ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ໂຈມຕີເມືອງຕ່າງໆຂອງຢູເຄຣນ ຫຼັງຈາກ ທ່ານປູຕິນ ປະຕິຍານທີ່ຈະເພີ້ມທະທີຄວາມຮ້າຍແຮງຂອງການໂຈມຕີ


ໄຟລຸກໄໝ້ ແລະຄວັນພຸ່ງຂຶ້ນຫຼັງຈາກກາສນໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ໃນນະຄອນຫຼວງ ກີຢິບ ຂອງຢູເຄຣນ, ວັນທີ 2 ມັງກອນ 2024.
ໄຟລຸກໄໝ້ ແລະຄວັນພຸ່ງຂຶ້ນຫຼັງຈາກກາສນໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ໃນນະຄອນຫຼວງ ກີຢິບ ຂອງຢູເຄຣນ, ວັນທີ 2 ມັງກອນ 2024.

ເຈົ້າຄອງນະຄອນຫຼວງກີຢິບ ວິທາລີ ກລິຕຈ໌ໂກ ໄດ້ກ່າວວ່າ ຢ່າງໜ້ອຍ 20 ຄົນໄດ້ຮັບບາດເຈັບໃນວັນອັງຄານມື້ນີ້ ໃນການໂຈມຕີດ້ວຍລູ ກສອນໄຟຂອງ ຣັດເຊຍ ອັນເປັນສ່ວນນຶ່ງຂອງການໂຈມຕີທາງອາກາດ ຫຼາຍຮອບ ຕໍ່ຢູເຄຣນ ຢ່າງກວ້າງຂວາງ ທີ່ຍັງລວມທັງການໂຈມຕີຕໍ່ເມືອງຄາຣກິບ ທາງພາກຕາເວັນອອກສຽງເໜືອຂອງປະເທດນຳດ້ວຍ.

ທ່ານກລິຕຈ໌ໂກ ໄດ້ກ່າວວ່າ ຊິ້ນສ່ວນຈາກລູກສອນໄຟທີ່ຖືກຍິງຕົກນັ້ນ ຕົກລົງມາເປັນເຫດເຮັດໃຫ້ເກີດໄຟໄໝ້ ຢູ່ທີ່ຕຶກຫຼາຍຊັ້ນແຫ່ງຕ່າງໆ ໃນນະຄອນຫຼວງຂອງຢູເຄຣນ. ທ່ານໄດ້ລາຍງານວ່າ ມີເຫດລະເບີດຂຶ້ນຫຼາຍຮອບ ຢູ່ໃນນະຄອນ ຫຼວງ ຂະນະທີ່ລະບົບປ້ອງກັນໄພທາງອາກາດ ໄດ້ຕອບໂຕ້ຕໍ່ພວກຈະຫຼວດຂອງ ຣັດເຊຍ ທີ່ຍິງເຂົ້າມາຫຼາຍຮອບ ໂດຍມີໄຟລຸກໄໝ້ຢູ່ໃນຢ່າງໜ້ອງຫ້າຫົວເມືອງ.

ການຍິງປືນໃຫຍ່ຖະຫລົ່ມຂອງຣັດເຊຍ ຊຶ່ງເກີດຂຶ້ນໃນລະຫວ່າງຕອນເຊົ້າເວລາຄົນເລີ້ມພາກັນໄປການນັ້ນ ຍັງໄດ້ຕັດໄຟຟ້າຢູ່ໃນຫຼາຍເຂດຂອງນະຄອນຫຼວງກີຢິບ.

ຢູ່ໃນເມືອງຄາຣກີບ ຜູ້ປົກຄອງເມືອງ ທ່ານອີຮອຣ ເຕເຣຄອບ ໄດ້ກ່າວວ່າ ເມືອງນີ້ຢູ່ພາຍໃຕ້ “ການໂຈມຕີດ້ວຍລູກສອນໄຟຢ່າງໜັກໜ່ວງ.”

ທ່ານໂອເລກ ຊີເນກູບອບວ໌ ຫົວໜ້າຄະນະບໍລິຫານດ້ານການທະການ ໃນຄາຣກີບ ໄດ້ກ່າວຢູ່ໃນເທເລີແກຣມ ວ່າ ການໂຈມຕີຫຼາຍຮອບຂອງຣັດເຊຍ ໄດ້ສັງ ຫານຢ່າງໜ້ອຍຄົນນຶ່ງ ແລະອີກ 19 ຄົນໄດ້ຮັບບາດເຈັບ.

ທ່ານຊີເນກູບອບວ໌ ໄດ້ກ່າວອີກວ່າ ການໂຈມຕີທັງຫຼາຍ ເຮັດໃຫ້ເຂດທີ່ຢູ່ອາໄສ ແລະຕຶກການຄ້າຫຼາຍແຫ່ງ ໄດ້ຮັບຄວາມເສຍຫາຍ ນອກຈາກນັ້ນ ສະຖານທີ່ພື້ນຖານໂຄງລ່າງຫຼາຍແຫ່ງ ເຊັ່ນກັນ.

Kyiv Mayor Vitali Klitschko said at least 20 people were injured Tuesday in a Russian missile attack, part of a widespread wave of aerial assaults against Ukraine that also included strikes on the northeastern city of Kharkiv.

Klitschko said the falling debris from a downed missile caused a fire at a multi-story building in the Ukrainian capital. He reported multiple explosions in the city as air defenses responded to the wave of Russian rockets, with fires sparked in at least five districts.

The Russian barrage, which came during the morning rush hour, also cut off electricity in parts of Kyiv.

In Kharkiv, Mayor Ihor Terekhov said the city was under a “major missile attack.”

Oleg Sinegubov, the head of the military administration in Kharkiv, said on Telegram that Russian strikes killed at least one person and injured 19 others.

Sinegubov said the attacks damaged residential and commercial buildings, in addition to infrastructure sites.

XS
SM
MD
LG