ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ແລະ ຢູເຄຣນ ຍິງເຮືອບິນບໍ່ມີຄົນຂັບ ຕົກ ໃນການໂຈມຕີຊ່ວງຂ້າມຄືນ ຄັ້ງຫຼ້າສຸດ


ແຟ້ມພາບ - ເຈົ້າໜ້າທີ່ເທດສະບານ ເກັບຊາກເສດເຫຼືອຕ່າງໆ ໃນບໍລິເວນທີ່ຣັດເຊຍໄດ້ໂຈມຕີດ້ວຍລູກສອນໄຟ, ທ່າມກາງການໂຈມຕີຢູເຄຣນຂອງຣັດເຊຍ, ໃນໃຈກາງເມືອງຄາກິຟ, ປະເທດຢູເຄຣນ, ວັນທີ 17 ມັງກອນ 2024.
ແຟ້ມພາບ - ເຈົ້າໜ້າທີ່ເທດສະບານ ເກັບຊາກເສດເຫຼືອຕ່າງໆ ໃນບໍລິເວນທີ່ຣັດເຊຍໄດ້ໂຈມຕີດ້ວຍລູກສອນໄຟ, ທ່າມກາງການໂຈມຕີຢູເຄຣນຂອງຣັດເຊຍ, ໃນໃຈກາງເມືອງຄາກິຟ, ປະເທດຢູເຄຣນ, ວັນທີ 17 ມັງກອນ 2024.

ຣັດ​ເຊຍ​ ແລະ​ຢູ​ເຄຣນ​ ຕ່າງ​ກໍ​ລາຍ​ງານ ວ່າໄດ້​ຂັດຂວາງ​ການ​ໂຈມ​ຕີ​ດ້ວຍ​ເຮືອ ບິນ​ບໍ່​ມີ​ຄົນ​ຂັບ​ ໂດຍ​ອີກ​ຝ່າຍ​ນຶ່ງ​ ໃນ​ວັນ​ພະຫັດ​ວານ​ນີ້.

ກອງທັບ​ຢູ​ເຄຣນໄດ້​ລາຍ​ງານ​ວ່າ​ ໄດ້​ຍິງເຮືອບິນບໍ່ມີຄົນຂັບ 22 ລຳ​ໃນ​ຈຳນວນ 33 ລຳ​ ທີ່ຣັດເຊຍ ໄດ້ສົ່ງຂຶ້ນໃນການ​ໂຈມ​ຕີຊ່ວງຂ້າມຄືນ, ພ້ອມ​ທັງ​ກ່າວ​ຕື່ມ​ວ່າ ເຮືອບິນບໍ່ມີຄົນຂັບຈຳນວນນຶ່ງ​ ທີ່ຜ່ານການປ້ອງກັນທາງອາກາດຂອງ​ຢູ​ເຄຣນແມ່ນໄປບໍ່ຮອດເປົ້າໝາຍ.

​ເຮືອບິນ​ບໍ່ມີຄົນຂັບ​ສ່ວນ​ໃຫຍ່​ ໄດ້​ມຸ້ງ​ໜ້າ​ໄປທີ່​ພາກ​ເໜືອ ​ແລະ​ພາກ​ໃຕ້​ຂອງ​ຢູ​ເຄຣນ ລວມທັງ​ເຂດຊູມີ (Sumy), ເຄີຊັນ (Kherson) ​ແລະ ດນິບໂປຣເປໂທຣບ (Dnipropetrovsk).

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ວ່າ ຍົນ​ປ້ອງ​ກັນທາງ​ອາກາດ​ຂອງ​ຕົນ ​ໄດ້​ທຳລາຍ​ເຮືອບິນ​ບໍ່ມີຄົນຂັບຂອງຢູເຄຣນ ລໍານຶ່ງ​ ​ຢູ່​ເຂດ​ມົສກູ, ໃນຂະນະ​ທີ່​ອີກ​ລຳນຶ່ງ​ ຖືກ​ສະກັດ​ກັ້ນ ​ໃກ້​ກັບ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ປະ​ເທດຄື ​ເຊ​ນປີ​ເຕີ​ສະເບີກ.

ເຈົ້າຄອງນະຄອນມົສກູ ທ່ານເຊີເກ ໂຊເບຍນິນ (Sergei Sobyanin) ກ່າວຜ່ານທາງ Telegram ວ່າບໍ່ມີຜູ້ໄດ້ຮັບບາດເຈັບ ຫຼືເສຍຊີວິດ ແລະບໍ່ມີຄວາມເສຍຫາຍຈາກຊາກຫັກພັງທີ່ຕົກມາ ຈາກເຮືອບິນບໍ່ມີຄົນຂັບ ທີ່ຖືກຍິງຕົກ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG