ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ປ. ຢູ​ເຄຣນ ພົບ​ປະ​​ກັບ ປ. ຣັດ​ເຊຍ ທີ່ ນະຄອນ Minsk ເບລາຣຸສ (ສະໄລດ໌/ວີດີໂອ)


(ຈາກຊ້າຍ) ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ຫົວໜ້ານະໂຍບາຍຕ່າງປະເທດຂອງສະຫະພາບຢູໂຣບ ທ່ານນາງ Catherine Ashton ປະທານາທິບໍດີ Belarus ທ່ານ Alexander Lukashenko ແລະປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko.

ປະທານາທິບໍດີຢູ​ເຄຣນ ທ່ານ Petro Porsoshenko ພົບ​ປະ
​ໃນ​ວັນ​ອັງຄານ​ມື້​ນີ້ກັບປະທານາທິບໍດີຣັດ​ເຊຍທ່ານ Vladimir
Putin ​ໃນ​ຂະນະ​ທີ່ Kyiv ​ໄດ້​ກ່າວ​ຫາ​ຄັ້ງໃໝ່ຕໍ່ມົສກູວ່າ​ໃຫ້ການ
ສະໜັບສະໜຸນຕໍ່ພວກ​ກະບົດ​ນິຍົມຣັດ​ເຊຍຢູ່​ໃນພາກຕາ​ເວັນ​
ອອກ​ຂອງ​ຢູ​ເຄຣນ.

ການ​ພົບປະ ​ທີ່​ນະຄອນ Minsk ປະ​ເທດ Belarus ​ຊຶ່ງຮວມ​ທັງ
ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງສະຫະພາບ​ຢູໂຣບນັ້ນ ​ແມ່ນສ​ະ​
ແດງໃຫ້ເຫັນ​ເຖິງ​ຊຸກຍູ້ທາງດ້ານ ການ​ທູດ​ຮອບໃໝ່ ​ເພື່ອ​ຍຸດຕິ​
ການ​ສູ້​ລົບ ​ເປັນ​ເວລາ​ຫ້າ​ເດືອນ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ
ແລ້ວ ຫຼາຍກວ່າ 2,000 ຄົນ.

ການພົບປະນີ້ ມີ​ຂຶ້ນ​ນຶ່ງ​ມື້​ ຫລັງ​ຈາກປະທານາທິບໍດີ Poroshenko ໄດ້ຍຸບ​ສະພາ ​ແລະ
​ຮຽກ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່​ ໃນ​ວັນ​ທີ 26 ​ເດືອນ​ຕຸລານີ້. ຢູ່ຖ​ະແຫຼງ ຂ່າວ​ທາ​ງ​ໂທລະ
ພາບນັ້ນ ທ່ານ​ກ່າວ​ວ່າ ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ໃໝ່ແມ່ນ ມີ​ຄວາມ​ຈຳ​ເປັນ ເພື່ອ
“ສະ​ສາງ​ລ້າງສ່ວຍ” ສະພາ.

ທ່ານ Poroshenko ກ່າວ​ວ່າ ການ​ເລືອກ​ຕັ້ງ​ສະພາ​ເທື່ອແລ້ວ​ໃນ​ປີ 2012 ນັ້ນ ແມ່ນໄດ້
ດຳເນີນໄປແບບບໍ່ມີເສລີພາບແລະທ່ຽງ​ທຳ. ທ່ານ​ກ່າວ​ວ່າ ບັນດາ​ຜູ້​ແທນ​ສ່ວນ​ໃຫຍ່ໄດ້
ສູນເສຍ​ຄວາມ​ໄວ້ເນື້ອເຊື່ອໃຈຈາກ​ປະຊາຊົນ​ຢູ​ເຄຣນ ໂດຍ ໃຫ້ຂໍ້ສັງເກດວ່າ ມີສະມາ
ຊິກສະພາ “ຈຳນວນ​ນຶ່ງ” ທີ່ໃຫ້ການສະໜັບສະໜູນ ພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ
​ເຊຍ ຢູ່ໃນ​ພາກ​ຕາ​ເວັນ​ອອກຂອງປະເທດ.

​ໃນ​ວັນ​ອັງຄານ​ມື້​ນີ້ ຢູ​ເຄຣນ ​ໄດ້​ກ່າວ​ຫາຣັດ​ເຊຍອີກຄັ້ງໃໝ່​ວ່າ ພົວພັນ​ໂດຍ​ກົງ​ໃນການ
ກໍ່ກະບົດ. ຢູເຄຣນ​ກ່າວ​ວ່າ ທະຫານ​ຈາກ​ກອງພັນ​ໂຕນ​ຈ້ອງຣັດເຊຍ 10 ຄົນ​ ​ຖືກ​ຈັບໄດ້​
ຢູ່​ເຂດເມືອງ Donetsk ທີ່ຕິດກັບຊາຍແດນຣັດເຊຍ​ໃນ​ວັນ​ຈັນ​ວານ​ນີ້.

​ແຫ​ລ່ງຂ່າວ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ກອງ​ທະ
ຫານໄດ້​ຂ້າມ​ຊາຍ​ແດນ ທີ່ບໍ່ມີຫລັກໝາຍ ດ້ວຍຄວາມບັງເອີນ ​ໃນ​ຂະນະ​ທີ່​ພວມລາ​ດ
ຕະ​ເວນຢູ່. ​ແຫ​ລ່ງຂ່າວ ຊຶ່ງ​ໄດ້ຖະແຫຼງຕໍ່ອົງການຂ່າວ​ຣັດ​ເຊຍຈຳນວນ​ນຶ່ງ ກ່າວ​ວ່າພວກ
ທະຫານຣັດເຊຍຈຸນີ້ປາກົດ​ວ່າ ບໍ່​ໄດ້​ທຳ​ການ​ຕໍ່​ສູ້ເວລາ​ຖືກ​ຈັບ.

UKRAINE RUSSIA VO
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG