ​ເຫັນ​ວ່າ​ເປັນ​ການ​ນາບ​ຂູ່​ຕໍ່ຣັດ
​ເຊຍ​ຫລືບໍ່ນັ້ນ ທ່ານ Mattis ຕອບ​ວ່າ "ອາວຸດ​ໃຊ້ປ້ອງ​ກັນ​ຕົວບໍ່​ໄດ້​ແມ່ນ​ເປັນ​ການ​
ເກາະ​ຜິດ​ເວັ້ນ​ເສຍ​ແຕ່ວ່າ ​ປະ​ເທດ​ທີ່​ມີ​ອາວຸດ​ປະ​ເພດນັ້ນ​ເປັນປະ​ເທດ​ທີ່​ຮຸກ​ຮານ​ຜູ້​ອື່ນ."

ຄະນະ​ລັດຖະບານ​ສະຫະລັດ​ຄະນະ​ກ່ອນ ບໍ່​ໄດ້​ຖື​ວ່າການ​ຂາຍ​ອາວຸດ​ຮ້າຍ​ແຮງ​ເພື່ອ
​ປ້ອງ​ກັນ​ຕົວ​ໃຫ້​ແກ່​ຢູ​ເຄຣນ ຈະ​ເປັນ​ການ​ເກາະ​ຜິດ​ກັບຣັດ​ເຊຍ​ສະ​ເໝີ​ໄປ ​ແຕ່​ວ່າ​
ເຈົ້າໜ້າທີ່ລັດຖະບານ​ຂອງ​ທ່ານ​ທຣໍາ ​ໄດ້ເປີດ​ແຜນການ​ເກົ່າ​ທີ່​ຖືກ​ປະຕິ​ເສດ​ໃນ​ເມື່ອ
ກ່ອນນັ້ນມາ​ພິຈາລະນາ​ຄືນ​ອີກ. ​

ທ່ານ Michael O'Hanlon, ນັກຄົ້ນຄວ້າ​ອາວຸ​ໂສກ່ຽວກັບການ​ປ້ອງ​ກັນຊາ​ດ ທີ່​ສະ​ຖາ​ບັນ Brookings ກ່າວ​ຕໍ່ VOA ວ່າ "​ການ​ເຮັດ​ສິ່ງ​ໃດ​ສິ່ງໜຶ່ງທີ່ຄິດ​ວ່າ​ຖືກຕ້ອງ​ກໍ​ຄື​ການ​ເຮັດ​ເຮັດ​ໃນ​ສິ່ງ​ທີ່​ຈະ​ມີ​ຜົນໃນບໍ່ສ້າງສັນ ໄດ້​ໂຈມ​ຕີປະທານາທິບໍດີ ​ໂອ​ບາ​ມາ​ວ່າ​ເຮັດ​ຜິດ. ນັ້ນກໍ​ຄື​ການ​ຕີ​ຄວາມໝາຍຂອງ​ທ່ານ Mattis. ພວກ​ເຮົາ​ບໍ່ຮູ້​ວ່າ ການ​ຕີ​ຄວາມໝາຍຂອງ​ປະທານາທິບໍດີ​ທຣໍາ ຈະ​ໄປ​ລົງ​ຢູ່​ບ່ອນ​ໃດ​ກັນ​ແທ້”.

ຢູ່​ໃນ​ກອງ​ປະຊຸມ​ນັກ​ຂ່າວ​ຮ່ວມ​ກັບ​ທ່ານ Mattis ທີ່​ຈັດ​ຂຶ້ນພາຍຫລັງ​ການ​ກ່າວ​ປາ​ໄສ​ຂອງ​ທ່ານ Mattis ​ໃນ​ວັນ​ພະຫັດ​ວານ​ນີ້ນັ້ນ ປະທານາທິບໍດີ Petro Poroshenko ຂອງ​ຢູ​ເຄຣນ ບໍ່​ໄດ້​ຕອບ​ແບບ​ໂດຍ​ກົງ ​ເມື່ອ​ຖືກ​ຖາມ​ວ່າ​ຕອນ​ໃດ​ຈະ​ມີ​ການ​ເຄື່ອນ​ສົ່ງ​ອາວຸດດັ່ງກ່າວ ​ແຕ່​ກໍ​ໄດ້ໃຫ້ຄໍາເຫັນ​ວ່າ ອາວຸດປ້ອງ​ກັນ​ຕົວ "ຈະ​ມີ​ຄຸນຄ່າ​ສູງ​ຂຶ້ນ ຖ້າ​ຫາກຣັດ​ເຊຍ​ຕັດສິນ​ໃຈ​ທີ່​ຈະ​ໂຈມ​ຕີ​ທະຫານ ​ແລະ​ຜືນ​ແຜ່ນດິນ​ຂອງ​ຂ້ອຍ.”

ທ່ານ Mattis ທີ່​ໄດ້​ຢືນຢັນ ວ່າ​ສະຫະລັດ​ມີ​ຄວາມ​ມຸ້ງໝັ້ນຊ່ວຍ​ເຫລືອ​ຢູ​ເຄຣນ​ໃນ​ຂະນະ​ທີ່​ຢູ່​ນະຄອນ​ກຽບນັ້ນທ່ານ​ເວົ້າວ່າ ສະຫະລັດ​ຍອມຮັບເອົາ​ການ​ທີ່ຣັດ​ເຊຍຍຶດ​ເອົາ ​ເຂດ Crimea ມ​າເປັນຂອງ​ຕົນ​ໃນ​ປີ 2014 ນັ້ນບໍ່​ໄດ້. ທ່ານ​ກ່າວ​ເພີ້ມອີກ​ວ່າ ຣັດ​ເຊຍ "ກໍາລັງ​ຊອກ​ຫາ​ທາງ​ຂີດ​ຊາຍແດນ​ສາກົນ​ຄືນ​ໃໝ່​ໂດຍ​ການ​ໃຊ້​ກໍາລັງ," ​ແລະ​ສະນັ້ນ ການ​ລົງ​ໂທດ​ຂອງ​ສະຫະລັດ​ຕໍ່ຣັດ​ເຊຍ ຍັງ​ຈະ​ມີ​ຕໍ່​ໄປ​ຈົນ​ກວ່າ​ວ່າ​ລັດຖະບານ​ມົສກູປ່ຽນການ​ປະພຶດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG