ທະຫານຢູເຄຣນຢູ່ແຖວໜ້າໄດ້ຮຽກຮ້ອງໃຫ້ມີອາວຸດເພີ່ມເຕີມເພື່ອຊ່ວຍໃຫ້ເຂົາເຈົ້າຕໍ່ສູ້ຕ້ານກັບກຳລັງຂອງຣັດເຊຍທີ່ບຸກເຂົ້າມາໃນພາກພື້ນໂດເນຕສ໌
“ສະຖານະການແມ່ນຂ້ອນຂ້າງລຳບາກ ສັດຕູກຳລັງສະສົມກຳລັງຂອງຕົນເພື່ອໂຈມຕີແລະຍຶດຄອງດິນແດນຕື່ມອີກ” ຜູ້ບັນຊາການກອງຮ້ອຍປືນໃຫຍ່ເຄື່ອນທີ່ 2S22 ໂບດານາຂອງກອງພົນທະຫານປືນໃຫຍ່ທີ່ 26 ກ່າວວ່າ
“ ຂ້ອຍຄິດວ່າເຮົາຕ້ອງການອຸປະກອນ ລູກປືນ ແລະ ການສະໜັບສະໜູນເພີ່ມເຕີມ. ທະຫານຂອງເຮົາເມື່ອຍຫຼາຍ, ພວກເຂົາໃຊ້ເວລາຢູ່ບ່ອນນີ້ຫຼາຍ. ດັ່ງນັ້ນຈຶ່ງຈຳເປັນຕ້ອງໝູນວຽນກັນໄປແຕ່ທຸກຄົນເຂົ້າໃຈວ່າຈຳເປັນຕ້ອງເຮັດບາງຢ່າງແລະກັບມາປະຕິບັດພາລະກິດອີກຄັ້ງ. ແນ່ນອນວ່າການໄດ້ຮັບການສະໜັບສະໜູນຈາກປະເທດຕ່າງ ໆ ຈະດີກ່ວາ ແລະ ໄດ້ຮັບການສະໜັບສະໜູນບາງຮູບແບບ ແຕ່ເຮົາກຳລັງພະຍາຍາມເຮັດບາງຢ່າງດ້ວຍຕົນເອັງ”
ໃນວັນພຸດວານນີ້ທະຫານໃນໜ່ວຍກຳລັງກຽມປືນໃຫຍ່ 155 ມມ ຂອງຢູເຄຣນ 2S22 ໂບດານາ ເພື່ອໂຈມຕີຕຳແໜ່ງຂອງຣັດເຊຍ.
ທະຫານກ່າວວ່າໄລຍະຫ່າງທີ່ຍິງທີ່ປະກາດໄວ້ຄື 42 ກິໂລແມັດສຳລັບລຸ້ນທຳມະດາ ແລະ 60 ກິໂລແມັດສຳລັບລູກປືນແບບໃຊ້ຈະຫຼວດຊ່ວຍຍິງ.
ຂະນະດຽວກັນທີ່ເມືອງດາວອສ ປະເທດສວິດເຊີແລນດ໌ ປະທານາທິບໍດີ ທ່ານ ໂວໂລດີມີຣ ເຊເລນສະກີ ຂອງ ຢູເຄຣນໄດ້ພົບປະກັບຜູ້ນໍາແລະເຈົ້າໜ້າທີ່ເພື່ອພະຍາຍາມລະດົມການສະໜັບສະໜູນການຕໍ່ສູ້ຂອງຢູເຄຣນກັບຣັດເຊຍ.
ໃນຂະນະທີ່ ທ່ານດຳເນີນການດັ່ງກ່າວ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາຂູ່ວ່າຈະກຳນົດພາສີ, ອັດຕາພາສີ ແລະ ການຂ້ວມບາດທີ່ເຂັ້ມງວດຕໍ່ຣັດເຊຍຖ້າບໍ່ສາມາດບັນລຸຂໍ້ຕົກເພື່ອຍຸຕິສົງຄາມໃນຢູເຄຣນໄດ້ຊຶ່ງເປັນຄຳເຕືອນທີ່ມີໂອກາດວ່າຈະຖືກເມີນເສີຍໂດຍລັດຖະບານ ເຄຣມລິນ
ອ່ານຂ່າວນີ້ເປັນພາສາອັງກິດ
Ukrainian troops on the front lines have called for more weapons to help them fight back against advancing Russian forces in the Donetsk region.
"The situation is quite difficult. The enemy is accumulating its forces for further assaults and occupation of territories," said a battery commander of a self-propelled howitzer 2S22 Bohdana of the 26th Artillery Brigade.
"I think we need more equipment, ammunition, support. Our soldiers are tired. They spent a lot of time here, so it is necessary to carry out rotations. But everyone understands that it is necessary to do something and resume action. It is better, of course, to be supported by different countries, to be given some kind of support, but we are trying to do something on our own."
Troops in the unit were preparing a Ukrainian 155 mm self-propelled howitzer 2S22 Bohdana on Wednesday to strike Russian positions.
The declared range is 42 kilometers for a conventional model and 60 kilometers for a rocket-assisted projectile, soldiers said.
Meanwhile in Davos, Switzerland, Ukrainian President Volodymyr Zelenskyy met with leaders and officials in an effort to stir up support for Ukraine’s fight against Russia.
As he did so, U.S. President Donald Trump threatened to impose stiff taxes, tariffs and sanctions on Russia if an agreement isn’t reached to end the war in Ukraine, a warning that is likely to be unheeded in the Kremlin.
ຟໍຣັມສະແດງຄວາມຄິດເຫັນ