ອົງການສືບລັບຂອງສະຫະລັດ ໄດ້ຄົ້ນພົບວ່າ ຣັດເຊຍ ວາງແຜນທີ່ຈະລອບສັງ ຫານຫົວຫນ້າຜູ້ບໍລິຫານລະດັບສູງ ຂອງກຸ່ມບໍລິສັດຜູ້ຜະລິດອາວຸດຂອງ ເຢຍລະມັນ ໄຣເມທັລ (Rheinmetall) ເຊິ່ງຜະລິດລູກປືນໃຫຍ່ ແລະຍານ ພາຫະນະທາງທະຫານໃຫ້ກັບ ຢູເຄຣນ, ອົງການຂ່າວ CNN ແລະ New York Times ລາຍງານໃນວັນພະຫັດວານນີ້, ອີງຕາມອົງການຂ່າວ Reuters.
ແຜນການຂ້າ ຜູ້ບໍລິຫານລະດັບສູງຂອງ ກຸ່ມບໍລິສັດ ໄຣເມທັລ (Rheinmetall) ທ່ານ ອາມິນ ແພັບເພີເກີ (Armin Papperger) ແມ່ນນຶ່ງໃນແຜນການຂອງລັດຖະບານ ຣັດເຊຍ ທີ່ຈະລອບສັງຫານຜູ້ບໍລິຫານ ອຸດສາຫະກໍາປ້ອງກັນປະເທດໃນທົ່ວຢູໂຮບ ທີ່ສະຫນັບສະຫນູນຄວາມພະຍາ ຍາມໃນການເຮັດສົງຄາມຂອງຢູເຄຣນ, ອີງຕາມການລາຍງານຂອງ CNN ໂດຍອ້າງເຖິງເຈົ້າຫນ້າທີ່ສະຫະລັດແລະຕາເວັນຕົກ ຫ້າຄົນ ທີ່ບໍ່ໄດ້ລະບຸຕົວຕົນ ທີ່ກ່າວວ່າວາງແຜນການໄດ້ຖືກຄົ້ນພົບໃນຕົ້ນປີນີ້.
ລາຍງານດັ່ງກ່າວ ລະບຸວ່າສະຫະລັດ ໄດ້ແຈ້ງໃຫ້ເຢຍຣະມັນ ຊາບ, ໂດຍເສີມວ່າໜ່ວຍງານຮັກສາຄວາມໝັ້ນຄົງຂອງເຢຍຣະມັນ ສາມາດທີ່ຈະປົກປ້ອງ ທ່ານ ແພັບເພີເກີ (Papperger) ໄວ້ໄດ້.
ນາຍົກລັດຖະມົນຕີເຢຍຣະມັນທ່ານ ໂອລາຟ ໂຊລສ໌ (Olaf Scholz) ໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນກ່ຽວກັບບົດລາຍງານດັ່ງກ່າວ ເມື່ອຖືກຖາມ ກ່ຽວກັບເລື່ອງນີ້ ໃນກອງປະຊຸມຖະແຫຼງຂ່າວ ຢູ່ທີ່ກອງປະຊຸມສຸດຍອດ NATO ທີ່ນະຄອນຫຼວງ ວໍຊິງຕັນ, ໂດຍກ່າວຕື່ມວ່າລັດຖະບານຮູ້ຢ່າງດີ ກ່ຽວກັບ ໄພຂົ່ມຂູ່ຈໍານວນຫລາຍທີ່ໄດ້ຖືກເປີດເຜີຍອອກມາ.
ກຸ່ມບໍລິສັດ ໄຣເມທັລ (Rheinmetall) ກ່າວໃນຖະແຫຼງການສະບັບນຶ່ງວ່າ "ມີການປະຕິບັດມາດຕະການຕ່າງໆທີ່ຈໍາເປັນຢູ່ສະເໝີ" ໃນການປຶກສາຫາລື ຢ່າງເປັນປະຈໍາກັບເຈົ້າຫນ້າທີ່ຄວາມໝັ້ນຄົງ.
ສະຖານທູດຣັດເຊຍປະຈຳນະຄອນຫຼວງ ວໍຊິງຕັນ ແລະວັງເຄຣມລິນ ຍັງບໍ່ໄດ້ສະແດງຄວາມເຫັນໃນທັນທີ.
ອ່ານຂ່າວເປັນພາສາອັງກິດລຸ່ມນີ້:
WASHINGTON, July 11 (Reuters) - U.S. intelligence discovered that Russia planned to assassinate the chief executive of German arms manufacturer Rheinmetall which has been producing artillery shells and military vehicles for Ukraine, CNN and the New York Times reported on Thursday.
The plot to kill Rheinmetall CEO Armin Papperger was one of a series of Russian government plans to assassinate defense industry executives across Europe who were supporting Ukraine's war effort, CNN reported, citing five unidentified U.S. and Western officials as saying the plot was discovered earlier this year.
The U.S. informed Germany, the report said, adding that German security services were able to protect Papperger.
German Chancellor Olaf Scholz declined to comment on the report when asked about it during a press conference at the NATO summit in Washington, adding that the government was highly aware of the numerous threats to which it was exposed.
Rheinmetall said in a statement that "necessary measures are always taken" in regular consultation with security authorities.
The Russian embassy in Washington and the Kremlin were not immediately available for comment.
ຟໍຣັມສະແດງຄວາມຄິດເຫັນ